ຜັກຊີ / Fennel

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Foeniculum vulgare Mill. / APIACEAE
ຊື່ພ້ອງ
Anethum dulce DC.
Anethum foeniculum L.
Anethum minus Gouan
Anethum panmori Roxb.
Anethum panmorium Roxb. ex Fleming
Anethum pannorium Roxb.
Anethum piperitum Ucria
Anethum rupestre Salisb.
Foeniculum azoricum Mill.
Foeniculum capillaceum Gilib.
Foeniculum divaricatum Griseb.
Foeniculum dulce Mill.
Foeniculum foeniculum (L.) H.Karst.
Foeniculum giganteum Lojac.
Foeniculum officinale All.
Foeniculum panmorium (Roxb.) DC.
Foeniculum piperitum C.Presl
Foeniculum rigidum Brot. ex Steud.
Foeniculum vulgare var. capillaceum Burnat
Foeniculum vulgare subsp. capillaceum (Burnat) Holmboe
Foeniculum vulgare var. dulce (Mill.) Batt. & Trab.
Foeniculum vulgare var. inodorum Maire
Foeniculum vulgare subsp. piperitum (C.Presl) Bég.
Foeniculum vulgare var. piperitum (C.Presl) Ball
Foeniculum vulgare var. sativum C.Presl
Foeniculum vulgare subsp. sativum (C.Presl) Janch. ex Holub
Ligusticum foeniculum (L.) Roth
Ligusticum foeniculum (L.) Crantz
Meum foeniculum (L.) Spreng.
Selinum foeniculum E.H.L.Krause
Seseli foeniculum Koso-Pol.
ຊື່ອື່ນ
ໄທ: ທຽນແກບ, ທຽນຫວານ, ຕີນແກບ, ຢີ່ຣ່ານຫວານ ແລະ ທຽນເຂົ້າເປືອກ
ອັງກິດ: Fennel ແລະ Sweet fennel
ຈີນ: 汇祥 ແລະ 小虎乡
ບັນຍາຍລັກສະນະພືດສາດ

ຈັດເປັນພັນໄມ້ລົ້ມລຸກ, ອາຍຸຫຼາຍປີ. ລຳຕົ້ົົນສູງ 50-150 ຊມ,​ ມີການແຕກກິ່ງກ້ານບໍລິເວນປາຍຍອດ,​ ຜິວມີຮ່ອງຕາມລວງຍາວ, ສີເທົາປົນສີຂຽວ. ໃບມີລັກສະນະເປັນເສັ້ນຝອຍ, ເປັນແສກຄ້າຍຂົນນົກ 3-4 ແສກ. ກ້ານໃບຍາວ 3,5-4.5 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລິເວນປາຍກິ່ງ, ຊໍ່ດອກແຕກອອກເປັນກ້ານ 5-20 ກ້ານຊໍ່ດອກຍ່ອຍ, ຍາວ 2-5 ຊມ​. ດອກຍ່ອຍມີ 5-30 ດອກ. ກາບດອກມີຂະໜາດນ້ອຍ, ສີເຫຼືອງ. ກີບດອກມີ 5 ກີບ, ຮູບຮີ, ຍາວປະມານ 1,5 ມມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ມີ 1 ກ້ານ. ໝາກກຸ່ມ, ມີ 2 ໝາກໃນດອກດຽວກັນ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂ້າງແປ, ຜິວລຽບ. ແກ່ນມີ 1 ແກ່ນ, ຮູບໄຂ່, ກ້ວາງ 1,1-2,5 ມມ, ກ້ວາງ 3,6-8,4 ມມ, ມີກິ່ນຫອມ.

