ເຄືອຫຸ່ນ / Jiaogulan

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Gynostemma pentaphyllum (Thunb.) Makino / CUCURBITACEAE
ຊື່ພ້ອງ
Alsomitra cissoides M.Roem.
Enkylia digyna Griff.
Enkylia trigyna Griff.
Gynostemma blumei Hassk.
Gynostemma cissoides Benth. & Hook.f.
Gynostemma pedatum Blume
Gynostemma pentaphyllum f. dasycarpum (C.Y.Wu) W.J.de Wilde & Duyfjes
Gynostemma pentaphyllum var. dasycarpum C.Y.Wu
Gynostemma pentaphyllum f. fasciculare W.J.de Wilde & Duyfjes
Gynostemma pentaphyllum f. grandiflorum W.J.de Wilde & Duyfjes
Gynostemma pentaphyllum f. knemandrum W.J.de Wilde & Duyfjes
Gynostemma pentaphyllum f. pubescens (Gagnep.) W.J.de Wilde & Duyfjes
Gynostemma pentaphyllum f. simplicifolium (Blume) W.J.de Wilde & Duyfjes
Gynostemma siamicum Craib
Gynostemma trigynum M.A.Lawson
Pestalozzia pedata (Blume) Zoll. & Moritzi
ຊື່ອື່ນ
ໄທ: ປັດຈະຂັນ, ເບນຈະຂັນ, ຫຍ້າຫັດສະຈັນ, ໂສມພາກໃຕ້, ໂສມຫ້າໃບ ແລະ ເຄື່ອຕ່ອມແຕມ.
ຈີນ: 奇野丹, 肖威胁 ແລະ 焦鼓兰.
ອັງກິດ: iaogulan, Gynostemma, Miracle grass, Southern ginseng, 5-Leaf ginseng, Penta tea ແລະ Sweet Tea Vine.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກ. ລຳຕົ້ນເປັນລຳເຄືອ, ເລືອໄປຕາມພື້ນ ຫຼື ຍຶດເກາະກັບຕົ້ນໄມ້ອື່ນ, ຍາວປະມານ 1-150 ຊມ, ມີເສັ້ນຜ່າສູນກາງປະມານ 1 ຊມ, ລັກສະນະເປັນຂໍ້, ແຕ່ລະຂໍ້ມີມືເກາະ, ມີຂົນກະຈາຍທົ່ວໄປ. ໃບປະສົມ, ອອກຮຽງສະຫຼັບ, ຮູບກົມ. ໃບຍ່ອຍມີ 3-7 ໃບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-3 ຊມ, ຍາວ 4-8 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບແສກແຂ້ວ, ປາຍແຫຼມ, ລັກສະນະຂອງໃບອວບນ້ຳເລັກນ້ອຍ. ກ້ານໃບຮູບກົມ, ຍາວ 5-8 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 6-10 ຊມ. ດອກຍ່ອຍອອກແບບກະຈຸກ, ດອກຍ່ອຍມີຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ, ສີຂຽວປົນສີເຫຼືອງ. ກີບດອກມີ 5 ອັນ, ຮູບໄຂ່, ປາຍແຫຼມ ຫຼື ຮຽວແຫຼມ, ຍາວປະມານ 1 ມມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ຈັບລຸ່ມ, ມີ 3 ຫ້ອງ. ໝາກຮູບກົມ ຫຼື ຮູບຮີ, ຍາວປະມານ 4 ມມ, ຜິວລຽບ.

ບັນຍາຍການນຳໃຊ້

ອາຫານ: 

  • ໃບ ຫຼື ຍອດອ່ອນ: ຄົນຈີນນິຍົມນຳມາປຸ່ງແຕ່່ງອາຫານ.

