ໝາດດອກເຫຼືອງ

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Duhaldea cappa (Buch.-Ham. ex D.Don) Pruski & Anderb. / ASTERACEAE
ຊື່ພ້ອງ
Baccharis chinensis Lour.
Blumea arnottiana Steud.
Blumea chinensis Hook. & Arn.
Conyza argentea Wall.
Conyza cappa Buch.-Ham. ex D.Don
Conyza dentata Blanco
Conyza eriophora Wall.
Conyza lanuginosa Wall.
Conyza oblonga Wall. ex DC.
Duhaldea chinensis DC.
Duhaldea eriophora Steetz
Duhaldea lanuginosa (C.C.Chang) Anderb.
Eupatorium lanatum Spreng. ex DC.
Helenium cappa Kuntze
Helenium salviodorum Kuntze
Inula cappa (Buch.-Ham. ex D.Don) DC.
Inula cappa f. radiata H.Koyama
Inula eriophora DC.
Inula intermedia C.C.Chang & Y.C.Tseng
Inula lanuginosa C.C.Chang
Inula oblonga DC.
Inula pseudocappa DC.
Inula salviodora Sch.Bip.
Moquinia eriosematoides Walp.
Pteronia marginata C.B.Clarke
Vernonia congesta Benth.
Vernonia eriosematoides Walp.
ຊື່ອື່ນ
ໄທ: ເຂືອງແພງມ້າ ແລະ ໝາດດອຍ.
ຫວຽດ: Cúc hoa xoắn.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນຕັ້ງຊື່,​ ສູງ 75-150 ຊມ, ພາກສ່ວນແກ່ກ້ຽງ, ພາກສ່ວນອ່ອນມີຂົນປົກຄຸມຢ່າງໜາແໜ້ນ, ສີເທົາປົນສີເຫຼືອງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກ້ວາງ 1-5 ຊມ, ຍາວ 5-20 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບແສກແຂ້ວ, ປາຍແຫຼມ, ຜິວໃບດ້ານເທິງມີຂົນໜຽວ, ຜິວໃບດ້ານລຸ່ມມີຂົນອ່ອນຍາວ, ສີຟ້າປົນສີເທົາ. ຊໍ່ດອກແບບກະຈຸກ, ໂດຍອອກຕາມງ່າມໃບ ຫຼື ປາຍກິ່ງ. ກ້ານຊໍ່ດອກຈຳນວນຫຼາຍ. ດອກຍ່ອຍຈັບຢູ່ຖານຮອງດອກດຽວກັນຢ່າງໜາແໜ້ນ, ມີຂະໜາດນ້ອຍ. ກີບດອກເປັນສີເຫຼືອງ, ມີຊັ້ນໃບປະດັບ. ໝາກແຫ້ງບໍ່ແຕກ, ຮູບຂອບຂະໜານ, ມີຂົນສີເທົາ.

ບັນຍາຍການນຳໃຊ້

ເປັນອາຫານ: ຍອດອ່ອນ: ຊາວກະຣຽງໃຊ້ຍອດອ່ອນນຳມາຫຼວກກິນກັບແຈ່ວ.

ສັບພະຄຸນ: 

  • ຮາກ: ເປັນຢາແກ້ອາການແພ້ອາຫານ, ແກ້ຜື່ນຄັນ (ຝົນດື່ມຢ່າງໜ້ອຍຄັ້ງລະ 1 ຊ້ອນຊາ), ຮັກສາອາການປະຈຳເດືອນມາບໍ່ປົກກະຕິ, ແກ້ພິດເດືອນ (ນຳຮາກມາຝົນປະສົມກັບຮາກກະດູກໄກ່, ຮາກໜາດດື່ມ), ຕົ້ມດື່ມເປັນຢາບຳລຸງກຳລັງ, ແກ້ອາການອ່ອນເພຍ, ໃຊ້ຕົ້ມດື່ມແກ້ອາການຖອກທ້ອງ, ແກ້ນິ້ວ, ຂັບປັດສະວະ,  ຕົ້ມດື່ມຊ່ວຍໃຫ້ຄອດລູກງ່າຍຂຶ້ນ ແລະ ແກ້ໝາກໄຂ່ຫຼັງພິການ.
  • ຕົ້ນ: ນຳມາຕົ້ມອາບແກ້ອາການຜິດເດືອນ.
  • ໃບ: ນຳມາຕົ້ມດື່ມຊ່ວຍຍ່ອຍອາຫານ, ຕຳພອກ ຫຼື ຄັ້ນເອົານ້ຳຮັກສາແຜສົດ, ແຜຫຼອກ, ຊ່ວຍຫ້າມເລືອດ, ນຳມາຢ້າງໄຟແລ້ວນຳມາພັນຂາແກ້ອາການເຈັບ ແລະ ນຳມາປະຄົບແກ້ອາການເຈັບບວມ.
  • ນ້ຳມັນຫອມລະເຫີຍຈາກດອກ ແລະ ແກ່ນ: ຊ່ວຍຕ້ານແບັກທິເຣຍໄດ້ຫຼາຍຊະນິດ ໂດຍສະເພາະເຊື້ອທີ່ເຮັດໃຫ້ເກີດອາການຖອກທ້ອງ ແລະ ເຊື້ອທີ່ເຮັດໃຫ້ເກີດແຜອັກເສບ.

ນ້ຳມັນຫອມລະເຫີຍ: 

  • ດອກ ແລະ ແກ່ນ: ສາມາດນຳມາສະກັດເປັນນ້ຳມັນຫອມລະເຫີຍ ແລະ ນຳໃຊ້ເປັນຢາໄດ້.
ການປະກອບສ່ວນ