ດອກກາວ / Garden balsam

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Impatiens balsamina L. / BALSAMINACEAE
ຊື່ພ້ອງ
Balsamina angustifolia Blume
Balsamina balsamina (L.) Huth
Balsamina coccinea (Sims) DC.
Balsamina cornuta (L.) DC.
Balsamina foeminea Gaertn.
Balsamina hortensis Desp.
Balsamina lacca Medik.
Balsamina minutiflora Span.
Balsamina mollis G.Don
Balsamina odorata Buch.-Ham. ex D.Don
Balsamina racemosa Buch.-Ham. ex D.Don
Balsamina salicifolia Bojer ex Baker
Impatiens balsamina var. corymbosa Santapau
Impatiens coccinea Sims
Impatiens cornuta L.
Impatiens eriocarpa Launert
Impatiens stapfiana Gilg
ຊື່ອື່ນ
ລາວ: ດອກເອັນເຈົາ ແລະ ດອກທຽນ
ໄທ: ທຽນດອກ, ທຽນສວນ, ທຽນໄທ, ທຽນຂາວ, ທຽນບ້ານ ແລະ ທຽນ
ຈີນ: 苏嘉华, 吉卡出租, 萧前, 鸿翔, 智佳华, 吉星志, 冯宪华 ແລະ 扶风县花枝
ອັງກິດ: Garden balsam
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກຂະໜາດນ້ອຍ, ມີອາຍຸປະມານ 1 ປີ. ລຳຕົ້ນສູງ 20-70 ຊມ, ມີການແຕກກິ່ງກ້ານໃກ້ກັບໂຄນຕົ້ນ, ຕົ້ນກົມຮູບຊົງກະບອກ, ລຳຕົ້ນອວບ, ຜິວລຽບ, ເນື້ອໃສ, ບໍລິເວນໂຄນຕົ້ນເປັນສີແດງ, ພາກສ່ວນອ່ອນສີຂຽວອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ກ້ວາງ 2-4 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫຼິ້ມ, ຂອງແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບເປັນສີຂຽວເຂັ້ມ, ຜິວໃບລຽບທັງສອງດ້ານ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອກຍ່ອຍມີ 2-3 ດອກ, ມີຫຼາຍສີສັນຂຶ້ນກັບສາຍພັນ ເຊັ່ນ: ສີບົວ, ສີແດງ, ສີມ່ວງ, ສີຂ່າວ ຫຼື ອາດເປັນສີປະສົມກໍ່ໄດ້. ກາບດອກມີ 3 ກາບ, ສີຂຽວ. ກີບຮອງດອກຮູບຖ້ວຍ, ປາກບານອອກ, ມີງວງນ້ຳຫວານຍາວ. ກີບດອກມີ 4-5 ກີບ, ຊ້ອນກັນ ຫຼື ບໍ່ຊ້ອນກັນ, ແຕ່ລະກີບມີຂະໜາດບໍ່ເທົ່າກັນ, ປາຍເປັນວັກຕື້ນ. ເກສອນເພດຜູ້ມີ 5 ອັນ, ຕິດກັນຢູ່ຮອບເຕົ້າໄຂ່. ເຕົ້າໄຂ່ມີ 5 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດ, ປາຍເຕົ້າໄຂ່ມີຮອຍແຍກ 5 ຮ່ອງ. ໝາກຮູບຮີ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ, ໝາກແກ່ແລ້ວແຕກຕາມທາງຍາວເປັນ 5 ແສກ, ເປືອກມ້ວນກັບໄປທາງຫຼັງ. ແກ່ນຮູບກົມ ຫຼື ຮູບໄຂ່ແປ, ມີເສັ້ນຜ່າສູນກາງ 1.5-3 ມມ, ສີນ້ຳຕານເຂັ້ມ ຫຼື ສີດຳ.

ບັນຍາຍການນຳໃຊ້

ອາຫານ: 

  • ໃບ: ຊາວບ້ານໃນອາດີດຈະນຳໃບມາຮັບປະທານເປັນອາຫານ

ສັບພະຄຸນ: 

