ຫຍ້າຂົນຄວາຍ / Vervain

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Verbena officinalis L. / VERBENACEAE
ຊື່ພ້ອງ
Verbena adulterina Hausskn.
Verbena domingensis Urb.
Verbena domingensis var. cubensis Moldenke
Verbena domingensis f. foliosa Moldenke
Verbena macrostachya F.Muell.
Verbena officinalis var. anatolica Kereszty
Verbena officinalis f. anomala Moldenke
Verbena officinalis var. eremicola Munir
Verbena officinalis f. fimbriata Kereszty
Verbena officinalis var. grandiflora Hausskn.
Verbena officinalis var. illyrica Kereszty
Verbena officinalis f. lobata Kereszty
Verbena officinalis var. macrophylla Kereszty
Verbena officinalis var. macrostachya (F.Muell.) Benth.
Verbena officinalis f. microphylla Kereszty
Verbena officinalis var. minima Kereszty
Verbena officinalis var. officinalis
Verbena officinalis subsp. officinalis
Verbena officinalis var. orientalis Kereszty
Verbena officinalis var. prostrata Gren. & Godr.
Verbena officinalis var. racemosa Kereszty
Verbena officinalis var. ramosa H.Lév.
Verbena officinalis var. spuria (L.) Hook.
Verbena riparia Raf. ex Small & A.Heller
Verbena rumelica Velen.
Verbena spicata Gilib.
Verbena spuria L.
Verbena urticifolia var. riparia (Raf. ex Small & A.Heller) Britton
Verbena vulgaris Bubani
Vitex × adulterina Hausskn.
ຊື່ອື່ນ
ໄທ: ໜັງດັງລ້າງ, ສະໝໍ່າບໍ້ ແລະ ຫຍ້າແສ້ມ້າ.
ຈີນ: 年, 托根盖, 出租 ແລະ 马片超.
ຊື່ສາມັນ: Vervain, Juno's tears, European verbena ແລະ Herb of the cross.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ. ລຳຕົ້ນຕັ້ງຊື່, ສູງ 50-100 ຊມ, ລຳຕົ້ນມີລັກສະນະເປັນຫຼ່ຽມ ແລະ ມີຂົນແຂງທົ່ວລຳຕົ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຮີ, ກ້ວາງ 2-3 ຊມ, ຍາວ 3-5 ຊມ, ໂຄນໃບມົນ ຫຼື ຕັດ, ຂອບໃບແສກແຂ້ວເລື່ອຍ ຫຼື ແບບຂົນນົກ, ປາຍແຫຼມ, ຜິວໃບທັງສອງດ້ານມີຂົນປົກຄຸມເລັກນ້ອຍ. ຊໍ່ດອກແບບກະຈະ, ອອກຕາມບໍລິເວນທີ່ປາຍກິ່ງ, ຍາວ 