ຕົ້ນເບັນໂຄກ / Mignonotte tree

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lawsonia inermis L. / LYTHRACEAE
ຊື່ພ້ອງ
Alcanna spinosa (L.) Gaertn.
Casearia multiflora Spreng.
Lawsonia alba Lam.
Lawsonia speciosa L.
Lawsonia spinosa L.
Rotantha combretoides Baker
ຊື່ອື່ນ
ຊື່ສາມັນ: Henna, Alcana, Cypress shrub, Egyptian Rrivet, Henna Tree, Inai, Kok khau, Krapin, Madayanti, Mehadi, Mignonotte tree, Mong Tay, Lali, Reseda ແລະ Sinamomo.
ໄທ: ທຽນຂາວ, ທຽນຂາວ, ທຽນແດງ, ທຽນໄມ້, ທຽນເຂົ້າເປືອກ, ທຽນປ້ອມ, ທຽນຍ້ອມ, ຕົ້ນກາວ, ຕົ້ນກົກກາວ ແລະ ສະໝູນໄພທຽນກິ່ງ.
ຈີນ: 黄葵 ແລະ 琼嘉怀亚.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມເຄິ່ງໄມ້ເຄືອຂະໜາດກາງ. ລຳຕົ້ນສູງ 3-6 ມ, ລຳຕົ້ນແຕກກິ່ງກ້ານສາຂາເປັນຟຸ່ມກ້ວາງ, ກິ່ງອ່ອນເປັນສີຂຽວນວນ, ກິ່ງແກ່ເປັນໜາມ, ເປືອກຕົ້ນລຽບ ຫຼື ຍຸຍະ, ສີນ້ຳຕານປົນສີເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ຮູບຫອກ, ກ້ວາງ 1-1,5 ຊມ, ຍາວ 2-4,5 ຊມ, ໂຄນໃບຮຽວແຫຼມ ຫຼື ຮູບຫຼິ້ມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ແຂງ, ສີຂຽວເຂັ້ມ. ກ້ານໃບສັ້ນ. ຊໍ່ດອກແບບກະຈຸກຍາວ, ອອກບໍລິເວນປາຍຍອດ, ຍາວ 9-14 ຊມ. ດອກຍ່ອຍມີຈຳນວນຫຼາຍ, ມີ 2 ສາຍພັນຄື: ສາຍພັນດອກຂາວ ແລະ ສາຍພັນດອກແດງ, ມີກິ່ນຫອມ, ພັນດອກຂາວດອກມີສີເຫຼືອງອົມຂຽວ, ເມື່ອບານເຕັມທີມີຂະໜາດ 8-10 ມມ. ກາບດອກເຊື່ອມຕິດກັນຍາວ 2-2,5 ມມ. ກີບດອກມີ 4 ກີບ, ປາຍມົນ, ຮອຍວ້ຳຫຼຸບ, ມີຂະໜາດ 3-5 ມມ. ເກສອນເພດຜູ້ມີ 8 ອັນ. ເກສອນເພດແມ່ມີ 1 ອັນ. ໝາກຮູບກົມ, ມີຂະໜາດເສັ້ນຜ່່່າສູນກາງ 5-7 ມມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານເຂັ້ມ, ແຕກໄດ້. ແກ່ນມີຈຳນວນຫຼາຍ, ອັດແໜ້ນ, ເປັນຫຼ່ຽມ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາຂັບປັດສະວະ ( ຮາກ, ໃບ), ຮັກສາພະຍາດລົມບ້າໝູ, ໃຊ້ເປັນຢາຮັກສາຕາເຈັບ ແລະ ຂັບປະຈຳເດືອນຂອງແມ່ຍິງ (ຮາກ, ດອກ, ໝາກ).
  • ເປືອກຕົ້ນ: ຊ່ວຍຂັບນ້ຳເຫຼືອງເສຍໃນພະຍາດເຮື້ອນ.
  • ໃບ: ເປັນຢາຫຼຸດໄຂ້, ໃບທຽນສົດ ຫຼື ແຫ້ງນຳມາຕົ້ມເອົານ້ຳບ້ວນປາກ ແລະ ຄໍຊ່ວຍແກ້ອາການເຈັບຄໍໄດ້, ດືື່ມແກ້ອາການຖອກທ້ອງໄດ້ດີໃນເດັກນ້ອຍ (ໃບ, ຍອດອ່ອນ), ແກ້ອາການເຈັບທ້ອງ, ແກ້ບິດ, ກະເພາະອາຫານຜິດປົກກະຕິ, ຮັກສາກາມມະໂຣກ, ແກ້ນ້ຳເຫຼືອງເສຍ, ໃບສົດຊ່ວຍຫ້າມເລືອດ, ຕົ້ມເອົານ້ຳລ້າງ ຫຼື ທ່າບາດແຜ, ແຜສົດ, ແຜໄຟໄໝ້, ນ້ຳຮ້ອນລວກ, ແຜບວມຟົກຊ້ຳ, ແຜໜອງ, ແຜອັກເສບບວມເປັນໜອງ, ຖອນພິດເຈັັບແສບເຈັບຮ້ອນ, ລ້າງ ຫຼື ທາຜິວໜັງອັກເສບ, ຮັກສາຝີ, ສາມາດຂ້າເຊື້ອຣາ, ເຊື້ອແບັດທິເຣຍ, ເຊື້ອໜອງເຊິ່ງເປັນສາເຫດຂອງພະຍາດກາກ, ເປັນຢາກັນເລັບຖອນ, ແກ້ເລັບຂົບ ຫຼື ເລັບອັກເສບ, ເລັບຊ້ຳ, ເລັບເປັນແຜ, ເລັບເປັນໜອງ, ແກ້ອາການເຈັບນິ້ວມື ແລະ ນິ້ວຕີນ.
  • ດອກ: ເປັນຢາຮັກສາດີຊ່ານ ແລະ ແກ້ອາການເຈັບຫົວ.

