ໝາມເຂ / Cockspur thorn

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Maclura cochinchinensis (Lour.) Corner / MORACEAE
ຊື່ພ້ອງ
Cudrania cochinchinensis (Lour.) Yakuro Kudo & Masam.
Cudrania cochinchinensis var. gerontogea (Siebold & Zucc.) Kudô & Masam.
Cudrania fruticosa (Roxb.) Wight ex Kurz
Cudrania integra F.T.Wang & Tang
Cudrania javanensis Trécul
Cudrania javanensis var. bancroftii F.M.Bailey
Cudrania obovata Trécul
Cudrania rectispina Hance
Cudrania rumphii Thwaites
Cudrania spinosus Kuntze
Maclura cochinchinensis var. gerontogea (Siebold & Zucc.) H.Ohashi
Maclura gerontogea Siebold & Zucc.
Trophis spinosa Roxb. ex Willd.
Vanieria cochinchinensis Lour.
Vanieria cochinchinensis var. gerontogea (Siebold & Zucc.) Nakai
ຊື່ອື່ນ
ໄທ: ຕົ້ນແກແລ, ແກກ້ອງ, ຊ້າງງາຕອກ, ເຂ, ໜາມເຂ, ນ້ຳຄຽວໂຊ, ສັກຂີ ແລະ ເຫຼືອງ.
ອັງກິດ: Cockspur thorn, False Custard ແລະ Cochin-china Cudrania.
ຈີນ: 構棘, 构棘 ແລະ 葨芝.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ໄມ້ຟຸ່ມ ຫຼື ໄມ້ເລືອ. ລຳຕົ້ນສູງ 5-10 ມ, ມີໜາມແຂງແຫຼມ, ອອກຕາມລຳຕົ້ນ, ກິ່ງງ່າ, ຍາວ 1-5 ຊມ, ປາຍໂຄ້ງເລັກນ້ອຍ, ເນື້ອໄມ້ແຂງ, ມີຢາງສີຂາວ ຫຼື ສີເຫຼືອງອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ກ້ວາງ 1-5 ຊມ, ຍາວ 2-11 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ ຫຼື ມົນ, ມີໜາມແຫຼມອອກບໍລິເວນງ່າມໃບ 1 ອັນ, ຍາວປະມານ 1 ຊມ, ສີຂຽວ, ຜິວໃບດ້ານເທິງລຽບມັນ. ກ້ານໃບຍາວ 0.3-1.5 ຊມ. ມີຫູໃບຂະໜາດນ້ອຍ, ຫຼົ່ນງ່າຍ. ດອກແຍກເພດຕ່າງຕົ້ນກັນ. ດອກເພດຜູ້ຈະອອກເປັນຊໍ່ຕາມງ່າມໃບ, ມີຂະໜາດເສັ້ນຜ່າສູນກາງ 0.7-1 ຊມ, ສີຂາວ. ກີບດອກມີ 4 ກີບ, ຮູບໄຂ່ປີ້ນ, ນອກກີບດອກມີຂົນສັ້ນ. ມີໃບປະດັບຂະໜາດນ້ອຍຈັບຢູ່ບໍລິເວນດອກ, ຮູບບ່ວງ. ເກສອນເພດຜູ້ມີ 4 ກ້ານຂະໜາດນ້ອຍຫຼາຍ. ດອກເພດແມ່ມີຊໍ່ດອກແບບກະຈຸກແໜ້ນ, ອອກຕາມງ່າມໃບເປັນຄູ່ຫຼື ດ່ຽວ, ມີຂະໜາດເສັ້ນຜ່າສູນກາງ 6-8 ມມ. ກີບລວມໂຄນເຊື່ອມຕິດກັນ, ປາຍແຍກເປັນ 4 ແສກ. ເຕົ້າໄຂ່ຈັບຢູ່ໃນຖານຮອງດອກ, ຄໍ່ເຕົ້າໄຂ່ຈະຍາວກວ່າກີບລວມເລັກນ້ອຍ. ກ້ານຊໍ່ດອກຍາວ 0,3-1 ຊມ. ໝາກລວມ, ຮູບກົມ, ມີຂະໜາດເສັ້ນຜ່າສູນກາງ 1-2,5 ຊມ, ມີຢ່າງສີຂາວ. ແກ່ນມີຂະໜາດນ້ອຍ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ເນື້ອໄມ້: ໃຊ້ເປັນຢາບຳລຸງກຳລັງ, ຊ່ວຍບຳລຸງທາດໃນຮ່າງກາຍ, ບຳລຸງເລືອດ, ເປັນຢາແກ້ໄຂ້ຮາກ, ແກ້ໄຂ້ພິດ, ໃຊ້ເປັນຢາພາຍນອກເພື່ອຫຼຸດໄຂ້, ຊ່ວຍຮັກສາເກັດເລືອດ, ຮັກສາພະຍາດເລືອດອອກຕາມຫວ່າງແຂ້ວ, ແກ້ອາການຖອກທ້ອງ, ຊ່ວຍຮັກສາລົງຂາວຂອງແມ່ຍິງ, ໃຊ້ເປັນຢາບຳລຸງສຳລັບຜູ້ຍິງທີ່ເກີດລູກໃຫມ່, ຊ່ວຍບຳລຸງນ້ຳເຫຼືອງໃຫ້ເປັນປົກກະຕິ, ແກ້ອາການຕົວເຫຼືອງ, ແກ້ພຸພອງ, ຮັກສາພະຍາດຜິວໜັງຊຳເຮື້ອ ແລະ ໃຊ້ເປັນຢາຂັບປັດສະວະ.
  • ດອກ: ຊ່ວຍຂັບເສມຫະ (ເນື້ອໄມ້, ດອກ), ໃຊ້ເປັນຢາແກ້ພະຍາດຫິດ ແລະ ຜື່ນຄັນ.
  • ສານສະກັດຈາກຮາກ: ສານສະກັດດ້ວຍແຮັກເຊນ ແລະ ຄໍໂຣຟອລຈາກຮາກຊ່ວຍຕ້ານອານຸມູນອິດສະຫຼະ.

 ຄຸນປະໂຫຍດ: ເນື້ອໄມ້ໃຊ້ໃນການຍ້ອມສີຜ້າໂດຍຈະໃຫ້ສີເລືອງ ເຊິ່ງເປັນສານທີ່ມີຊື່ວ່າ Morin.

ການປະກອບສ່ວນ