ສັບພະຄຸນ: ທັງຕົ້ນ

  1.  ເປັນຢາອາຍຸວັນນະ, ຊ່ວຍເຮັດໃຫ້ແກ້ຊາງລົງ, ຊ່ວຍຟື້ນຄືນຄວາມຈຳ, ແກ້ອາການນອນບໍ່ຫຼັບ, ແກ້ອາການເຈັບແອວ ແລະ ເຈັບຫຼັງໃຫ້ດີຂຶ້ນ (ກິນໝາກຄັ້ງລະ 2 ເມັດວັນລະສາມຄັ້ງຕິດຕໍ່ກັນຮອດ 60 ມື້).
  2. ໃຊ້ເປັນຢາຮັກສາມະເຮັງ, ຕ້ານການຈະເລີນເຕີບໂຕຂອງເຊື້ອມະເຮັງທຸກຊະນິດ (ສານສະກັດຈາກເຄືອຫຸ່ນຄັ້ງລະ 40 ມລ, ວັນລະ 2 ຄັ້ງ).
  3. ຊ່ວຍຫຼຸດລະດັບຂອງຄໍເຣສເຕີໂຣ, ຫຼຸດໄຂ່ມັນໃນເສັ້ນເລືອດ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).
  4. ຊ່ວຍຮັກສາຄວາມດັນເລືອດສູງ, ພະຍາດຫົວໃຈ, ແກ້ອາການເຈັບບິດຫົວໃຈ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).
  5. ເຮັດໃຫ້ຫົວໃຈແຂງແຮງ.
  6. ຢັບຢັ້ງການເກາະຕົວຂອງເກັດເລືອດ.
  7. ເປັນຢາດັບພິດຮ້ອນ, ຖອນພິດໄຂ້, ແກ້ອາການໄຂ້ຫວັດ ແລະ ແກ້ຮ້ອນໃນຕ່າງໆ.
  8. ຊ່ວຍແກ້ໄອ, ໄອ້ຊ້ຳເຮື້ອ, ຂັບເສມຫະ.
  9. ຮັກສາຫຼອດລົມອັກເສບ, ພະຍາດຫຼອດອັກເສບຊ້ຳເຮື້ອ, ຫຼອດລົມແຂງຕົວ ແລະ ຮັກສາຖົງລົມໃນປອດອັກເສບ.
  10. ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ, ຮ່າງກາຍໄດ້ຮັບສານອາຫານໄດ້ດີຂຶ້ນ.
  11. ຮັກສາແຜໃນກະເພາະອາຫານ, ເຮັດໃຫ້ຕັບແຂງແຮງ, ຮັກສາຕັບອັກເສບ, ຕັບຕິດເຊື້ອ ຫຼື ຕັບອັກເສບຊະນິດໄວຣັສບີ ແລະ ໝາກໄຂ່ຫຼັງອັກເສບ.
  12. ໃບນຳມາທຸບພອກຮັກສາຝີ, ໃຊ້ເປັນຢາຂັບພິດ, ແກ້ອັກເສບ, ຕ້ານການອັກເສບ, ແກ້ອາການເຈັບ ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຊິ້ນປົ່ງ.
  13. ຕົ້ນໃຊ້ຕຳພອກແກ້ອາການກະດູກຫັກ, ແກ້ອາການເຈັບໃນກະດູກ, ເຈັບຂໍ້, ເຈັບຕາມກ້າມຊິ້ນ ແລະ ແກ້ອາການຟົກຊ້ຳຕ່າງໆ.
  14. ສານສະກັດຈາກຕົ້ນເຄືອຫຸ່ນມີສັບພະຄຸນຊ່ວຍສ້າງຈຸລັງກະດູກ, ເສີມສ້າງການລວມຕົວຂອງໂປຣຕີນ ແລະ ນ້ຳຍ່ອຍໃນຕັບ, ຊ່ວຍບຳລຸງສະໝອງ, ຮັກສາພະຍາດໃນຊວງເອິກ, ພະຍາດເລືອດຈາງ, ພະຍາດຫຼອດລົມຊຳເຮຶ້ອ ແລະ ພະຍາດຫຼອດເລືອດແຂງຕົວ.
  15. ຊ່ວຍແກ້ອາການຖອກທ້ອງ, ຫຼຸດປະລິມານຂອງກົດ, ຮັກສາລຳໄສ້ອັກເສບ, ຄາງໃຫຍ່, ຄວາມຈຳເຊື່ອມ, ເຈັບຫົວໄມເກຣນ, ຜົມງອກ, ຜົມຫຼົ່ນ, ຫອບຫືດ, ຂ້າເຊື້ອຊາທີ່ຕີນ, ພະຍາດເກົາ, ເຈັບຫຼັງ, ເຈັບແອວ, ແກ້ຫູອັກເສບ, ແກ້ຂີ້ກະຕອດ, ຊ່ວຍຄວບຄຸມນ້ຳໜັກຕົວ, ຮັກສາແຜໃຫ້ຫາຍໄວ, ເພີ່ມຄວາມແຂງແຮງໃຫ້ແກ້ຈຸລັງໃນຮ່າງກາຍ, ຢັບຢັ້ງເຊື້ອມະເຮັງ, ຫຼຸດພູມແພ້, ສ້າງຄວາມສົມດູນຂອງຮໍໂມນຮອບເດືອນຂອງແມ່ຍິງ, ຟື້ນຟູຮໍໂມນຕ່ອມລູກໝາກຂອງຜູ້ຊາຍ, ຫຼຸດອາການຕ່ອມລູກໝາກໃຫຍ່, ຂັບປັດສະວະ, ຂັບນ້ຳໃນຮ່າງກາຍຄົນຕຸ້ຍ, ຂັບຂອງເສຍໃນໝາກໄຂ່ຫຼັງ, ຊ່ວຍຂັບລ້າງທໍ່ປັດສະວະເຮັດໃຫ້ທໍ່ປັດສະວະໂລ່ງ ແລະ ມີແຮງດັນ, ຊ່ວຍຂັບລົມຕ່າງ, ຂັບໄຂ່ມັນ ແລະ ຊ່ວຍໃນການຂັບຖ່າຍສະດວກຂຶ້ນ.

ສານສະກັດ: ຕົ້ນເຄືອຫຸ່ນສາມາດນຳມາສະກັດເປັນຢາດີຫຼາຍຊະນິດ.

ການປະກອບສ່ວນ