ເຄືອເຂົາແກບ / Ventilago

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ventilago denticulata Willd. / RHAMNACEAE
ຊື່ພ້ອງ
Ventilago denticulata var. acuta Bhandari & Bhansali
Ventilago denticulata var. bifida Bhandari & Bhansali
Ventilago macrantha Tul.
Ventilago silhetiana M.A.Lawson
Ventilago smithiana Tul.
Ventilago sulphurea Tul.
ຊື່ອື່ນ
ໄທ: ກ້ອງແກບ, ເຂົ້າແກບ, ເຫົາດຳ, ຮອງໜັງ, ຮ່ອງໜັງ, ປອກແກບ, ເຄືອໝວກນ້ອຍ, ເຄື່ອໄວນ້ອຍ, ກະຫຼ່ຽງແດງ, ແສງອາທິດ, ຮາກແດງ, ກ້ອງແກບ, ກ້ອງແກບເຄື່ອ, ກ້ອງແກບແດງ, ເຄືອກ້ອງແກບ, ໜາມຫັນ, ຮາງແດງ, ທຸງແດງ, ກ່ອງເຄືອ, ເຄືອກ້ອງແກບ ແລະ ຍ່ານອີເລັກ.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ເຄືອ. ລຳຕົ້ນເລືອໄປຕາມຕົ້ນໄມ້ ແລະ ກິ່ງໄມ້, ລຳຕົ້ນຍັງອ່ອນເປັນຮຸບຊົງກະບອກ, ຕາມກິ່ງອ່ອນມີຂົນສັ້ນ, ເຄືອສີເທົາ, ແຕກເປັນຮ່ອງ, ສີແດງເຮັດໃຫ້ມີລວດລາຍສວຍງາມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 4-6 ຊມ, ຍາວ 6-14 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບແສກແຂ້ວ, ປາຍແຫຼມ. ກ້ານໃບສັ້ນຫຼາຍ. ຊໍ່ດອກອອກຕາມງ່າມໃບ ແລະ ໃກ້ກັບປາຍຍອດ. ດອກຍ່ອຍຈຳນວນຫຼາຍ. ກີບດອກມີສີຂຽວແກມເຫຼືອງ ຫຼື ສີຂຽວອົມຂາວ. ໝາກແຫ້ງ, ບໍ່ແຕກ, ຮູບກົມ, ປາຍມີປີກແຂງ. ແກ່ນມີ 1-2 ເມັດ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ເປັນຢາແກ້ລົມກະໄສ, ຊ່ວຍຂັບຂິ້ກະເທິ, ແກ້ພິສາບ (ຮາກຮາງແດງ, ຮາກຜັກຂະ, ຮາກເລັບແມວ, ຮາກສາມສິບ, ແກ່ນຈັນຂາວ, ແກ່ນຈັນແດງ ແລະ ເຂົາກວາງຝົນໃສ່ເຂົ້າກິນ).
  • ເຄືອ: ເປັນຢາອາຍຸວັນນະ, ນຳມາເປັນຢາປຸງພະຍາດກະໄສ, ແກ້ອາການຫຼອນທຸກຊະນິດ, ຊ່ວຍຈະເລີນອາຫານ, ຕົ້ມດື່ມຊ່ວຍຫຼຸດຄໍເລັດເຕີໂລ, ຊ່ວຍແກ້ຮ້ອນໃນເນື່ອງຈາກຂາດນ້ຳ, ຊ່ວຍຂັບປັດສະວະ, ຊ່ວຍບຳລຸງເສັ້ນ, ແກ້ເສັ້ນ, ແກ້ອາການເມືອຍທີ່ກົ້ນກົບ ແລະ ຕົ້ມດື່ມເປັນຢາແກ້ປວດເມື່ອຍ.
  • ໃບ: ຊ່ວຍຈະເລີນອາຫານ, ເຮັດໃຫ້ຊຸ່ມຄໍ, ຊ່ວຍຂັບປັດສະວະ, ເຮັດໃຫ້ເສັ້ນເອັນໃນຮ່າງກາຍອ່ອນດີ, ແກ້ເສັ້ນຕຶືງ, ເປັນຢາບຳລູງຮ່າງກາຍ, ແກ້ເຈັບຫຼັງ ແລະ ສ້າງພູມຄຸ້ມກັນໃຫ້ຮ່າງກາຍ.

ການປະກອບສ່ວນ