  • ຮາກ: ຊ່ວຍລະລາຍເລືອດ, ຟອກເລືອດ, ຊ່ວຍຂັບລົມໃນຮ່າງກາຍ, ແກ້ລົງຂາວຂອງແມ່ຍິງ, ແກ້ຕົກເລືອດ, ແກ້ອາການບວມນ້ຳໂດຍໃຊ້ຮາກ 4-5 ກຼາມນຳມາຕົ້ມກັບຊີ້ນໝູກິນ 3-4 ຄັ້ງ, ຮັກສາແຜຊ້ຳເຮື້ອ, ເປັນຢາແກ້ຝີໜອງ, ແກ້ຝົກຊ້ຳຂຽວ, ຝົກຊ້ຳເປັນກ້ອນ, ບວມແດງ ໂດຍການໃຊ້ຮາກແຫ້ງບົດເປັນຜົງຊົງກັບເຫຼົ້າຄັ້ງລະ 10-15 ກຼາມຕໍ່ວັນ, ແກ້ອາການເຈັບກະດູກ, ແກ້ໜ້າບວມ, ຂາບວມໂດຍໃຊ້ຮາກກັບໃບສົດປະສົມກັບນ້ຳຕານຕຳໃຫ້ລະອຽດ ແລ້ວນຳມາພອກ ແລະ ແກ້ກ້າງຕິດຄໍໂດຍນຳຮາກສົດມາຄ້ຽວແລ້ວກື່ນລົງໄປຊ້າໆ ຫຼັງຈາກນັ້ນແມ່ນອົມນ້ຳອຸ່ນເພື່ອແກ້ແຂ້ວພຸ (ເນື່ອງຈາກຢາໂຕນີ້ເປັນຢາລະລາຍກະດູກ ແລະ ແຂ້ວໄດ້).
  • ລຳຕົ້ນ: ຊ່ວຍເຮັດໃຫ້ເລືອດເດີນສະດວກ, ນຳມາຄັ້ນເອົານ້ຳ ຫຼື ຄ້ຽວກື່ນແກ້ກ້າງຄາຄໍ, ເຮັດໃຫ້ປວດຮາກ, ຊ່ວຍຂັບປັດສະວະ, ຮັກສາແຜເນົ່າເປືອຍ, ແກ້ຜິດງູກັດ, ແກ້ອາການເລັບບວມ, ອັກເສບ ຫຼື ເປັນແຜບໍລິເວນເລັບມືໂດຍນຳຕົ້ນສົດມາຄັ້ນເອົານ້ຳດື່ມ ສ່ວນທີ່ເຫຼືອແມ່ນນຳມາພອກ, ແກ້ຝີໜອງໂດຍນຳຕົ້ນຕັດມາຕຳໃຫ້ລະອຽດປະສົມກັບນ້ຳຕານຊາຍແດງ ແລ້ວນຳມາພອກ, ແກ້ເຈັບບວມ, ເປັນພິດ, ຊ່ວຍຂັບລົມ, ແກ້ເຈັບຂໍ້, ແກ້ເັຈັບກະດູກໂດຍໃຊ້ຕົ້ນສົດ 40 ກຼາມກິນກັບເຫຼົ້າ, ຊ່ວຍແກ້ເໜັບຊາ, ເຮັດໃຫ້ເສັ້ນເອັນມາຍຕົວ, ຊ່ວຍບຳລຸງຜິວ ແລະ ຫຼຸດຮອຍສິວ.
  • ໃບ: ເປັນຢາຟອກເລືອດ, ເປັນຢາລະລາຍລົມ, ໃບເປັນຢາແກ້ບິດ, ມູກເລືອດ, ໃຊ້ຮັກສາແຜຊ້ຳເຮື້ອ, ຮັກສາແຜຖືກນ້ຳຮ້ອນຫຼວກ, ແຜພຸພອງ ຫຼື ແຜໄຟໄໝ້ໄດ້, ແກ້ແຜອັກເສບ, ແຜເນົ່າເປືີ່ອຍ, ຮັກສາຝີໜອງໂດຍການໃຊ້ໃບແຫ້ງປະມານ 10-15 ກຼາມນຳມາຕົ້ມດື່ມເຊົ້າແລງ, ເປັນຢາແກ້ງູກັດ, ນຳມາຕົ້ມພອກເປັນຢາຖອນພິດ, ແກ້ເຈັບແສບ, ເຈັບຮ້ອນ, ເປັນຢາຮັກສາກາກໂດຍນຳໃບສົດ 1 ກຳມືມາຕໍາພອກຈົນກ່ວາຫາຍ, ແກ້ຝີອັກເສບ, ແກ້ແຜໜອງຊໍ້າເຮືອ, ນຳມາຕຳພອກແກ້ນ້ຳກັດມື, ແກ້ເລັບຍັກ ຫຼື ເລັບຊໍ້າ, ແກ້ບວມ, ແກ້ອາການເຈັບ, ແກ້ໜ້າບວມ, ຂາບວມ, ຊ່ວຍຂັບລົມ, ແກ້ອາການເຈັບຂໍ້, ຮັກສາອາການເຈັບກະດູກ, ແກ້ອາການເຈັບຕາມຂໍ່ມື, ຂໍ່ຕີນ, ຮັກສາແຜທີ່ຖືກແກ້ວບາດ ຫຼື ຮັກສາສ້ຽນ (ຮາກ, ໃບ).
  • ຍອດອ່ອນ: ແກ້ດັງອັກເສບ, ບວມ, ແດງ ໂດຍນຳຍອດສົດມາຕຳພອກເຊົ້າແລງ.
  • ດອກ: ບຳລຸງຮ່າງກາຍ, ເປັນຢາຟອກເລືອດ, ເປັນຢາລະລາຍລົມ, ແກ້ອາການເຈັບກ່ອນເປັນປະຈຳເດືອນ, ນຳມາຕຳພອກບ່ອນທີ່ຖືກນ້ຳຮ້ອນຫຼວກ, ແຜພຸພອງ ຫຼື ແຜໄຟໄໝ້ໄດ້, ໃຊ້ກັນເລັບຖອດ, ແກ້ເລັບອັກເສບ, ແກ້ບວມ, ແກ້ອາການເຈັບປວດເນື່ອງຈາກຖືກກະທົບກັບຂອງແຂງ, ແກ້ອາການເຈັບແອວ, ຫຼຸດບວມ, ເປັນຢາແກ້ເຈັບຂໍ່, ແກ້ອາການເຈັບຂໍ່ມື ແລະ ຂໍ່ຕີນຂອງຜູ້ທີ່ເປັນພະຍາດເກົາ.
  • ແກ່ນ: ເປັນຢາຟອກເລືອດ, ຊ່ວຍລະລາຍເລືອດ, ແກ້ກ້າງຄາຄໍ, ເປັນຢາຂັບເສມຫະ, ໃຊ້ເປັນຢາຂັບເລືອດ, ຂັບປະຈຳເດືອນຂອງແມ່ຍິງ, ແກ້ປະຈຳເດືອນບໍມາ, ເຮັດໃຫ້ເກີດລູກງ່າຍຂຶ້ນ, ໃຊ້ເປັນຢາຂັບລູກທີ່ຕາຍໃນທ້ອງຂອງແມ່ຍິງ, ເປັນຢາແກ້ກ້າມຊິ້ນໃນມົດລູກຂອງແມ່ຍິງ, ຊ່ວຍແກ້ອາການຕັບແຂງ, ແກ້ແຜອັກເສບຕິດເຊື້ອແບບຊຳເຮື້ອ, ຮັກສາແຜໄຟໄໝ້ນ້ຳຮ້ອນຫຼວກ ແລະ ແກ້ອາການເຈັບບວມ.
  • ທັງຕົ້ນ: ໃຊ້ເປັນຢາຟອກເລືອດ, ໃຊ້ເປັນຢາແກ້ຝີບໍລິເວນຄໍ ແລະ ໃຊ້ເປັນຢາຂັບລົມ.

