ໝາກມີ້ປ່າ / Monkey fruit

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Artocarpus lacucha Buch.-Ham. / MORACEAE
ຊື່ພ້ອງ
Artocarpus benghalensis Roxb. ex Wall.
Artocarpus ficifolius W.T.Wang
Artocarpus lakoocha Roxb.
Artocarpus mollis Wall.
Artocarpus reticulatus B.Heyne ex Wall.
Artocarpus yunnanensis H.H.Hu
Saccus lakoocha (Roxb.) Kuntze
ຊື່ອື່ນ
ໄທ: ປວກຫາດ, ໝາກຫາດໃບໃຫຍ່, ຫາດໝາກມີ້, ຫັດ, ຫາດ, ເຊຢາສູ້, ກາແຍ້, ຕາແປ, ຕາແປງ ແລະ ໝາກມີ້້ປ່າ.
ອັງກິດ: Monkey Jack, Monkey Fruit ແລະ Lakoocha.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງ 15-20 ມ ແລະ ອາດສູງໄດ້ຮອດ 30 ມ, ລຳຕົ້ນມີລັກສະນະຕັ້ງຊື່, ເປັນຟຸ່ມກົມ ຫຼື ແຜ່ກ້ວາງ, ເປືອກມີສີດຳ, ສີເທົາ ຫຼື ສີນ້ຳຕານ, ເປືອກແກ່ມີເນື້ອແຂງ ແລະ ແຕກເປັນເກັດ, ບໍລິເວນເປືອກແຕກມີຢາງໄຫຼອອກມາ, ກິ່ງອ່ອນມີລັກສະນະອວບນ້ຳເລັກນ້ອຍ, ມີເນື້ອໜາ ແລະ ອ່ອນ, ມີຂົນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 5-20 ຊມ, ຍາວ 10-30 ຊມ, ໂຄນໃບມົນ, ວ້ຳເຂົ້າ, ແຫຼມ ຫຼື ບ້ຽວ, ຂອບເປັນຄື້ນເລັກນ້ອຍ ຫຼື ເປັນແສກແຂ້ວ, ປາຍມົນ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຂົນຫຍາບເລັກນ້ອຍ, ຜິວໃບດ້ານລຸ່ມເປັນສີຂຽວປົນສີເທົາ, ມີຂົນສີເຫຼືອງກະຈາຍເລັກນ້ອຍ, ໃບອ່ອນມີຂົນແຕ່ເມື່ອໃບແກ່ຜິວຈະລຽບ. ກ້ານໃບຍາວ 2-3 ຊມ, ມີຂົນສີເຫຼືອງກະຈາຍຢ່າງໜາແໜ້ນ. ຫູໃບຮູບຫອກ, ຂະໜາດ 4-5 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ, ຫຼົ່ນງ່າຍ. ຊໍ່ດອກແບບກະຈຸກກົມ, ອອກຕາມງ່າມໃບ, ສີເຫຼືອງປົນສີເທົາ ຫຼື ສີບົວອ່ອນ. ດອກແຍກເພດໃນຕົ້ນດຽວກັນ, ແຕ່ຢູ່ຕ່າງຊໍ່ກັນ. ຊໍ່ດອກເພດຜູ້ຮູບກົມ, ຍາວ 0,8-2 ຊມ, ອອກເປັນຊໍ່ດຽວຕາມງ່າມໃບ ຫຼື ກິ່ງການ, ໂຄນດອກເຊື່ອມຕິດກັນເປັນຫຼອດ. ກາບດອກແຍກອອກເປັນ 2 ພູ. ເກສອນເພດຜູ້ຈຳນວນຫຼາຍ. ຊໍ່ດອກເພດແມ່ອອກຕາມງ່າມໃບດ້ານເທິງ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງປະມານ 0,8-1,2 ຊມ, ຍາວ 1,2-2,3 ຊມ. ກາບດອກມີ 4 ກາບ. ກີບດອກປາຍແຍກເປັນຍັກ. ກ້ານຊໍ່ດອກຍາວ 2,5-3,5 ຊມ. ໝາກລວມ, ມີເນື້ອ, ໝາກກົມຂ້ອຍຂ້າງບິດ, ມີຂະໜາດເສັ້ນຜ່າສູນກາງ 1,2-3,8 ຊມ, ຜິວຂຸຂັງ ແລະ ມີຂົນນຸ້ມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງປົນສີນ້ຳຕານ. ແກ່ນມີຈຳນວນຫຼາຍ, ຮູບຂອບຂະໜານ ຫຼື ຮູບເກືອບກົມ, ຂະໜາດປະມານ 1,2 ຊມ, ສີນ້ຳຕານ ຫຼື ສີເທົາ.