ຂໍ້ມູນທາງວິທະຍາສາດ: 

  • ໃບ: ພົບສານເຄມີ Naphthoquinone ທີ່ມີຊື່ວ່າ Lawsone (hydroxy-1,4-naphthoquinone) ຢູ່ 0.5-0.9%, 1,4-naphthoquinone, tannin 5-10%, ມີຟາໂວນອຍ ເຊັນ: Apigenin, Luteolin, Phenolic acid, ກົດໄຂມັນ ແລະ xanthones ໄດ້ແກ່: laxanthone I, II ແລະ ຍັງມີສານເຄມີອົງປະກອບເພີ່ມເຕີມເຊັນ: benzenoids ມີ Gallic acid ແລະ Laloiside, Coumarins ມີ Aesculetin, Fraxetin ແລະ Scopoletin, Flavonoids ມີ Cynaroside ແລະ Tilianin, Polycyclics ມີ Lawsoniaside ແລະ Steroids ມີβ-sitosterol.
  • ສານສະກັດຈາກໃບທຽນດ້ວຍເຫຼົ້າຈະໄດ້ສານ Lawsone ທີ່ມີຄວາມເຂັ້ມຕໍ່າສຸດ 1,000 ppm. ເຊິ່ງສາມາດເຊື້ອຣາ ຫຼື ເຊື້ອພະຍາດໄດ້ຫຼາຍປະເພດ ເຊັ່ນ: Brucella, Escherichia coli, Micrococcus pyogenes var. aureus, Salmonella, Staphylococcus ແລະ Streptococcus. ສານເຫຼົ່ານີ້ສາມາດຂ້າເຊື້ອ andida albicans ແລະ ເຊື້ອ Pseudomonas aerugingosa ໄດ້.
  • ສານສະກັດໃບດ້ວຍນ້ຳຊ່ວຍເຮັດໃຫ້ມົດລູກບີບຕົວ.
  • ສານສະກັດດ້ວຍເຫຼົ້າເອທານອລ 95% ຊ່ວຍຕ້ານການອັກເສບ.
  • ສານ Lawsone ມີຄວາມປອດໄພສູງບໍ່ສາມາດກາຍພັນ ແລະ ກໍມະເຮັງໄດ້, ຮາກໃຊ້ໃນໄລຍະຍາວ ຫຼື ປະລິມານຫຼາຍອາດເຮັດໃຫ້ເບື່ອອາຫານ ແລະ ລຳໄສ້ມີການເໜັງຕິງຫຼາຍຂື້ນ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບເນື່ອງຈາກສາມາດຕົບແຕ່ງກິ່ງໄດ້ງ່າຍ ແລະ ດອກມີກິ່ນຫອມ.

ປະໂຫຍດ: ໃນປະເທດອິນເດຍນຳໃບທຽນມາຍ້ອມຜ້າ, ຍ້ອມສີຜົມ, ຍ້ອມຂົນ, ໜວດ, ຄິວ, ເຄົາ, ເລັບມື, ໃຊ້ຂຽນຕາມຜິວໜັງໄດ້ຢາງປອດໄພ, ນຳນຳໃຊ້ເປັນສ່ວນປະກອບຂອງເຄື່ອງສຳອາງເຊັ່ນ: ບຳລຸງຜິວ, ຍ້ອມສີຜົມ, ບຳລຸງເສັ້ນຜົມ ແລະ ຊ່ວຍປົກປ້ອງຜົມຈາກແສງແດດ ດ້ວຍສານ Lawsone. ນອກຈາກນີ້ແລ້ວຍັງໃຊ້ທຳຄວາມສະອາດ, ເປັນສ່ວນປະສົມໃນນ້ຳມັນທີ່ໃຊ້ໃນອຸດສາຫະກຳນ້ຳຫອມ.

ຂໍ້ຄວນລະວັງ: ຄົນທີ່ເປັນພູມແພ້ຄວນລະວັງອາດເຮັດໃຫ້ເກີດອາການແພ້ໄດ້.

ການປະກອບສ່ວນ