ໝາກຄ່າງ / Croton oil plant

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Croton tiglium L. / EUPHORBIACEAE
ຊື່ພ້ອງ
Alchornea vaniotii H.Lév.
Croton acutus Thunb.
Croton arboreus Shecut
Croton birmanicus Müll.Arg.
Croton camaza Perr.
Croton himalaicus D.G.Long
Croton jamalgota Buch.-Ham.
Croton muricatus Blanco
Croton officinalis (Klotzsch) Alston
Croton pavana Buch.-Ham.
Croton tiglium var. xiaopadou Y.T.Chang & S.Z.Huang
Croton xiaopadou H.S.Kiu
Halecus verus Raf.
Kurkas tiglium (L.) Raf.
Oxydectes birmanica (Müll.Arg.) Kuntze
Oxydectes blancoana Kuntze
Oxydectes tiglium (L.) Kuntze
Tiglium officinale Klotzsch
ຊື່ອື່ນ
ລາວ: ໝາກຕອດ ແລະ ໝາກຄ່າງ.
ໄທ: ກະບັັັັັັັ້ງ, ໝາກຂ່າງ, ໝາກຂັ່ງ, ໝາກຕອດ, ຫັດສະຄືນ, ໝາກທາງ, ສະລອດຕົ້ນ, ໝາກຫຼອດຕົ້ນ, ໝາກຫຼອດ, ໜ່ວຍພະຍາສັດຕູ ແລະໝາກຍອງ.
ຈີນ: 巴豆 ແລະ 帕图.
ຊື່ສາມັນ: Croton, Croton oil plant ແລະ Purging Croton.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-4 ມ, ແຕກກິ່ງກ້ານສາຂາຫຼາຍ, ເປືອກລຳຕົ້ນລຽບ, ກ້ຽງ, ສີນ້ຳຕານອ່ອນ ຫຼື ສີເທົາເຂັ້ມ, ກິ່ງອ່ອນເປັນສີຂຽວ ແລະ ມີຂົນປົກຄຸມ,  ຍອດອ່ອນເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຫອກ ຫຼື ຮູບໄຂ່, ກ້ວາງ 2-7 ຊມ, ຍາວ 5-14 ຊມ, ໂຄນໃບມົນ ຫຼື ກ້ວາງ, ຂອບເປັນວັກ ຫຼື ແສກແຂ້ວ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງເປັນສີຂຽວອົມເຫຼືອງ ຫຼື ເປັນສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍທົ່ວ, ໃບແກ່ຈະປ່ຽນເປັນສີແດງ. ກ້ານໃບກົມ, ຍາວ 3-4 ຊມ, ຜິວລຽບ, ບໍລິເວນໂຄນກ້ານໃບມີຕ່ອມ 2 ຕ່ອມ. ດອກດ່ຽວ ຫຼື ເປັນຊໍ່ແຕກແໜງ, ອອກຢູ່ບໍລິເວນສ່ວນປາຍກິ່ງ. ດອກຍ່ອຍແຍກເພດໃນຕົ້ນດຽວກັນ, ມີໃບປະດັບດອກຂະໜາດນ້ອຍ. ດອກເພດຜູ້ເກີດບໍລິເວນສ່ວນປາຍຂອງຊໍ່ດອກ, ມີຂົນຮູບດາວ. ກາບດອກມີ 4-6 ອັນ, ມີຂົນຢູ່ປາຍ. ກີບດອກມີ 4-6 ອັນ, ກີບດອກ ແລະ ຖານຮອງດອກມີຂົນ. ເກສອນເພດຜູ້ມີຈຳນວນຫຼາຍ, ກ້ານເກສອນແຍກກັນ. ດອກເພດແມ່ບໍ່ມີກີບດອກ ຫຼື ມີກີບດອກຂະໜາດນ້ອຍຫຼາຍ, ດອກບານເຕັມທີກີບດອກຈະໂຄ້ງກັບໄປທາງດ້ານຫຼັງ. ໝາກຮູບຮີ, ຮູບກົມ ຫຼື ຮູບໄຂ່,​ ແບ່ງອອກເປັນ 3 ພູ, ກ້ວາງ 1-1.5 ຊມ, ຍາວປະມານ 2 ຊມ, ປາຍຮູບສາມຫຼ່ຽມ, ໝາກແຫ້ງແຕກອອກເປັນ 3 ແສກ. ແກ່ນມີ 1-3 ເມັດຕໍ່ແສກ, ຮູບຮີ, ຮູບກົມ, ຂອບຂະໜານ ຫຼື ຮູບໄຂ່, ແປເລັກນ້ອຍ, ກ້ວາງ 8-10 ຊມ, ຍາວ 1-1.5 ຊມ ແລະ ໜາປະມານ 4-7 ຊມ, ຜິວລຽບເປັນເງົາ, ເນື້ອອົມມັນ, ສີນ້ຳຕານອ່ອນ ຫຼື ສີເຫຼືອງເຂັ້ມ. 