ບັນຍາຍການນຳໃຊ້

ອາຫານ:  ແກ່ນ: ສາມາດນຳມາໃຊ້ປຸງກິ່ນອາຫານປະເພດຕົ້ມ, ຕຸ່ນເພື່ອເຮັດໃຫ້ມີກິ່ນຫອມ ຫຼື ນຳມາອົບເຂົ້າໝົມປັງ ແລະ ເຂົ້າໜົມ. ນຳມາປະສົມກັບແຈ່ວ ແລະ ລາບ. ນຳມາປຸງກິ່ນອາຫານປະເພດຊີ້ນ, ກິ່ນນ້ຳຊຸບ, ເຂົ້າໜົມຫວານ, ເຂົ້າໜົມປັງ, ເຫຼົ້າ, ຜັກດອງ ແລະ ຍັງມີການໃຊ້ນ້ຳມັນຫອມລະເຫີຍຊະນິດຫວານໃຊ້ໃນການແຕ່ງກິ່ນຢາຖ່າຍ, ສ່ວນນ້ຳມັນຫອມລະເຫີຍຊະນິດຂົມຈະໃຊ້ໃນການແຕ່ງກິ່ນເຄື່ອງສຳອາງ, ຄີມ, ເຄື່ອງຫອມ, ສະບູ, ສານສະລ້າງ ແລະ ຢາທາພາຍນອກ.
ຍອດອ່ອນ: ໃຊ້ເປັນຜັກສົດກັບແຈ່ວ, ລາບຊີ້ນຕ່າງໆ, ນຳມາເຮັດຊຸບ, ຍຳ, ຂົ້ວ ແລະ ໃສ່ເອາະ ຫຼື ແກງ.
ໜໍ່ ແລະ ໃບ: ນຳມາປະກອບອາຫານເຊັ່ນ: ຂົ້ວ, ຕົ້ມ, ຕຸ່ນ, ປີ້ງ ຫຼື ກິນສົດ.

ສັບພະຄຸນ: ແກ່ນ: ອອກລິດຕໍ່ກະເພາະ, ໝາກໄຂ່ຫຼັງ, ຖົງປັດສະວະ, ເປັນຢາກະຈາຍຄວາມເຢັນໃນໝາກໄຂ່ຫຼັງເຮັດໃຫ້ມີອຸ່ນຫະພູມ, ຊ່ວຍບຳລຸງທາດໃນຮ່າງກາຍ, ຊ່ວຍແກ້ກະໄສ, ເປັນຢາບຳລຸງກຳລັງ, ແກ້ອາການຊີບພະຈອນອ່ອນ ຫຼື ພິການ, ແກ້ອາການນອນເລີ, ນອນສະດຸ້ງ, ແກ້ອາການເບື່ອອາຫານ, ກະຕຸ້ນເຮັດໃຫ້ຢາກເຂົ້າ, ແກ່ອາການປວດຮາກ, ແກ້ໄອ, ຊ່ວຍຂັບເສມຫະ ແລະ ລະລາຍລົມ, ເປັນຢາຂັບລົມໃນກະເພາະອາຫານ ແລະ ລຳໄສ້, ແກ້ອາການເຈັບທ້ອງ, ແກ້ອາການອາຫານບໍ່ຍ່ອຍ, ເຈັບກະເພາະ, ແກ້ລຳໄສ້ອັກເສບໃນເດັກ, ແກ້ປະສາດສູນກາງອັກເສບ, ແກ້ອາການເຈັບທ້ອງນ້ອຍ, ເຈັບທ້ອງປະຈຳເດືອນຂອງແມ່ຍິງ, ຊ່ວຍຂັບປັດສະວະ, ແກ້ລົມ, ຕີນມືເຢັນຊາ, ແກ້ອາການເຈັບຫຼັງ, ເຈັບແອວເນືື່ອງຈາກໝາກໄຂ່ຫຼັງອ່ອນເພຍ, ເປັນຢາແກ້ລົມ, ແກ້ລິດຊີດວງ, ແກ້ເປື່ອຍຄັນ, ແກ້ເມື່ອຍ, ແກ້ອາການເຈັບ ແລະ ຍັງເປັນຢາຫອມອີກດ້ວຍ.

