ຫຍ້າລີ້ນງູ / Old World
APA 6th ed. ຫຍ້າລີ້ນງູ / Old World. (2021, February 16). Retrieved from https://www.phakhaolao.la/kb/0001047
MLA 8th ed. ຫຍ້າລີ້ນງູ / Old World. Pha Khao Lao, 16 February 2021, https://www.phakhaolao.la/kb/0001047.
Chicago 17th ed. Pha Khao Lao. 2021. "ຫຍ້າລີ້ນງູ / Old World." Published February 16, 2021. https://www.phakhaolao.la/kb/0001047.
Gerontogea corymbosa (L.) Cham. & Schltdl.
Gerontogea herbacea Cham. & Schltdl.
Hedyotis alsinifolia R.Br. ex Wall.
Hedyotis biflora Hornem.
Hedyotis biflora var. corymbosa (L.) Kurz
Hedyotis biflora var. graminicola (Kurz) Kurz
Hedyotis burmanniana R.Br. ex Wall.
Hedyotis burmanniana Wight & Arn.
Hedyotis corymbosa (L.) Lam.
Hedyotis corymbosa var. ampla Fosberg
Hedyotis corymbosa var. tereticaulis W.C.Ko
Hedyotis depressa (Willd.) Roem. & Schult.
Hedyotis diantha Schult.
Hedyotis graminicola Kurz
Hedyotis intermedia Wight & Arn.
Hedyotis pseudocorymbosa Bakh.f.
Hedyotis pusilla Hochst. ex A.Rich.
Hedyotis ramosa (Roxb.) Blume
Hedyotis scabrida Steud.
Hedyotis sperguloides A.Rich.
Oldenlandia alsinifolia G.Don
Oldenlandia biflora Lam.
Oldenlandia burmanniana G.Don
Oldenlandia capillaris DC.
Oldenlandia corymbosa var. corymbosa
Oldenlandia depressa Willd.
Oldenlandia herbacea DC.
Oldenlandia mollugoides O.Schwarz
Oldenlandia praetermissa Bremek.
Oldenlandia pseudocorymbosa (Bakh.f.) Raizada
Oldenlandia ramosa Roxb.
Oldenlandia scabrida DC.
ຈີນ: 追吉出租, 左吉出租, 水, 隋贤草 ແລະ 起诉干瘪
ຊື່ສາມັນ: Two-flowered Oldenlandia, Flat-top Mille Graines ແລະ Old World
ຫວຽດນາມ: Cây Lưỡi Rắn
ຈັດເປັນພືດລົ້ມລຸກຂະໜາດນ້ອຍ, ເກີດຂຶ້ນຄຸມດິນ, ອາຍຸໄດ້ປະມານ 1 ປີ. ລຳຕົ້ນເປັນຂໍ້ເລືອຕາມດິນ, ຍາວ 15-25 ຊມ, ຍອດສູງ 15-50 ຊມ, ລຳຕົ້ນມີລັກສະນະນ້ອຍຍາວ, ກ້ຽງ, ເປັນຫຼ່ຽມ, ລະຫວ່າງຂໍ້ມີຮ່ອງນ້ອຍໆຕາມຄວາມຍາວຂອງລຳຕົ້ນ, ແຕກກິ່ງກ້ານສາຂາຈຳນວນຫຼາຍ. ໃບດຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກກັນ, ໃບຮູບຫອກ ຫຼື ຮູບຂອບຂະໜານ, ກ້ວາງ 1.5-3.5 ມມ, ຍາວ 1.5-3 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບໜາ, ມີຂົນປົກຄຸມທົ່ວແຜ່ນໃບ. ບໍ່ມີກ້ານໃບ. ຫູໃບຂະໜາດນ້ອຍ, ຮູບເສັ້ນດ້າຍ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ, ຍາວ 0.6-2 ຊມ. ດອກຍ່ອຍມີ 2-5 ດອກ, ຍາວປະມານ 2.5 ມມ, ແຍກອອກຈາກກັນເປັນຄູ່ໆ, ສີຂາວ ຫຼື ສີບົວອ່ອນ. ກາບດອກເຊື່ອມຕິດກັັນເປັນຮູບຖ້ວຍ, ປາຍແຍກເປັນ 4 ແສກ, ຮູບໄຂ່, ສີຂຽວບາງ. ກີບດອກເຊື່ອມຕິດກັນເປັນຮູບທໍ່ກ້ວາງ, ປາຍແຍກອອກເປັນ 4 ແສກ, ດ້ານນອກມີຂົນປົກຄຸມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ມີ 2 ຫ້ອງ. ກ້ານດອກຍາວ 0.6-2 ຊມ. ໝາກຮູບກົມ, ມີເສັ້ນຢູ່ປາຍ 4 ມຸມ, ມີເສັ້ນຜ່າສູນກາງປະມານ 0.5 ຊມ, ເປືອກນອກແຂງ, ແຫ້ງແລ້ວບໍ່ແຕກ, ເມື່ອແກ່ປາຍໝາກຈະແຕກອອກ. ແກ່ນມີຈຳນວນຫຼາຍ, ລັກສະນະເປັນຫຼ່ຽມ, ສີດຳ ຫຼື ສີນ້ຳຕານ.