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ເປັນຢາໃຊ້ພາຍນອກນຳມາທາແກ້ພິດງູ, ແກ້ເຮື້ອນ (ຮາກ, ແກ່ນ), ຊ່ວຍຂັບເສມຫະ, ຂັບລົມ, ຂັບເລືອດ, ນຳມາຕົ້ມດື່ມຊ່ວຍແກ້ອາການບວມນ້ຳ, ຂັບປັດສະວະ, ແກ້ອາການເຈັບທ້ອງເນື່ອງຈາກລົມ ແລະ ຊ່ວຍແກ້ອາການຟົກຊໍ້າເຈັບບວມ.
  • ເປືອກຕົ້ນ: ຊ່ວຍແກ້ເສມຫະ.
  • ເນື້ອໄມ້: ນ້ຳຕົ້ມຈາກເນື້ອໄມ້ຮັບປະທານນ້ອຍຈະເຮັດໃຫ້ປວດຮາກ ແລະ ຊ່ວຍຂັບເຫື່ອ.
  • ໃບ: ຮັກສາອາການລຳໄສ້ເນົ່າ ຫຼື ກາມມະໂຣກທີ່ກິນລາມແຕ່ພາຍນອກເຂົ້າໄປຮອດທາງໃນ ແລະ ຕໍາພອກແກ້ຝີ.
  • ດອກ: ຊ່ວຍດັບທາດໄຟບໍ່ໃຫ້ເກີດ, ແກ້ລົມອຳມະພາດ, ແກ້ກາກເກື້ອນ ແລະ ຮັກສາພະຍາດຜິວໜັງແບບຊຳເຮື້ອ.
  • ໝາກ: ແກ້ລົມອຳມະພາດ ແລະ ຊ່ວຍກຳຈັດທາດໄຟບໍ່ໃຫ້ເກີດ.
  • ແກ່ນ: ແກ້ອາການຜິດປົກກະຕິທາງຈິດ ແລະ ປະສາດ, ຂັບເສມຫະ ແລະ ເລືອດ, ເປັນຢາແກ້ໄອໃນເດັກ (ໃຊ້ປະລິມານຕໍ່າປະສົມກັບນ້ຳຂີງ), ເປັນຢາແກ້ຄໍຕີບ (ໃຊ້ພາຍນອກ), ເປັນຢາຖ່າຍລົມ, ຂັບລົມ, ແກ້ທ້ອງອືດ, ທ້ອງເຟີເນື່ອງຈາກກະເພາະ, ຊ່ວຍຂັບລົມ, ແກ້ອາການເຈັບທ້ອງ, ເປັນຢາຖ່າຍ, ແກ້ລຳໄສ້ອຸດຕັນ, ຊ່ວຍຂັບອຸຈະລະ, ເປັນຢາຖ່າຍສານພິດ, ແກ້ທ້ອງໃຄ່, ອາການບວມນ້ຳ, ຊ່ວຍຂັບນ້ຳເຫຼືອງເສຍ, ຮັກສາພະຍາດຜິວໜັງ, ກາກເກື້ອນ, ແກ້ລົມຊັກບາງຊະນິດ ແລະ ພະຍາດເກົາ.

ວິທີກຳຈັດພິດຈາກແກ່ນ: ນຳແກ່ນມາທຸບ ແລະ ນຳມາຕົ້ມກັບນ້ຳນົມ 2-3 ຄັ້ງ.

ຂໍ້ຄວນລະວັງໃນການໃຊ້: ທຸກສ່ວນມີພິດເປັນຕົ້ນແມ່ນ ແກ່ນ ແລະ ຢາງ ພົບສານພິດດັງນີ້: Crotin, Resin, Croton oil, Taxalbumins (phytotoxins) ແລະ Toxic albuminous substance crotin.

ໝາຍເຫດ: ຜູ້ຍິງຖືພາ ແລະ ຜູ້ທີ່ມີຮ່າງກາຍອ່ອນແອຫ້າມຮັບປະທານສະໝູນໄພຊະນິດນີ້.

ເມື່ອຮ່າງກາຍໄດ້ຮັບພິດຈະມີອາການດັງນີ້: ມີອາການຖອກທ້ອງຢ່າງຮຸນແຮງ, ປວດຮາກ ແລະ ອາດເສຍຊີວິດໄດ້ເນື່ອງຈາກເສຍນ້ຳ ແລະ ເກືອແຮ່ຈານ. ຖ້ານ້ຳມັນຖືກຜິວໜັງຈະເຮັດໃຫ້ມີອາການຄັນຄາຍ, ເປັນຜື່ນຄັນ, ຜິວໜັງໄໝ້ແດງ. ແຕ່ຖ້າໄດ້ຮັບຜົງຈາກແກ່ນຈະເຮັດໃຫ້ຜິວໜັງອັກເສບ ແລະ ພອງໃຄ່.

ການປະກອບສ່ວນ