ຂໍ້ມູນທາງວິທະຍາສາດ: ແກ່ນ: ພົບນ້ຳມັນຫອມລະເຫີຍ 3-6% ແລະ ໃນນ້ຳມັນຫອມລະເຫີຍພົບສານ  Anethole, Anisealdehyde, Anisic acid, a-Phellandrene, a-Pinene, cis-Anethole, Dipentene, Estragole, Fenchone ແລະ ພົບນ້ຳມັນ 18% ໂດຍສ່ວນໃຫຍ່ເປັນສານ Petroselinic acid, Stigmasterol ແລະ 7-Hydroxycoumarin ເປັນຕົ້ົົນ.

ພົບນ້ຳມັນທີ່ລະເຫີຍງ່າຍ 1,5-8,6 ຊມ ເຊິ່ງພົບສານ Trans-anethole ຈຳນວນຫຼາຍ, ນອກນີ້ຍັງມີ anisic acid, anisic, aldehyde, alpha-pinene, camphene, estragole (methyl chavicol), fenchone, limonene, ຍັງມີສານກຸ່ມ flavonoid ເຊັ່ນ: quercetin-3-arabinoside, quercetin-3-glucurunide, isoquercitrin, rutin ແລະ ສານໃນກຸ່ມຂອງຄາມາຮິນ ເຊັ່ນ: umbelliferone.
    ຜັກຊີມີສິດໃນການຢັບຢັ້ງການເກີດສານກາຍພັນ, ຢັັັັັັບຢັ້ງການເກີດຊີ້ນປົ່ງ, ບຳລຸງຮ່າງກາຍຊ່ວຍໃຫ້ຈະເລີນອາຫານ, ປຸ້ນທ້ອງປວດຮາກ, ເປັນຢາລະບາຍ, ແກ້ອາການທ້ອງອືດທ້ອງເຟີ້ອ, ຂັບຖ່າຍພະຍາດພິດ, ຂັບປັດສະວະ, ຄາຍຮໍໂມນເພດຍິງ, ຕ້ານເຊື້ອແບັກທິເຣຍ ແລະ ຊ່ວຍຄາຍກ້າມເນື້ອ.
    ນ້ຳມັນຫອມລະເຫີຍ, ສານສະກັດນ້ຳ, ສານສະກັດ Diglucoside stilbene trimers ແລະ ອານຸພັນຂອງ Benzoisofuranone ມີສິດໃນການຕ້ານອານຸມູນອິດສະຫຼະ.
    ນ້ຳມັນຫອມລະເຫີຍມີສິດຕ້ານການເກາະຕົວຂອງເກັດເລືອດ.
    ສານສະກັດດ້ວຍນ້ຳມັນຊ່ວຍຫຼຸດຄວາມດັນເລືອດ ແລະ ຊ່ວຍໃນການຂັບປັດສະວະ.
    ສານ Fenchone ຊ່ວຍຢັບຢັ້ງເຊື້ອບາງຊະນິດໃນລຳໄສ້ ແລະ ຊ່ວຍບັນເທົາອາການເຈັບທ້ອງ.
    ຜັກຊີຊ່ວຍຫຼຸດອາການຖອກທ້ອງ.
    ນ້ຳມັນຈາກແກ່ນເປັນຢາຂັບລົມ, ບັນເທົາອາການທ້ອງອືດທ້ອງເຟີ້, ຈຸກສຽດແໜ້ນທ້ອງ, ຊ່ວຍເຮັດໃຫ້ລຳໄສ້ມີການບີບຕົວ ແລະ ຄາຍກ້າມເນື້ອ, ຈຶ່ງສາມາດຊ່ວຍຂັບລົມໃນລຳໄສ້ ແລະ ບັນເທົາອາການເຈັບທ້ອງ.
    ສານສະກັດນ້ຳຊ່ວຍປົກປອງກະເພາະອາຫານ, ຊ່ວຍປ້ອງກັນການເກີດແຜໃນກະເພາະອາຫານຈາກການທຳລາຍຂອງເຫຼົ້າ.
    ສານສະກັດອາຊີໂຕນເຊິງມີສານສຳຄັນຄື Polymer ຂອງ Anethole ເຊິ່ງຊ່ວຍຂັບນ້ຳນົມ, ຂັບປະຈຳເດືອນ ແລະ ຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ.
    ນ້ຳມັນຫອມລະເຫີຍຊ່ວຍປ້ອງກັນຕັບ, ຕ້ານເຊື້ອຈຸລະຊີບ, ຕ້ານແບັກທິເຣຍ ແລະ ຕ້ານເຊື້ອ Helicobacter pylori.
    ສານສະກັດຈາກເມທານອລຊ່ວຍຕ້ານການເຈັບ ແລະ ອັກເສບ.
    ສານສະກັດເຫຼົ້າ ແລະ ນ້ຳມັນຫອມລະເຫີຍຊ່ວຍຄາຍກ້າມກ້ຽງ, ຄາຍກ້າມເນື້ອຫຼອດລົມ ໂດຍມີຜົນຕໍ່ Potassium channel.
    ຖ້າດົມນ້ຳມັນຫອມລະເຫີຍຈະມີຜົນກະຕຸ້ນຕໍ່ລະບົບປະສາດ Sympathetic.
    ສານ Estragole ເຮັດໃຫ້ເກີດຊີ້ນປົ່ງໄດ້.
    ນ້ຳມັນຫອມຖ້າໃຊ້ໃນປະລິມານຫຼາຍອາດເຮັດໃຫ້ເກີດອາການຫຼອນໄດ້.