16-20 ຊມ. ດອກຍ່ອຍຈຳນວນຫຼາຍ, ຍາວປະມານ 2 ມມ, ສີຟ້າ ຫຼື ສີມ່ວງ. ກາບດອກເຊື່ອມຕິດກັນເປັນຫຼອດ ປາຍແຍກອອກເປັນ 5 ແສກ, ສີຂຽວ, ດ້ານນອກມີຂົນສີຂາວ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ແສກ, ປາຍກີບມີ 2 ແສກ. ເກສອນເພດຜູ້ມີ 4 ອັນ, ຈັບຢູ່ໃນຫຼອດກີບດອກ. ເຕົ້າໄຂ່ຈັບເທິງ, ມີ 4 ຫ້ອງ, ປາຍຮວງຮັບສີຂາວ. ໝາກເປັນຝັກຍາວ, ໝາກແກ່ແລ້ວແຕກ. ແກ່ນມີ 4 ແກ່ນ, ຮູບສາມຫຼ່ຽມ, ແປຍາວ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ໃບ: ຄັ້ນເອົານ້ຳທາ ຫຼື ພອກ ຫຼື ນຳມາມາຕົ້ມອາບ, ສະຜົມຊ່ວຍກຳຈັດຂີ້ຫົວ, ເຫົາ ແລະ ໝັດໄດ້, ຊ່ວຍຮັກສາພະຍາດລຳໄສ້ອັກເສບ ແລະ ອາຫານບໍຍ່ອຍ (ຕົ້ມກັບຮາກຫຍ້າຄາ, ຮາກຫຍ້າຝຣັ່ງ, ຕົ້ນນ້ຳນົມ ແລະ ເປືຶອກໄຂ່).
  • ທັງຕົ້ນ: ຕົ້ມດື່ມແກ້ອາການເຈັບທ້ອງ, ອາຫານບໍຍ່ອຍ, ອາຫານເປັນພິດ, ພະຍາດກະເພາະອາຫານ, ຂ້າເຊື້ອຣາ, ເຊື້ອແບັກທິເຣຍ, ແກ້ພິດ ແລະ ແກ້ອາການເຈັບຫຼັງ. 
  • ທັງຕົ້ນ: ເປັນຢາເຢັນອອກລິດຕໍ່ຕັບ, ມ້າມ, ໃຊ້ເປັນຢາຂັບພິດຮ້ອນ, ຖອນພິດໄຂ້, ແກ້ໄຂ້ສັ່ນ, ຊ່ວຍແກ້ທ້ອງບິດ, ເປັນຢາຂັບປັດສະວະ, ແກ້ປະຈຳເດືອນມາບໍປົກກະຕິຂອງຜູ້ຍິງ, ຂ້າພະຍາດໃບໄມ້ໃນຕັບ, ແກ້ຕັບອັກເສບ, ແກ້ໝາກໄຂຫຼັງອັກເສບບວມນ້ຳ, ຊ່ວຍກະຈາຍເລືອດ, ແກ້ອາການຝົກຊ້ຳ, ເຈັບບວມ, ເປັນຢາພາຍນອກຮັກສາພະຍາດຜິວໜັງ, ແກ້ຝີໜອງອັກເສບ, ນຳມາຕົ້ມລ້າງຕີນແກ້ແຜສັດກັດ ແລະ ຮັກສາຕີນເປັນແຜ. 
  • ບໍ່ລະບຸສ່ວນນ້ຳໃຊ້: ຊ່ວຍແກ້ຫວັດ ແລະ ຮັກສາອາການອັກເສບພາຍໃນຊະນິດຕ່າງໆ.
  • ສານສະກັດຈາກຕົ້ນ: ແກ້ອາການເຈັບຕ່າງໆ.
  • ສານສະກັດຈາກໃບ: ສາມາດຕ້ານການຈະເລີນເຕີບໂຕຂອງແບັກທິເຣຍ ແລະ ເຊື້ອຣາໄດ້ດີຫຼາຍຊະນິດ. ນອກນີ້ຍັງສາມາດຕ້ານເຊື້ອໄວຣັສທີ່ເຮັດໃຫ້ເກີດມະເຮັງຜິວໜັງໄດ້ອີກ.

ນ້ຳມັນຫອມລະເຫີຍ: ຕົ້ນ ແລະ ໃບສາມາດນຳມາສະກັດເປັນນ້ຳມັນຫອມລະເຫີຍໃຊ້ເປັນຢາ ແລະ ເປັນສະເປກັນຍຸງ

ສານທີ່ພົບ: ທັ້ງຕົ້ນພົບສານ Adenosine, Cornin, Stachyose, Tannin, Verbenalin, Verbenalol ແລະ ນ້ຳມັນຫອມລະເຫີຍ. ສານ Verbenalin ຊ່ວຍກະຕຸ້ນສັດໃຫ້ມີນ້ຳນົມຫຼາຍຂຶ້ນ.

ໝາຍເຫດ: ສຳຫຼັບຜູ້ທີ່ມີຮ່າງກາຍອ່ອນເພຍ, ມ້າມ ຫຼື ກະເພາະໃຄ ແລະ ຜູ້ຍິງມີຖືພາຫ້າມຮັບປະທານ.

ການປະກອບສ່ວນ