ຕົ້ນລຸມພູກ / Divine Jasmine
APA 6th ed. ຕົ້ນລຸມພູກ / Divine Jasmine. (2021, March 22). Retrieved from https://www.phakhaolao.la/kb/0001073
MLA 8th ed. ຕົ້ນລຸມພູກ / Divine Jasmine. Pha Khao Lao, 22 March 2021, https://www.phakhaolao.la/kb/0001073.
Chicago 17th ed. Pha Khao Lao. 2021. "ຕົ້ນລຸມພູກ / Divine Jasmine." Published March 22, 2021. https://www.phakhaolao.la/kb/0001073.
Gardenia pomifera Wall.
Gardenia uliginosa Retz.
Posoqueria uliginosa (Retz.) Roxb.
Randia uliginosa (Retz.) Poir.
Solena uliginosa (Retz.) D.Dietr.
Xeromphis uliginosa (Retz.) Maheshw.
ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 5-10 ມ, ຕາມລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມຍາວທີ່ພັດທະນາເປັນກິ່ງນ້ອຍ, ໂດຍອອກກົງກັນຂ້າມກັນ, ຜິວຂຸຂະ, ກິ່ງອ່ອນເປັນຫຼ່ຽມມົນ, ເປືອກຕົ້ນສີນ້ຳຕານເຂັ້ມ, ເນື້ອໄມ້ເປັນສີຂາວປົນສີນ້ຳຕານອ່ອນ, ເນື້ອໄມ້ມີຄວາມລະອຽດ ແລະ ສະໝໍ່າສະເໝີ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່ປີ້ນ, ກ້ວາງ 5-10 ຊມ, ຍາວ 8-14 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມມີໃບເປັນສີຂຽວອ່ອນ, ມີຂົນກະຈາຍຫ່າງ. ກ້ານໃບຍາວບບໍ່ເກີນ 1 ຊມ. ຫູໃບຂະໜາດນ້ອຍຢູ່ລະຫວ່າງກ້ານໃບ. ດອກດ່ຽວ, ອອກຕາມງ່າມໃບໃກ້ກັບປາຍຍອດ, ມີຂະໜາດເສັ້ນຜ່າສູນກາງ 3-5 ຊມ, ສີຂາວ, ມີກິ່ນຫອມ. ກາບດອກເຊື່ອມຕິດກັນ, ປາຍແຍກເປັນ 5 ແສກ, ສີຂຽວ. ກີບດອກມີ 5 ແສກ, ຮູບຊົງກົມໃຫຍ່, ໜາ. ເກສອນເພດຜູ້ມີ 5 ອັນ, ຮູບແຖບ, ຖົງລະອອງເກສອນສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີ 1 ອັນ, ກ້ານເກສອນເປັນສີຂາວ, ປາຍຮວງຮັບແບ່ງອອກເປັນ 2 ແສກ, ຮູບຖ້ວຍ. ໝາກຮູບໄຂ່ ຫຼື ຮູບຮີກົມ, ມີຂະໜາດຍາວ 4-6 ຊມ, ເນື້ອແໜ້ນແຂງ, ຜິວລຽບ, ໝາກອ່່ອນເປັນສີຂຽວ, ໝາກສຸກເປັນສີເຫຼືອງ, ປາຍໝາກມີກາບດອກຕິດຢູ່ຈົນເປັນໝາກ. ແກ່ນຈຳນວນຫຼາຍ, ຮູບກົມ.
ສັບພະຄຸນ:
ຮາກ ແລະ ແກ່ນ: ຕົ້ມດື່ມບຳລຸງເລືອດ ແລະ ແກ້ເຈັບເມື່ອຍ.
ຮາກ ແລະ ໝາກ: ແກ້ຖອກທ້ອງ ແລະ ແກ້ອາການເຈັບທ້ອງບິດມູກເລືອດ.
ໝາກ: ແກ້ອາການເຈັບໄຂ້ ຫຼື ລົງແດງ.
ແກ່ນ: ຕົ້ມດື່ມເປັນຢາບຳລຸງຮ່າງກາຍ.
ຂໍ້ມູນທາງວິທະຍາສາດ:
ສານທີ່ພົບໄດ້ແກ່: olean-12-en-28-oic acid, (-L-arabinopyranosyl(1-3)-)-(-D-galactopyranosyl (1-6))-(-D-galactopyranosyl (1-3))-3-(-hydroxy : methyl ester; olean-12-en-28-oic acid, (-arabinopyranosyl (1-3))-( -D-galactopyranosyl(1-4))-(-D-glucuronopynosyl (1-3)) -3-(-hydroxy: ; olean-12-en-28-oic acid ແລະ 3-(-hydroxy; methylester)).
ຜົນປະໂຫຍດ:
ໝາກ: ນຳມາບົດໃຫ້ລະອຽດແລ້ວນຳໄປປະສົມກັບສີຍ້ອມຜ້າເຮັດໃຫ້ຕິດທົນ.
ເນື້ອໄມ້: ນິຍົມນຳມາໃຊ້ມາແກະສະຫຼັກ ຫຼື ນຳມາໃຊ້ເປັນເຄື່ອງໃຊ້ສອຍຕ່າງໆ.
ພືດປະດັບ: ໃນປັດຈຸບັນເຫັນວ່າການປູກຕົ້ນລຸມພູກໄວ້ເປັນໄມ້ປະດັບ ເນື່ອງຈາກສາມາດດັດ ແລະ ຕັດແຕ່ງກິ່ງໄດ້ງ່າຍ, ຂະຫຍາຍພັນ ແລະ ປູກລ້ຽງດູແລໄດ້ງ່າຍ, ດອກມີຄວາມງົດງາມ, ຮັກສາໄດ້ງ່າຍ ແລະ ມີກິ່ນຫອມ. ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ.