ຕົ້ນແພງຄຳຮ້ອຍ / Salparni
APA 6th ed. ຕົ້ນແພງຄຳຮ້ອຍ / Salparni. (2021, April 27). Retrieved from https://www.phakhaolao.la/kb/0001038
MLA 8th ed. ຕົ້ນແພງຄຳຮ້ອຍ / Salparni. Pha Khao Lao, 27 April 2021, https://www.phakhaolao.la/kb/0001038.
Chicago 17th ed. Pha Khao Lao. 2021. "ຕົ້ນແພງຄຳຮ້ອຍ / Salparni." Published April 27, 2021. https://www.phakhaolao.la/kb/0001038.
Aeschynomene maculata (L.) Poir.
Desmodium cavaleriei H.Lev.
Desmodium gangeticum var. maculatum (L.) Baker
Desmodium gangeticum var. ramnagari Haines
Desmodium lanceolatum Walp.
Desmodium maculatum (L.) DC.
Desmodium natalitium Sond.
Desmodium polygonoides Baker
Hedysarum collinum Roxb.
Hedysarum gangeticum L.
Hedysarum lanceolatum Schum. & Thonn.
Hedysarum lanceolatum Schumach. & Thonn.
Hedysarum maculatum L.
Hedysarum ochroleucum Moench
Hedysarum pseudogangeticum Miq.
Meibomia gangetica (L.) Kuntze
Meibomia polygonodes (Baker) Kuntze
Pleurolobus gangeticus J.St.-Hil.
Pleurolobus gangeticus (L.) J. St. Hil.
Pleurolobus maculatus J.St.-Hil.
ໄທ: ນາງໜຽວ, ໜາດອອນ, ອີ່ໜ້ຽວນ້ອຍ, ຫຍ້າຕືດແມວ, ໜູດພະຕັນ,ໜູດພະຜູ້, ກະຕືດແປ, ກະດູກອຶງ, ອ້າຍໜ້ຽວ ແລະ ໜໍ່ໝາກຊ່າຍ.
ຈີນ: 红木记潮.
ຈັດເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 60-150 ຊມ, ແຕກກິ່ງກ້ານບໍລິເວນປາຍຂອງລຳຕົ້ນ, ລຳຕົ້ນມີຂົນປົກຄຸມຢ່າງໜາແໜ້ນ, ຍາວປະມານ 1 ມມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີກ້ວາງ ຫຼື ຮູູບໄຂ່, ກ້ວາງ 3.5-7 ຊມ, ຍາວ 5-13 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານເທິງສີຂຽວປົນສີເທົາ. ກ້ານໃບຍາວ 1-2 ຊມ, ມີຮ່ອງດ້ານເທິງ. ຫູໃບຮູບຫອກ, ສີນ້ຳຕານ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 15-30 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ. ດອກຍ່ອຍມີ 2-6 ດອກ, ມີຂະໜາດນ້ອຍ, ສີຂຽວອົມຂາວ ຫຼື ສີອອນ. ໃບປະດັບຫຼົ່ນງ່າຍ, ມີີຂົນຮູບຂໍໂຄ້ງ. ກ້ານດອກຍ່ອຍຍາວ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກເປັນ 4 ແສກ, ຍາວປະມານ 2 ມມ. ກີບດອກຮູບດອກຖົ່ວ, ຍາວປະມານ 3 ມມ, ມີຂົນປົກຄຸມ, ສີຂາວ ຫຼື ສີມ່ວງອ່ອນ. ເກສອນເພດຜູ້ມີ 10 ອັນ, ໂຄນເຊື່ອມຕິດກັນ, ປາຍແຍກເປັນ 2 ມັດ. ເຕົ້າໄຂມີຂົນ, ຍາວ 2-4 ມມ. ໝາກເປັນຝັກຮູບແຖບ, ກ້ວາງປະມານ 2 ມມ, ຍາວ 1.2-2 ຊມ, ມີລັກສະນະໂຄ້ງງໍເລັກນ້ອຍ, ແບ່ງເປັນຂໍ້, ມີ 7-9 ຂໍ້, ຜິວໝາກມີຂົນຮູບຂໍໂຄ້ງສັ້ນ. ແກ່ນຮູບໝາກໄຂ່ຫຼັງ, ມີເນື້ອເຍື້ອຫຸ້ມເມັດໃສ.
ສັບພະຄຸນ:
- ຮາກ: ຊ່ວຍຂັບພະຍາດພິດ, ຂັບພະຍາດແມ່ທ້ອງໃນເດັກນ້ອຍ, ຊ່ວຍຂັບປັດສະວະ (ຮາກ, ທັງຕົ້ນ), ແກ້ອາການເຈັບຫົວ, ແກ້ຕົວຮ້ອນ, ແກ້ອາການເຈັບແຂ້ວ, ແກ້ຖອກທ້ອງ ແລະ ຮັກສາອາການອັກເສບຂອງລຳໄສ້.
- ໃບ: ຕໍຳພອກຮັກສາແຜ, ພອກຖອນພິດໝາກັດ (ຕົ້ນ, ໃບສົດ), ຊ່ວຍຫຼຸດນິ້ວໃນໃນທໍ່ນ້ຳບີ ແລະ ໝາກໄຂ່ຫຼັງ.
- ທັງຕົ້ນ: ອອກລິດຕໍ່ຕັບ, ແກ້ເສັ້ນເລືອດອຸດຕັນ, ຊ່ວຍບຳລຸງເລືອດ, ຫຼຸດຄວາມດັນເລືອດ, ຫຼຸດໄຂມັນໃນເລືອດ, ຊ່ວຍຫຼຸດນ້ຳຕານໃນເລືອດ, ໃຊ້ບຳລຸງກຳລັງ, ເປັນຢາຖ່າຍ, ຊ່ວຍແກ້ປະຈຳເດືອນມາບໍ່ປົກກະຕິ ຫຼື ປະຈຳເດືອນບໍມາຂອງຜູ້ຍິງ, ໃຊ້ເປັນຢາຫ້າມເລືອດ, ໃຊ້ເປັນຢາທາພາຍນອກ, ຮັກສາພະຍາດຜິວໜັງ, ກາກ, ຂີ້ກ້ຽນ, ແກ້ປາຍປະສາດຜິວໜັງອັກເສບ, ແກ້ອາການເຈັບ, ບວມຊ້ຳ ແລະ ຝົກຊ້ຳ.
ຄຸນຄ່າທາງດ້ານໂພຊະນາການ: ໂປຣຕີນ 14.4 %, ແຄລຊຽມ 1.11%, ຟອສຟໍຣັສ 0.24 %, ໂພແທັກຊຽມ 1.87%, ADF 41.7%, NDF 60.4%, DMD 56.3% ແລະ ໄນເຕຣດ 862.2 PPM.
ສານສຳຄັນທີ່ພົບ: ໄດ້ແກ່ acetophenone, harman, chrysanthemin, iridin glucoside, tryptamine, tyvamine. ຮາກ: ພົບສານ N-Dimethyltryptamine, Hypapphorine, Hordenine N-Methyltyramine. ຕົ້ນ ແລະ ໃບ: ພົບສານ Nb-Methyltetrahydrohardon, 6-Methoxy-2-methyl-b-carbolinium. ແກ່ນ: ພົບນ້ຳມັນ, ນ້ຳຕານ ແລະ Alkaloid.
ນອກຈາກນີ້ຍັງເປັນອາຫານສັດອີກດ້ວຍ.