ຕົ້ນໝາກເດືອຍໄກ່ / Spanish cherry
APA 6th ed. ຕົ້ນໝາກເດືອຍໄກ່ / Spanish cherry. (2021, December 8). Retrieved from https://www.phakhaolao.la/kb/0001087
MLA 8th ed. ຕົ້ນໝາກເດືອຍໄກ່ / Spanish cherry. Pha Khao Lao, 8 December 2021, https://www.phakhaolao.la/kb/0001087.
Chicago 17th ed. Pha Khao Lao. 2021. "ຕົ້ນໝາກເດືອຍໄກ່ / Spanish cherry." Published December 8, 2021. https://www.phakhaolao.la/kb/0001087.
Kaukenia elengi (L.) Kuntze
Kaukenia javensis (Burck) Kuntze
Kaukenia timorensis (Burck) Kuntze
Magnolia xerophila P.Parm.
Manilkara parvifolia (R.Br.) Dubard
Mimusops elengi var. parvifolia (R.Br.) H.J.Lam
Mimusops erythroxylon Llanos ex Fern.-Vill.
Mimusops javensis Burck
Mimusops latericia Elmer
Mimusops lucida Poir.
Mimusops parvifolia R.Br.
Mimusops timorensis Burck
ໄທ: ຊາງດຳ, ພິກຸນເຂົາ, ພິກຸນເຖື່ອນ, ພິກຸນປ່າ, ແກ້ວ, ກຸນ, ໄກຣທອງ, ຕົ້ນຍົງ, ມະເມົາ, ພະກຸນ ແລະ ພິກຸນທອງ.
ອັງກິດ: Asian bulletwood, Bullet wood, Bukal, Tanjong tree, Medlar ແລະ Spanish cherry.
ອິນເດຍ: Bakoli, bakool, bakul, bakula’ bakulah, baukalaraung, baula, blok-chip-rip, bokul, bolasiri, elanni, elengi, ilanni, maulsari, morsali ແລະ pogadahettu.
ຫວຽດນາມ: Cy vit ແລະ sn ct.
ຝຣັ່ງ: Bukal ແລະ tanjung.
ມຽນມາ: Kaya.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ແລະ ຂະໜາດໃຫຍ່. ລຳຕົ້ນສູງ 10-25 ມ, ລຳຕົ້ນແຕກກິ່ງກ້ານເປັນຟຸ່ມໜາ, ເປືອກຕົ້ນເປັນສີເທົາປົນສີນ້ຳຕານ, ມີຮອຍແຕກຕາມລວງຍາວ, ທັງຕົ້ນມີຢາງສີຂາວ, ກິ່ງອ່ອນມີຂົນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບແບບຫ່າງໆ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-6, ຍາວ 5-12 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍຮຽວແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ແຜ່ນໃບໜຽວ. ກ້ານໃບຍາວ 4-6 ຊມ. ຫູໃບມີລັກສະນະຮູບຮຽວແຄບ, ຍາວ 3-5 ມມ, ຫຼົ່ນໄດ້ງ່າຍ. ຊໍ່ດອກແບບກະຈຸກ ຫຼື ອອກດອກດ່ຽວ, ອອກຕາມງ່າມໃບ ຫຼື ອອກຕາມປາຍກິ່ງ. ດອກຍ່ອຍມີ 2-6 ດອກ, ມີຂະໜາດນ້ອຍ, ດອກບານເຕັມທີ່ມີຂະໜາດ 0.7-1 ຊມ, ສີຂາວ, ມີກິ່ນຫອມ. ກ້ານດອກຍ່ອຍຍາວປະມານ 2 ຊມ. ກາບດອກມີ 8 ກາບຮຽງຊ້ອນກັນເປັນ 2 ຊັ້ນ, ຊັ້ນລະ 4 ກາບ, ກາບດ້ານນອກເປັນຮູບຫອກ, ຍາວ 7-8 ມມ, ປາຍແຫຼມ, ມີຂົນອ່ອນນຸ້ມສີນ້ຳຕານປົກຄຸມຢູ່. ກີບດອກມີ 8 ກີບ, ມີຂະໜາດສັ້ນກວ່າກາບດອກເລັກນ້ອຍ, ໂຄນກີບດອກເຊື່ອມຕິດກັນ. ເກສອນເພດຜູ້ທີ່ສົມບູນມີ 8 ອັນ, ຖົງລະອອງຮູບໃບຫອກ, ມີຂະໜາດຍາວກວ່າກ້ານເລັກນ້ອຍ, ມີເກສອນເພດຜູ້ເປັນໝັນ 8 ອັນ. ເຕົ້ມໄຂ່ມີ 8 ຫ້ອງ. ໝາກຮູບຮີ ຫຼື ຮູບໄຂ່, ກາບດອກຕິດທົນຈົນເປັນໝາກ, ມີຂະໜາດກວ້າງປະມານ 1,5 ຊມ, ຍາວ 2.5-3 ຊມ, ເນື້ອໝາກເປັນສີເຫຼືອງ, ຜິວລຽບ, ໝາກອ່ອນມີຂົນສັ້ນນຸ້ມກະຈາຍຢູ່ທົ່ວ, ສີຂຽວ, ໝາກສຸກເປັນສີສົ້ມ. ແກ່ນມີ 1 ແກ່ນ, ລັກສະນະຮູບຮີ, ແປ, ແຂງ, ສີດຳເຄືອບມັນ.
