ຕົ້ນຂົມຟາດ / Java cedar

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Bischofia javanica Blume / PHYLLANTHACEAE
ຊື່ພ້ອງ
Andrachne apetala Roxb. ex Wall.
Andrachne trifoliata Roxb.
Bischofia cummingiana Decne.
Bischofia javanica var. lanceolata Müll.Arg.
Bischofia javanica var. oblongifolia (Decne.) Müll.Arg.
Bischofia javanica var. toui (Decne.) Müll.Arg.
Bischofia leptopoda Müll.Arg.
Bischofia oblongifolia Decne.
Bischofia roeperiana Decne.
Bischofia toui Decne.
Bischofia trifoliata (Roxb.) Hook.
Microelus roeperianus (Decne.) Wight & Arn.
Phyllanthus gymnanthus Baill.
Stylodiscus trifoliatus (Roxb.) Benn.
ຊື່ອື່ນ
ໄທ: ຕົ້ນເຕີມ, ດູ່ສົ້ມ, ດູ່ນ້ຳ, ປາດູ່ສົ້ມ, ປຣະສົ້ມໃບສົ້ມ, ປຣະດູ່ໃບສົ້ມ, ຍາຍຕຸງັນ, ກະດັງງາດົງ, ຈັນບື, ສົ້ມກົບ, ສົ້ມກົບໃຫຍ່, ກຸຕິ, ຮຸຕິກຣອງຍັນ ແລະ ກຣອງປະຍັນ.
ອັງກິດ: Java cedar ແລະ bishop’s wood.
ຈີນ: 史风木, 惊呆了, 秋楓, 秋枫 ແລະ 杨牧.
ມຽນມາ: aukkyu, aukkywe, hka-shatawi, kywe-tho, po-gaungsa, tayok-the, ye-padauk ແລະ yepadon.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງເຖິງຂະໜາດໃຫຍ່. ລຳຕົ້ນສູງ 10-30 ມ ແລະ ອາດສູງໄດ້ຮອດ 35 ມ, ລັກສະນະຂອງລຳຕົ້ນລັກສະນະຂ້ອນຂ້າງໜາ, ລຳຕົ້ນມັກໂຄ້ງງໍ, ເນື້ອໄມ້ສີນ້ຳຕານປົນສີເຫຼືອງ, ມີກິ່ນຫອມ, ເປືອກສີນ້ຳຕານອ່ອນ ຫຼື ນ້ຳຕານປົນແດງ ແລະ  ເມື່ອແກ່ຂຶ້ນຈະເປັນສີນ້ຳຕານເຂັ້ມ, ເປືອກຊັ້ນໃນເປັນສີນ້ຳຕານປົນແດງ ແລະ ມີຢາງສີແດງ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ກ້ານໃບຮູບກົມ, ຍາວ 10-20 ຊມ, ສີນ້ຳຕານປົນແດງ. ໃບຍ່ອຍມີ 3 ໃບ, ຮູບໄຂ່ ຫຼື ຮູບຮີປົນຮູບໄຂ່, ກ້ວາງ 5-11 ຊມ, ຍາວ 10-20 ຊມ, ໂຄນໃບມົນ, ຂອບແສກແຂ້ວ ຫຼື ຂອບແສກແຂ້ວເລື່ອຍ, ແຜ່ນໃບໜາຄ້າຍຄືໜັງ, ຜິວກ້ຽງ, ສີຂຽວ, ເມື່ອແກ່ປ່ຽນເປັສີແດງ. ກ້ານໃບຍ່ອຍກົມ, ກ້ານໃບຂ້າງຍາວປະມານ 1 ຊມ, ກ້ານໃບປາຍຍາວ 2-4 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບຫ້ອຍລົງ, ຍາວ 30-50 ຊມ. ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ສີເຫຼືອງອ່ອນອົມຂຽວ, ດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ມີກາບດອກ 5 ກາບ, ຮູບຫອກ, ບໍ່ມີກີບດອກ, ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ເປັນໝັນສັ້ນ, ເປັນແຜ່ນກ້ວາງ ແລະ ບໍ່ມີຖານດອກ. ດອກເພດແມ່ມີຖານຮອງດອກໜາ, ກີບດອກມີລັກສະນະໂຄ້ງເຂົ້າກາງ. ເຕົ້າໄຂ່ສັ້ນ, ປາຍແຍກອອກເປັນ 3 ແສກ, ຫຼົ່ນງ່າຍ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູູນກາງ 7-10 ມມ, ອົມນ້ຳ, ໝາກອ່ອນເປັນສີຂຽວເຂັ້ມ, ໝາກແກ່ປ່ຽນເປັນສີນ້ຳຕານ, ສີເຫຼືອງ ຫຼື ສີສົ້ມ. ແກ່ນມີ 3-4 ແກ່ນ.