ສັບພະຄຸນ:
- ທັງຕົ້ນ: ມີລົດຂົມ ແລະ ເຢັນ, ອອກລິດຕໍ່ປອດ, ຕັບ ແລະ ລຳໄສ້, ຊ່ວຍຂັບພິດຮ້ອນຖອນພິດໄຂ້, ແກ້ໄຂ້ມາລາເຣຍ, ຮັກສາລຳໄສ້ອັກເສບ, ມະເຮັງໃນລຳໄສ້(ຕົ້ນສົດ 15-30 ກຼາມຕົ້ມດື່ມ), ແກ້ຝີໃນທ້ອງ (20-40 ກຼາມນຳມາຕົ້ມກັບນ້ຳກິນ), ຊ່ວຍຮັກສາ ຫຼື ບຳບັດອາການກ່ຽວກັບລະບົບທາງເດີນອາຫານເຊັ່ນ: ຖອກທ້ອງ, ທ້ອງອືດ, ທ້ອງເຟີ້, ພະຍາດທ້ອງບິດ, ຖອກທ້ອງ, ຊ່ວຍໃນການຍ່ອຍ ແລະ ຊ່ວຍຈະເລີນອາຫານໄດ້ດີອີກ, ຊ່ວຍຂັບພິດ, ຊ່ວຍປົກປ້ອງຕັບ, ຊ່ວຍກຳຈັດສານພິດ, ລຳຕົ້ນສົດນຳມາຕົ້ມລ້າງແຜຝີບວມ, ແຜໄຟໄໝ້ ຫຼື ນ້ຳຮ້ອນຫຼວກ, ຮັກສາຝີເຈັບບວມ (ນຳມາຕໍໃຫ້ລະອຽດແລ້ວນຳມາພອກບໍລິເວນທີ່ເປັນຝີ), ຮັກສາຊີ້ນປົ່ງບາງຊະນິດ, ແກ້ອາການເຈັບແສບຮ້ອນຕາມໜ້າເອິກ ເນື່ອງມາຈາກກົດໄຫຼຍ້ອນ, ແກ້ຕັບອັກເສບ, ຮັກສາກະເພາະ, ແກ້ໄສ້ຕິ່ງອັກເສບແບບສຽບພັນ, ມີຄຸນສົມບັດຕ້ານການອັບເສບ, ຈຸລະຊີບ ແລະ ໂປຕົວຊົວ ດ້ວຍເຫດນີ້ຈຶ່ງນຳມາຮັກສາອາການຄາງໃຫຍ່, ຕ່ອມທອສຊິລອັກເສບ, ຫຼອດລົມອັກເສບ, ປອດບວມ, ການຕິດເຊື້ອບໍລິເວນທາງເດີນອາຫານ, ແກ້ລະບົບປັດສະວະອັກເສບ, ຕັບອັກເສບ, ໄສ້ຕິ່ງອັກເສບແບບສຽບພັນ, ຖົງນ້ຳບີອັກເສບ ແລະ ໃຊ້ຂ້າພະຍາດຝີເປັນຕົ້ນ.
ສານທີ່ພົບໄດ້ແກ່: Corymbosin, Flavone, Fatty acid, Sterol ແລະ Ursolic acid.