ຕົ້ນຄູຄາວ / Ankota

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Alangium salviifolium (L.f.) Wangerin / CORNACEAE
ຊື່ພ້ອງ
Alangium acuminatum Wight ex Steud.
Alangium decapetalum Lam.
Alangium lamarckii Thwaites
Alangium latifolium Miq. ex C.B.Clarke
Alangium mohillae Tul.
Alangium salviifolium subsp. decapetalum (Lam.) Wangerin
Alangium salviifolium subsp. salviifolium
Alangium sundanum var. miqueliana Kurz
Alangium tomentosum Lam.
Grewia salviifolia L.f.
Karangolum mohillae (Tul.) Kuntze
Karangolum salviifolium (L.f.) Kuntze
ຊື່ອື່ນ
ໄທ: ໝາກຕາປູ, ໝາກເກືອກາ, ຕົ້ນປຸ໋, ຕົ້ນປຣູ ແລະ ຜະລູປຣູ
ອັງກິດ: Ankota ແລະ Sage leaved alangium.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມຂະໜາດໃຫຍ່ ຫຼື ໄມ້ຢືນຕົ້ນຂະໜານນ້ອຍເຖິງຂະໜາດປານກາງ. ລຳຕົ້ນສູງ 8-10 ມ, ລຳຕົ້ນ ແລະ ກິ່ງກ້ານກ້ຽງ ຫຼື ອາດມີຂົນເລັກນ້ອຍຕາມກິ່ງອ່ອນ, ລຳຕົ້ນມີລັກສະນະບິດງໍ, ເປືອກຕົ້ນແຕກເປັນສະເກັດ, ສີນ້ຳຕານແດງ, ເປືອກດ້ານໃນເປັນສີເຫຼືອງອ່ອນ ແລະ ເນື້ອໄມ້ເປັນສີນ້ຳຕານປົນສີຂຽວ. ໃບດ່ຽວ, ອອກຮຽງສະຫຼັບ,​ ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກກັບ, ກ້ວາງ 5-7 ຊມ, ຍາວ 8-15 ຊມ, ໂຄນໃບແຫຼມ ຫຼືື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບກ້ຽງ ຫຼື ເກືອບກ້ຽງ, ໃບອ່ອນມີຂົນ, ເປັນສີຂຽວອ່ອນ, ໃບແກ່ເປັນສີຂຽວເຂັ້ມ. ກ້ານໃບຍາວ 0.5-1.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ກິ່ງກ້ານ, ຍາວ 2-3 ຊມ. ດອກຍ່ອຍມີຈຳນວນຫຼາຍ, ມີຂົນກະຈາຍຢູ່ທົ່ວ, ສີຂາວນວນ ຫຼື ສີເຫຼືອງອ່ອນ, ກິ່ນຫອມ. ກາບດອກຮູບຂອບຂະໜານແຄບ, ດ້ານນອກມີຂົນສີນ້ຳຕານປົນຂຽວ. ກີບດອກມີ 5-6 ແສກ, ຮູບແຖບ, ມີລັກສະນະກົງໂຄ້ງລົງ, ຍາວ 1-1.5 ຊມ, ສີຂາວ. ເກສອນເພດຜູ້ມີ 10-18 ອັນ, ສ່ວນຫຼາຍມີ 12 ອັນ, ໂຄນກ້ານເກສອນມີຂົນຍາວ. ເຕົ້າໄຂ່ຈັບລຸ່ມ, ຮູບຮີ, ມີ 1 ຫ້ອງ, ມີ 1 ເມັດໄຂ່, ຜິວກ້ຽງ. ໝາກອອກແບບກະຈຸກ, ຮູບກົມ ຫຼື ຮູບຮີ, ກ້ວາງປະມານ 0.9 ຊມ, ຍາວປະມານ 1.5 ຊມ, ມີຣົດຊາດສົ້ມຫວານ ແລະ ມີກິ່ນຫອມ. ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີດຳ, ໝາກແກ່ບໍ່ແຕກແຕ່ຈະມີຮ່ອງສັ້ນຕາມຄວາມຍາວ. ແກ່ນມີ 1 ແກ່ນ, ມີແພຈຸລັງສີແດງຫຸ້ມແກ່ນເອົາໄວ້.

ບັນຍາຍການນຳໃຊ້

ເປັນອາຫານ:

  • ໝາກ: ໝາກສຸກມີຣົດຊາດສົ້ມຫວານ ແລະ ມີກິ່ນຫອມສາມາດກິນໄດ້.

ສັບພະຄຸນ: 

  • ເປືອກຮາກ: ນ້ຳມາຕົ້ມດື່ມແກ້ອາການໄຂ້, ຊ່ວຍຂັບເຫື່ອ, ແກ້ພິດ, ເຮັດໃຫ້ປວດຮາກໄດ້, ໃຊ້ເປັນຢາລະບາຍ, ຮາກສົດນຳມາຕໍາໃຫ້ລະອຽດ ຫຼື ຄັ້ນເອົາແຕ່ນ້ຳໃຊ້ລ້າງແຜ່ແກ້ພະຍາດຜິວໜັງ.
  • ເປືອກຕົ້ນ: ໃຊ້ຕົ້ມດື່ມເປັນຢາບຳລຸງທາດໄຟ, ແກ້ຫອບຫືດ, ແກ້ໄອ, ແກ້ອາການຈຸກສຽດ ແລະ ຖອກທ້ອງ.
  • ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາບຳລຸງກຳລັງ, ແກ້ລິດຊີດວງໃນລຳໄສ້, ແກ້ລິດຊີດວງໃນທາວານ, ແລະ ແກ້ນ້ຳເຫຼືອງ.
  • ໝາກ: ເປັນຢາບຳລຸງທາດ ແລະ ແກ້ອາການຈຸດສຽດ.
  • ບໍ່ລະບຸສ່ວນທີ່ໃຊ້: ຊ່ວຍຫຼຸດຄວາມດັນເລືອດ, ເພີ່ມການບີບຕົວຂອງຫົວໃຈ, ເຮັດໃຫ້ຫຼອດເລືອດໃນຫົວໃຈຫົດຕົວ, ຊ່ວຍຫຼຸດອາການອັກເສບ, ຄາຍກ້າມເນື້ອມົດລູກ, ຕ້ານເຊື້ອຣາ, ເຊື້ອແບັກທິເຣຍ, ໂປຣໂຕຊົວ, ເຊື້ອຢີສ ແລະ ຕ້ານເຊື້ອມະເຣັງ.

ສານທີ່ພົບ: ພົບສານອັນຄາລອຍຫຼາຍຊະນິດໄດ້ແກ່: anabasine, cephaeline, psychotrine ເຊິ່ງອາດຈະເປັນອັນຕະລາຍໄດ້ ເຊິ່ງຖ້າຮາກຄົນ ຫຼື ສັດຮັບປະທານເຂົ້າໄປໃນປະລິມານຫຼາຍຈະເຮັດໃຫ້ປະສາດຫຼອນ, ຄັນ ແລະ ແສບຮ້ອນຕາມຜິວໜັງ.

ການປະກອບສ່ວນ