ດອກດິນ / Broomrape

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Aeginetia indica L. / OROBANCHACEAE
ຊື່ພ້ອງ
Aeginetia aeginetia Huth
Aeginetia boninensis Nakai
Aeginetia indica var. gracilis Nakai
Aeginetia japonica Siebold & Zucc.
Aeginetia mairei H.Lév.
Orobanche aeginetia L.
Phelipaea indica (L.) A. Spreng. ex Steud.
ຊື່ອື່ນ
ໄທ: ດອກດິນແດງ, ເຂົ້າກຳນົກຍຸູງ, ຫຍ້າດອກຂໍ, ປາກຈໍລະແຂ້, ສົບແລ້ງ, ກະເປເສ້, ເພາະລາພໍ, ດອນດິນ ແລະ ຊໍຊວຍ.
ອັງກິດ: Broomrape ແລະ Forest Ghost Flower.
ຈີນ: 哇 ແລະ 野菰.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດກາຟາກ, ເກີດຂຶ້ນເທິງຮາກຕົ້ນໄມ້ອື່ນ, ອາຍຸ 1 ປີ. ລຳຕົ້ນມີລັກສະນະຕັ້ງຊື່, ສູງປະມານ 15-25 ຊມ, ບໍລິເວນໂຄນລຳຕົ້ນມີກາບ 1-2 ໃບຫຸ້ມຢູ່, ສີບົວອ່ອນ, ມີກ້ານດຽວແທງຂຶ້ນມາຈາກຮາກໄມ້, ລຳຕົ້ນບໍ່ມີການແຕກກິ່ງກ້ານ ແລະ ບໍ່ມີໃບ, ປາຍກ້ານອອກດອກເປັນດອກດ່ຽວ. ດອກດ່ຽວ, ລັກສະນະຮູບຖ້ວຍຄ້ຳ ຫຼື ຮູບທໍ່ກົມ, ຍາວ 3-5 ຊມ, ສີມ່ວງປົນສີແດງ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-3 ຊມ, ປາຍແຍກອອກເປັນ 5 ແສກ. ເກສອນເພດຜູ້ມີ 4 ອັນ. ເຕົ້າໄຂ່ມີ 1 ອັນ, ປາຍຮວງຮັບມີຂະໜາດເສັ້ນຜ່າສູນກາງປະມານ 3 ມມ, ອວບນ້ຳ, ສີເຫຼືອງ. ກ້ານດອກຍາວ 15-40 ຊມ. ໝາກຮູບກົມ ຫຼື ຮູບໄຂ່, ຍາວ 1-1.5 ຊມ, ສີນ້ຳຕານ, ໝາກແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.

ບັນຍາຍການນຳໃຊ້

ເປັນອາຫານ: 

  • ດອກ: ນຳໄປລວກ ຫຼື ໜຶ້ງກິນກັບແຈ່ວປາແດກ.
  • ດອກນຳມາປະສົມກັບແປ້ງໃຊ້ເຮັດເປັນເຂົ້າໜົມດອກດິນ.
  • ດອກນຳໄປປະສົມກັບເຂົ້າໜຽວໜື້ງເຮັດໃຫ້ເຂົ້າປ່ຽນເປັນສີມ້ວງ.

ສັບພະຄຸນ:

  • ທັງຕົ້ນ: ອອກລິດຕໍ່ປອດ, ໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ, ໃຊ້ເປັນຢາຂັບພິດຮ້ອນຖອນພິດໄຂ້, ເຮັດໃຫ້ເລືອດເຢັນ, ແກ້ອາການເຈັບຄໍ, ຄໍອັກເສບ, ຕ່ອມທອລຊິນອັກເສບ, ຊ່ວຍຮັກສາອາການຕິດເຊື້ອໃນທາງເດີນປັດສະວະ, ແຊ່ກັບນ້ຳມັນງາໃຊ້ເປັນຢາແກ້ພະຍາດຜິວໜັງ, ແກ້ພິດແມງໄມ້ກັດ, ຕົ້ມດື່ມເປັນຢາແກ້ບວມ ແລະ ແກ້ອາການເຈັບບວມ.
  • ຕົ້ນ: ແກ້ໄຂ້ກະດູກອັກເສບ.
  • ດອກ: ຊົງດື່ມແກ້ເບົາຫວານ (ທັງຕົ້ນ, ດອກ), ຊ່ວຍຮັກສາຝີຕາມຜິວໜັງ, ແກ້ຝີພາຍນອກ ແລະ ແກ້ພິດງູກັດ.

ເປັນສິນຄ້າ: ດອກສາມາດນຳມາສະກັດເປັນສີປະສົມອາຫານໄດ້ສີດຳ, ສີນ້ຳເງິນ ແລະ ສີມ້ວງ. ເປັນສິນຄ້າຂາຍ.

ຂໍ້ມູນທາງວິທະຍາສາດ: 

  • ພົບວ່າສານສະກັດຊ່ວຍກະຕຸ້ນການຕອບສະໜອງການກະຕຸ້ນຂອງພູມຄຸ້ມກັນ.
  • ດອກດິນແດງມີລິດຕໍ່ຕັບ, ຕ້ານມະເຮັງ, ກະຕຸ້ນ T-cell ແລະ ຊ່ວຍກະຕຸ້ນພູມຄຸ້ມກັນ.
ການປະກອບສ່ວນ