ຂໍ້ມມູນທາງວິທະຍາສາດ:

  • ຮາກ: ພົບສານ Cyanidin ແລະ mono-glycosidise.
  • ໃບ: ມີສານ 2-methoxy-1, 4-naphthaquinone ສາມາດຂ້າເຊື້ອຣາໃນພືດໄດ້, 
  • ດອກ: ພົບສານ Anthocyanins, Cyanidin, Delphinidin, Harands, Quercetin, Pelargonidin ແລະ Malvidin Kaempferol.
  • ນ້ຳມັນຫອມລະເຫີຍ ແລະ ນ້ຳມັນ: ພົບສານ Balsaminasterol parinaric acid ແລະ ໂປຣຕີນເປັນຕົ້ນ.
  • ແກ່ນ: ພົບສານ Balsaminasterol Parinaric acid, ນ້ຳມັນ ແລະ ໂປຣຕີນ.
  • ສານສະກັດດ້ວຍເຫຼົ້າຈາກໃບສາມາດຂ້າເຊື້ອຈຳພວກ Dermatophytes ເຊິ່ງເປັນສາເຫດສຳຄັນທີ່ເຮັດໃຫ້ເກີດພະຍາດຜິວໜັງ ແລະ ຂີ້ກາກ.
  • ສານສຳຄັນໃນແກ່ນສາມາດຕ້ານເຊື້ອແບັກທິເຣຍ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບເນື່ອງຈາກມີດອກທີ່ສວຍງາມ ແລະ ອີກສ່ວນໜຶ່ງແມ່ນຊື່ຂອງຕົ້ນທຽນເປັນແສງສະຫວ່າງທີ່ໃຊ້ບູຊາ.

ຄຸນປະໂຫຍດ: 

  • ໃບ: ນຳມາຕົ້ມສະຜົມ,​ ຊ່ວຍບຳລຸງເສັ້ນຜົມເຮັດໃຫ້ຜົມດົກດຳ, ນ້ຳຄັ້ນຈາກໃບສົດສາມາດນຳມາຍ້ອມສີຜ້າ, ດອກ ແລະ ໃບໃຊ້ຍ້ອມເລັບເຮັດໃຫ້ເລັບງາມ.
  • ແກ່ນ: ໃຫ້ນ້ຳມັນສຳລັບຫຸງຕົ້ມ ຫຼື ນ້ຳມັນໃຊ້ສຳລັບໃຕ່ຕະກຽງ.

ຂໍ້ຄວນລະວັງ:

  • ຜູ້ຍິງມີລູກຫ້າມຮັບປະທານສະໝູນໄພຊະນິດນີ້.
  • ແກ່ນສາມາດລະລາຍກະດູກ ແລະ ເຮັດໃຫ້ແຂ້ວຜຸ ຫຼື ຫັກໄດ້, ຈຶ່ງຄວນລະມັດລະວັງບໍ່ໃຫ້ຖືກແຂ້ວ.
  • ບໍ່ຄວນຮັບປະທານຮາກຂອງຕົ້ນທຽນຫາກກິນໃນປະລິມານຫຼາຍ ຫຼື ຮັບປະທານຕິດຕໍ່ກັນນານໆ
ການປະກອບສ່ວນ