ບັນຍາຍການນຳໃຊ້

ເປັນອາຫານ:

  • ຍອດອ່ອນ ແລະ ດອກ: ສາມາດນຳມາປະກອບອາຫານໄດ້ ເຊັ່ນ: ຍຳ, ຫຼວກກັບແຈ່ວ, ກິນສົດ ຫຼື ນຳໄປເຝົາໄຟກິນກັບເກືອຄ້າຍໝ້ຽງ, ຍອດອ່ອນຍັງສາມາດນຳມາປະກອບອາຫານເພື່ອເພີ່ມຣົດສົ້ມ ເຊັ່ນ: ແກງສົ້ມ.
  • ໝາກ: ໝາກສຸກມີຣົດຊາດສົ້ມ ແລະ ຝາດ ສາມາດກິນໄດ້.

ສັບພະຄຸນ: 

  • ຮາກ ແລະ ເປືອກ: ເປັນຢາຟອກເລືອດ, ແກ້ເລືອດດັງອອກ, ຊ່ວຍຫຼຸດອາການບວມ, ຊ່ວຍຂັບລົມ, ແກ້ອາການເຈັບກະດູກ ແລະ ເຈັບຂໍ້ກະດູກ ໂດຍນຳມາດອງເຫຼົ້າກິນ.
  • ເປືອກ: ຕົ້ມດື່ມແກ້ເຈັບຄໍ, ແກ້ເຈັບທ້ອງປິດ, ແກ້ເຈັບທ້ອງ (ເປືອກ, ໃບ), ແກ້ອາການຖອກທ້ອງ (ເປືອກ, ຍອດອ່ອນ), ແກ້ອາການທ້ອງຂີ້ຮາກ (ເປືອກ, ແກ່ນລຳຕົ້ນ) ແລະ ຊ່ວຍປ້ອງກັນອາການຖອກທ້ອງໄດ້.
  • ລຳຕົ້ນ: ຕົ້ມດື່ມແກ້ເຈັບຄໍ, ແກ້ສຽງແຫບ ແລະ ແກ້ເຈັບທ້ອງບິດ.
  • ເນື້ອໄມ້: ຕົ້ມດື່ມເປັນຢາບຳລຸງເລືອດ, ແກ້ເລືອດດັງໄຫຼ ແລະ ແກ້ໄຂ້ເນື່ອງຈາກເລືອດ.
  • ໃບ: ແກ້ຕານເຕັ້ນໃນເດັກ, ແກ້ເຈັບອັກເສບ, ແກ້ອາການທ້ອງຂີ້ຮາກ, ແກ້ອາການເຈັບທ້ອງບິດ, ແກ້ອາການທ່ຽວຖ່າຍ, ຮັກສາມະເຮັງໃນກະເພາະອາຫານ ຫຼື ທາງເດີນໃນກະເພາະອາຫານ, ຮັກສາຕັບອັກເສບເນື່ອງຈາກໄວຣັສ ແລະ ໃຊ້ພາຍນອກໂດຍແກ້ຝີໜອງ.
  • ດອກ: ຊ່ວຍຂັບເສມຫະ, ແກ້ລົມຈຸກສຽດ ແລະ ແກ້ທ້ອງອືດທ້ອງເຟີ້.

ຂໍ້ມູນທາງວິທະຍາສາດ: 

  • ໃບ ແລະ ຕົ້ນ: ພົບສານ Epifriedelinol acetate, Friedelinol, B-Sitosterol ແລະ B-Amyrin. 
  • ແກ່ນ: ພົບນ້ຳມັນ llagic acid, Ursolic acid ແລະ ພົບນ້ຳມັນຫອມທີ່ມີສີເຫຼືອງອ່ອນອີກດ້ວຍ.

ສິ່ງປຸກສ້າງ: ເນື້ອໄມ້ມີຄວາມໜຽວ ແລະ ແຂງແຮງສາມາດນຳມາສ້າງເຮືອນ, ຂົວ ແລະ ໃຊ້ເຮັດເຟີນິເຈີ້ ຫຼື ອຸປະກອນຕ່າງທີ່ທົນນ້ຳໄດ້.

ພືດປະດັບ: ສາມາດນຳມາປູກເປັນໄມ້ປະດັບເນື່ອງຈາກມີໃບທີ່ໜາ, ມີຊໍ່ດອກ ແລະ ຊໍ່ໝາກທີ່ສວຍງາມ.

ການປະກອບສ່ວນ