ຄຸນຄ່າທາງໂພຊະນາການຂອງຜັກຊີ: ພະລັງງານ 31 ກຼາມ, ຄາໂບໄຮເດຣດ 7,29 ກຼາມ, ເສັ້ນໄຍອາຫານ 3.1 ກຼາມ, ໄຂມັນ 0.20 ກຼາມ, ໂປຣຕີນ 1.24 ກຼາມ, ນ້ຳ 90.21 ກຼາມ, ວິຕາມິນບີ 1 1%, ວິຕາມິນບີ 2 3%, ວິຕາມິນບີ 3 4%, ວິຕາມິນບີ 5 5%, ວິຕາມິນບີ 6 4%, ວິຕາມິນບີ 9 7%, ວິຕາມິນຊີ 14%, ແຄລຊຽມ 5%, ທາດເຫຼັັກ 6%, ແມັກນີຊຽມ 5%,​ ແມງການີສ 9%, ຟແສຟໍຣັສ 9%, ໂພແທັກຊຽມ 9% ແລະ ສັງກາສີ 2%.

ຄຸນຄ່າທາງໂພຊະນາການຂອງແກ່ນຜັກຊີ: ພະລັງງານ 345 ກຼາມ, ຄາໂບໄຮເດຣດ 52,29 ກຼາມ, ເສັ້ນໄຍອາຫານ 39.8 ກຼາມ, ໄຂມັນ 14.48 ກຼາມ, ໂປຣຕີນ 15.80 ກຼາມ, ນ້ຳ 8.81 ກຼາມ, ວິຕາມິນບີ 1 0.408 ມິນລີກຼາມ, ວິຕາມິນບີ 2 0.353 ມິນລີກຼາມ, ວິຕາມິນບີ 3 6.050 ມິນລີກຼາມ, ວິຕາມິນບີ 6 0.470, ວິຕາມິນຊີ 21.0 ມິນລີກຼາມ, ແຄລຊຽມ 1.196 ມິນລີກຼາມ, ທາດເຫຼັັກ 18.54 ມິນລີກຼາມ, ແມັກນີຊຽມ 385 ມິນລີກຼາມ,​ ຟແສຟໍຣັສ 857 ມິນລີກຼາມ, ໂພແທັກຊຽມ 1.694 ມິນລີກຼາມ, ໂຊດຽມ 88 ມິນລີກຼາມ ແລະ ສັງກາສີ 3.70 ມິນລີກຼາມ.

ການປະກອບສ່ວນ