ອາຫານ:
- ໝາກ: ສາມາດຮັບປະທານເປັນອາຫານໄດ້ ຫຼື ໝາກໄມ້.
ສັບພະຄຸນ:
- ຮາກ: ໃຊ້ເປັນຢາບຳລຸງເລືອດ (ຮາກ, ແກ່ນຮາກ, ແກ່ນໄມ້, ດອກ), ແກ້ເລືອດພິດ, ໃຊ້ປຸງເປັນຢາແກ້ລົມ, ຊ່ວຍຂັບເສມຫະທີ່ເກີດຈາກລົມ (ຮາກ, ດອກ) ແລະ ຊ່ວຍຂັບເສມຫະທີເກີດຈາກລົມ, ລະລາຍເສມຫະ, ແກ້ການຕົກເລືອດ ແລະ ຊ່ວຍແກ້ຝີເປື່ອຍ (ຮາກ, ດອກແຫ້ງ).
- ແກ່ນຮາກ: ເປັນຢາບຳລຸງຫົວໃຈ (ແກ່ນຮາກ, ດອກແຫ້ງ), ຊ່ວຍຂັບລົມ ແລະ ຊ່ວຍຂັບລົມ.
- ເປືອກຕົ້ນ: ຊ່ວຍຄຸມທາດໃນຮ່າງກາຍ, ຂ້າເລືອດເປັນພິດ, ຮັກສາພະຍາດກ່ຽວກັບຄໍ, ໃຊ້ບ້ວນປາກ ຫຼື ລ້າງຄໍ, ຮັກສາເຫງືອກອັກເສບ, ບວມ, ຕົ້ມກັບເກືອແກ້ອາການເຈັບແຂ້ວ, ຊ່ວຍເຮັດໃຫ້ແຂ້ວແໜ້ນ, ຮັກສາແຂ້ວແມງ ແລະ ຮັກສາພະຍາດປາກເປື່ອຍ.
- ແກ່ນໄມ້: ແກ້ພະຍາດທ້ອງຜູກ ແລະ ຊ່ວຍຮັກສາກາກເກື້ອນ.
- ດອກສົດ ແລະ ດອກແຫ້ງ: ຊ່ວຍບຳລຸງຫົວໃຈໃຫ້ຊຸ່ມຊື່ນ, ແກ້ອາການອ່ອນເພຍ, ຊ່ວຍແກ້ຫອບ, ແກ້ໄຂ້ຈັບສັ່ນ, ແກ້ໄຂ້ໝົດສະຕິ, ແກ້ໄຂ້ເພີ້, ແກ້ອາການຮ້ອນໃນ, ໃຊ້ເປັນຢາດົມ, ແກ້ອາການເຈັບຄໍ, ຊ່ວຍບຳລຸງປອດ, ເປັນຢາບຳລຸງຕັບ, ແກ້ອາການເຈັບເມື່ອຍຕາມກ້າມຊີ້ນ ແລະ ຮ່າງກາຍ, ຊ່ວຍບຳລຸງຄັນ, ແກ້ອາການວິນຫົວ, ໜ້າມືດຕາລາຍ, ຊ່ວຍແກ້ລົມ, ຊ່ວຍບຳລຸງແມ່ຍີງຖືພາ, ຊ່ວຍບຳລຸງທາດໃນຮ່າງກາຍ, ແກ້ລົມປັ່ນປ່ວນ, ແກ້ເສມຫະ, ແກ້ໄຂ້, ແກ້ອາການຮ້ອນໃນຂາດນ້ຳ, ແກ້ພິດ ແລະ ແກ້ພິດອີສຸກອີໃສ.
