ດອກປີບ / Tree jasmine
APA 6th ed. ດອກປີບ / Tree jasmine. (2021, April 5). Retrieved from https://www.phakhaolao.la/kb/0001083
MLA 8th ed. ດອກປີບ / Tree jasmine. Pha Khao Lao, 5 April 2021, https://www.phakhaolao.la/kb/0001083.
Chicago 17th ed. Pha Khao Lao. 2021. "ດອກປີບ / Tree jasmine." Published April 5, 2021. https://www.phakhaolao.la/kb/0001083.
Spathodea ignea Kurz
ໄທ: ດອກຈາງຈືດ, ກາສະລອງຄຳ, ກາຊະລອງຄຳ, ແຄເປາະ, ສຳເພົາຫຼາມ, ກາກີ, ສະເພົາ, ອ້ອຍຊ້າງ, ປີບທອງ ແລະ ກາສະລອງ.
ອັງກິດ: Tree jasmine
ຈີນ: 海南菜豆樹.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 6-20 ມ, ປາຍຍອດຮູບຫອກ ຫຼື ຮູບໄຂ່, ຊົງຟຸ່ມໜາ, ກິ່ງກ້ານແຜ່ອອກເປັນຊັ້ນໆ, ລຳຕົ້ນກົມຕັ້ັ້ງຊື່, ຕາມລຳຕົ້ນ ແລະ ກິ່ງກ້ານມີຮູລະບາຍອາກາດກະຈາຍຢູ່ທົ່ວ, ເປືອກລຳຕົ້ນເປັນສີນ້ຳຕານອ່ອນ, ເປືອກຂຸຂັງ. ໃບປະສົມຂັ້ນສາມແບບຂົນນົກປາຍຄີກ, ຍາວ 18-60 ຊມ, ອອກຮຽງກົງກັນຂ້າມ. ໃບປະສົມຍ່ອຍມີ 3-4 ຄູ່. ໃບຍ່ອຍມີ 3-5 ຄູ່, ຮູບໄຂ່, ຮູບຫອກ ຫຼື ຮູບຮີ, ກ້ວາງ 2-6 ຊມ, ຍາວ 5-12 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ປາບຕິ່ງແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບລຽບເປັນມັນ, ມີຕ່ອມນ້ອຍກະຈາຍຢູ່ທົ່ວໃບ. ກ້ານໃບຍາວ 0.6-0.8 ຊມ, ກ້ານໃບປາຍຍາວປະມານ 2.5 ຊມ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມລຳຕົ້ນ ແລະ ກິ່ງກ້ານ. ດອກຍ່ອຍມີ 3-10 ດອກ, ດອກບານເຕັມທີມີກ້ວາງ 1.5-2 ຊມ, ຍາວ 5-7 ຊມ, ສີສົ້ມ. ກ້ານດອກຍາວ 1-2 ຊມ, ມີສີນ້ຳຕານປົນແດງ ແລະ ມີຂົນອ່ອນກະຈາຍຢ່າງໜາແໜ້ນ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-1,5 ຊມ, ມີຮອຍເປີດດ້ານດຽວ, ສີນ້ຳຕານເຂັ້ມປົນສີແດງ. ກີບດອກເຊື່ອມຕິດກັນເປັນຫຼອດຮູບຊົງກະບອກ, ປາຍແຍກອອກເປັນ 5 ແສກ, ມີລັກສະນະແຜອອກ ແລະ ມ້ວນອອກດ້ານນອກ. ເກສອນເພດຜູ້ມີ 4 ອັນ, ຍາວກ່ວາປາຍກີບດອກເລັກນ້ອຍ, ມີຂົນປົກຄຸມຢ່າງໜາແໜ້ນ. ເຕົ້າໄຂ່ມີ 2 ຫ້ອງ, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກແຫ້ງເປັນຝັກ, ຮູບແຖບຫ້ອຍລົງ, ກ້ວາງ 0.5-0.7 ຊມ, ຍາວ 30-45 ຊມ, ໝາກແຫ້ງຈະແຕກອອກເປັນ 2 ແສກ, ເປືອກຈະບິດວຽນເລັກນ້ອຍ. ແກ່ນແຫ້ງ, ກ້ວາງ 0.2-1.0 ຊມ, ແປ, ບາງ, ມີປີກເປັນເຍື້ອຫຸ້ມບາງໆສີຂາວຍາວອອກທາງດ້ານຂ້າງ.
ອາຫານ:
- ດອກ: ນຳມາຮັບປະທານໄດ້ໂດຍການທອດ ຫຼື ລວກກິນກັບແຈ່ວ.
ສັບພະຄຸນ:
- ເປືອກຕົ້ນ: ຮັກສາອາການເຈັບແຂ້ວ, ຕົ້ມດື່ມເປັນຢາຫຼຸດໄຂ້, ດື່ມຮັກສາອາການຖອກທ້ອງ, ຕົ້ມເອົານ້ຳອົມແກ້ອາການເມົາຢາ, ເປັນຢາຮັກສາແຜ, ຮັກສາພະຍາດຜິວໜັງ ແລະ ພະຍາດເຮື້ອນ.
- ລຳຕົ້ນ: ໃຊ້ປະສົມກັບສະໝູນໄພອື່ນຝົນກິນແກ້ຊາງ, ແກ້ຊາງໃນເດັກທີ່ມັກມີຕຸ່ມຂື້ນບໍລິເວນປາກ ແລະ ລຳຄໍ, ແກ້ລີ້ນເປັນຝ້າ, ຮັກສາອາການຕົວຮ້ອນ, ປວດຮາກ, ຮັກສາອາການທ້ອງອືດ, ທ້ອງເຟີ້, ຮັກສາພະຍາດຜິວໜັງ ແລະ ພະຍາດເຮື້ອນ.
- ໃບ: ນຳມາຕໍາຄັ້ນເອົາແຕ່ນ້ຳໃຊ້ທາ ຫຼື ພອກຮັກສາແຜສົດ, ແຜທະລອກ ແລະ ຊ່ວຍຫ້າມເລືອດ.
- ສານສະກັດດ້ວຍເຫຼົ້າ: ມີສິດໃນການຢັບຢັ້ງເອັນໄຊມ໌ HIV-1 reverse transcriptase.
ພືດປະດັບ: ລຳຕົ້ນມີຊົງຟຸ່ມແໜ້ນ, ມີດອກທີ່ສວຍງາມ, ອອກຫຼາຍ ແລະ ອອກດອກໄດ້ຕະຫຼອດປີສະນັ້ນຈຶ່ງນິຍົມນຳມາປູກເປັນພືດປະດັບ.
ຄຸນປະໂຫຍດ:
- ດອກ: ສາມາດນຳໃຊ້ເປັນສີຍ້ອມຜ້າໄດ້.