ບັນຍາຍການນຳໃຊ້

ອາຫານ:

  • ໃບ ຫຼື ຍອດອ່ອນ: ນຳມາເປັນເຄື່ອງຄຽງກິນກັບແຈ່ວ, ລາບ ຫຼື ກ້ອຍ.
  • ເປືອກ: ມີຣົດຊາດຟາດສາມາດນຳມາຄ້ຽວກັບໝາກແທນສີສຽດໄດ້.
  • ໝາກສຸກ: ສາມາດຮັບປະທານເປັນໝາກໄມ້ໄດ້.

ສັບພະຄຸນ:

  •  ຮາກ: ຕົ້ມດື່ມເປັນຢາແກ້ເຈັບເສັ້ນ, ແກ້ພິດຮ້ອນໃນ, ແກ້ໄຂ້, ຊ່ວຍຂັບພິດ, ຊ່ວຍບຳລຸງເລືອດ ແລະ ແກ້ການອຸດຕັນຂອງເສັ້ນເລືອດ.
  • ເປືອກໄມ້: ນຳມາຕົ້ມດື່ມເປັນຢາແກ້ໄຂ້, ຊ່ວຍຂັບພິດ, ຂັບແມ່ທ້ອງ ແລະ ຊ່ວຍຮັກສາແຜ.
  • ແກ່ນຕົ້ນ: ເປັນຢາແກ້ລົມ, ຊ່ວຍຂັບເລືອດ,  (ແກ່ນ, ແກນເນື້ອໄມ້, ຝຸ່ນຜົງແຫ້ງຂອງໝາກ), ແກ້ເສັ້ນເອັນອັກເສບ (ແກ່ນ, ແກນເນື້ອໄມ້), ແກ້ອາການອາຫານບໍ່ຍ່ອຍ, ແກ້ອາການຈຸກແໜ້ນ, ແກ້ທ້ອງອືດທ້ອງເຟື້, ຊ່ວຍຂັບລົມ, ພາຍລົມ, ມີສັບພະຄຸນເປັນຢາລະບາຍ, ແກ້ອາການບໍ່ຖ່າຍ.
  • ຜົງໝາກມີ້ປ່າ: ແກ້ກະໄສລົມ, ລະລາຍເລືອດ, ແກ້ອາການເບື່ອອາຫານ, ແກ້ອາການຂາດນ້ຳ, ແກ້ອາກນທ້ອງອືດ, ອືດທ້ອງ, ຮັກສາຝີໃນທ້ອງ, ຊ່ວຍຂັບປັດສະວະ, (ແກ່ນ, ຝຸ່ນຜົງຂອງໝາກ), ເປັນຢາຖ່າຍພິດ, ພະຍາດເສັ້ນດ້າຍ, ພະຍາດແມ່ທ້ອງກົມ, ພະຍາດແມ່ທ້ອງຝອຍ (ໃຊ້ຝຸ່ນຜົງຂອງໝາກ 3-5 ກຼາມມາລະລາຍນ້ຳດື່ມກ່ອນອາຫານເຊົ້າ ຫຼັງຈາກນັ້ນໃຫ້ກິນຢາຖ່າຍເຂົ້າໄປ), ແກ້ອາການເຈັບຕາມຕົນຕົວ, ຊ່ວຍແກ້ຜື່ນຄັນ ແລະ ຄາຍເຄືອງ.
  • ແກ່ນ: ບຳລຸງໝາກໄຂ່ຫຼັງແກ້ເສບ, ຂັບລົມໃນກະເພາະອາຫານ, ແກ້ອາການຈິດໃຈບໍທຸນທ່ຽງ, ໃຈສັ່ນ, ແກ້ອາການນອນບໍ່ຫຼັບ, ເປັນຢາແກ້ໄຂ້ຕ່າໆ, ຊ່ວຍຂັບເສມຫະ, ແກ້ຫອບຫືດ, ແກ້ທ້ອງໃຄ່, ທ້ອງໃຫຍ່,  ຊ່ວຍແກ້ນ້ຳຢາງເຫຼືອງອັກເສບ ແລະ ແກ້ອາການປະດົງຂໍທຸກຊະນິດ.
  • ໃບ: ແກ້ພະຍາດບວມນ້ຳ.
  • ຢາງ ແລະ ແກ່ນ: ມີສັບພະຄຸນເປັນຢາຖ່າຍ.

ພືດເສັ້ນໄຍ: ເສັ້ນໄຍຈາກເປືອກສາມາດນຳມາເຮັດເຊືອກໄດ້.

ສິ່ງປຸກສ້າງ: ເນື້ອໄມ້ມີຄວາມໜຽວ, ແຂງ, ປວກ ແລະ ມອດບໍ່ກິນ, ຕົບແຕ່ງງ່າຍ, ເພາະສະນັ້ນຈຶ່ງນິຍົມນຳມາເຮັດເສົາເຮືອນ, ສ້າງເຮຶອນ, ເຮັດຂົວ, ເຄື່ອງມືທາງການກະເສດ ແລະ ຍັງນຳມາເຮັດຟໍນິເຈີແຕ່ງບ້ານໄດ້ອີກ.

ສິນຄ້າ: ປະຈຸບັນມີການນຳສານສະກັດຈາກໝາກມີ້ປ່າມາເປັນພະລິດຕະພັນຄີມທາຜິວ, ເຊລຳບຳລຸງຜິວ ເນື່ອງຈາກສານສະກັດຈາກໝາກມີ້ປ່າມີປະສິດທິພາບຢັບຢັ້ງເອັນໄຊມ໌ tyrosinase ແລະ ມີປະສິດທິພາບໃນການຢັບຢັ້ງການສ້າງເມລານິນເຮັດໃຫ້ຜິວຂາວຂຶ້ນ.

ດ້ານນິເວດວິທະຍາ: ຕົ້ນໝາກມີ້ປ່າສາມາດປູກເປັນໄມ້ໃຫ້ຮົ່ມ ແລະ ຊ່ວຍປ້ອງກັນການພັງທະລາຍຂອງດິນ.

ໝາຍເຫດ: ຫ້າມກິນໝາກມີ້ປ່າກັບນ້ຳຮ້ອນເພາະຈະເຮັດໃຫ້ເຈັບທ້ອງ, ຖອກທ້ອງ ຫຼື ເກີດອາການປວດຮາກຢ່າງຮຸນແຮງໄດ້ ຫຼື ບາງຄົນອາດມີອາການແພ້ໄດ້.

      ນອກຈາກນີ້ແລ້ວໝາກມີ້ປ່າຍັງສາມາດນຳມາເປັນອາຫານສັດເພື່ອຊ່ວຍເພີ່ມການຂັບນ້ຳນົມຂອງສັດ, ນຳເປືອກມາຕົ້ມກັບນ້ຳຮັກສາສິວ, ຮາກສາມາດນຳມາສະກັດສີຍ້ອມຜ້າໄດ້ໂດຍໃຫ້ສີເຫຼືອງ.

ການປະກອບສ່ວນ