- ໃບ: ແກ້ຄວາມດັນເລືອດ, ຊ່ວຍແກ້ຫືດ, ຮັກສາໄສ້ດ້ວນໄສ້ລາມ, ມີສັບພະຄຸນຂ້າພະຍາດພິດ, ຮັກສາກາມມະໂຣກ ແລະ ຂ້າເຊື້ອກາມມະໂຣກ.
- ທັງຕົ້ນ: ໃຊ້ເປັນຢາແກ້ໄຂ້, ແກ້ອາການຖອກທ້ອງ, ຮັກສາພະຍາດພິດ ແລະ ແກ້ອາການບວມ.
- ໝາກ: ແກ້ອາການເຈັບຫົວ, ຮັບປະທານແກ້ພະຍາດໃນລຳຄໍ ແລະ ປາກ, ຮັກສາແຜ (ເປືອກ, ໝາກ),
- ແກ່ນ: ຕຳໃຫ້ລະອຽດແລ້ວເຮັດເປັນເມັດຍັດທະວານໜັກຂອງເດັກແກ້ເຈັບທ້ອງ ແລະ ໃຊ້ເປັນຢາຂັບປັດສະວະ.
ຄຸນປະໂຫຍດ:
- ດອກ: ມີກິ່ນຫອມນິຍົມນຳມາບູຊາພະ.
- ນ້ຳຈາກດອກ: ໃຊ້ລ້າງປາກລ້າງຄໍໄດ້.
- ເປືອກຕົ້ນ: ໃຊ້ສະກັດສີຍ້ອມຜ້າ.
ພືດປະດັບ: ລຳຕົ້ນມີລັກສະນະຊົງຟຸ່ມໜາ, ມີຄວາມສວຍງາມ, ສາມາດຕົບແຕ່ງ ຮູບໄດ້ງ່າຍຈຶ່ງນິຍົມນຳມາ ປູກເປັນພືດປະດັບ.
ນ້ຳມັນຫອມລະເຫີຍ: ດອກສະກັດເປັນນ້ຳມັນຫອມລະເຫີຍໄດ້, ເຊິ່ງສາມາດນຳມາແຕ່ງກິ່ນອາຫານ, ໃຊ້ປະສົມໃນນ້ຳຫອມ ແລະ ແຕ່ງກິ່ນເຄື່ອງສຳອາງ.
ສິ່ງປຸກສ້າງ:
- ເນື້ອໄມ້: ນຳມາໃຊ້ໃນການກໍ່ສ້າງ ເຊັ່ນ: ເຟີນິເຈີ, ເຄື່ອງດົນຕີ ແລະ ອື່ນໆ.
ຂໍ້ມູນທາງວິທະຍາສາດ:
- ມີລິດຕ້ານອອກຊີເດເຊິນ (EC50 = 0.23-0.55 ໄມໂຄຼກຼາມ/ມິນລີກຼາມ) ເຮັດໃຫ້ຫົວໃຈເຕັ່ນຊ້າລົງ, ເຮັດໃຫ້ໂພແທັກຊຽມຕ່ຳ, ຊ່ວຍຕ້ານໄວຣັສ, ຂ້າເຊື້ອຣາ, ຂ້າພະຍາດພິດ, ຕ້ານຮີສຕາມີນ, ມີຜົນຕໍ່ການແບ່ງຜົນຂອງຈຸລັງ, ຊ່ວຍຫຼຸດອາການຫົວເຄັ່ງຂອງກ້າມກ້ຽງ ແລະ ຊ່ວຍຂັບປັດສະວະ.
- ບໍ່ພົບອາການເປັນພິດ.