ຫຍ້າດອກຂາວ / Green kyllinga
APA 6th ed. ຫຍ້າດອກຂາວ / Green kyllinga. (2021, February 3). Retrieved from https://www.phakhaolao.la/kb/0001033
MLA 8th ed. ຫຍ້າດອກຂາວ / Green kyllinga. Pha Khao Lao, 3 February 2021, https://www.phakhaolao.la/kb/0001033.
Chicago 17th ed. Pha Khao Lao. 2021. "ຫຍ້າດອກຂາວ / Green kyllinga." Published February 3, 2021. https://www.phakhaolao.la/kb/0001033.
Kyllinga pluristaminea Govind. & Ramani
ຈີນ: 九溝山, 瑞雄, 短叶水蜈蚣 ແລະ 隋旭.
ຈັັດເປັນພືດລົ້ມລຸກຈຳພວກຫຍ້າ. ລຳຕົ້ນສູງ 10-50 ຊມ, ມີລັກສະນະເປັນເສັ້ນຍາວ ອອກຈາກເຫງົ້າ, ເປັນຫຼ່ຽມ, ຜິວລຽບ, ສີຂຽວ, ມີກິ່ນຫອມ, ມີເຫງົ້າຢູ່ໃຕ້ດິນ, ສີມ່ວງ. ໃບດ່ຽວ, ອອກຈາກໂຄນຕົ້ນ, ຮູບຮຽວຍາວ, ເປັນເສັ້ນຍາວແຄບ ຫຼື ຮູບແຖບ, ກ້ວາງ 1.5-3 ມມ, ຍາວ 3-10 ຊມ, ໂຄນໃບແຜ່ອອກເປັນກາບຫຸ້ມລຳຕົ້ນ, ສີນ້ຳຕານແດງ, ຂອບລຽບ, ປາຍແຫຼມ. ຊໍ່ດອກກະຈຸກກົມ, ອອກຕາມປາຍຍອດ, ຍາວ 4-8 ມມ. ໃບປະດັບມີ 3 ໃບສີຂຽວ, ຍາວ 2-16 ຊມ. ກ້ານຊໍ່ດອກຮູບສາມຫຼ່ຽມ, ຍາວ, ກ້ຽງ. ດອກຍ່ອຍມີຈຳນວນຫຼາຍ, ອັດແໜ້ນໃນຖານຮອງດອກດຽວກັນ, ສີຂາວ. ກາບດອກມີ 4 ກາບ. ເກສອນເພດຜູ້ມີ 3 ອັນລັກສະນະເປັນເສັ້ນບາງຄ້າຍໄໝ. ເຕົ້າໄຂ່ມີ 1 ອັນ, ລັກສະນະເປັນເສັ້ນດ້າຍຍາວ, ປາຍແຍກເປັນ 2 ແສກ. ໝາກຮູບໄຂ່ປີ້ນ ຫຼື ຮູບກົມຮີ, ມີເປືອກຫຸ້ມບາງ, ສີນ້ຳຕານ.
ສັບພະຄຸນ:
- ລຳຕົ້ນ ແລະ ເຫງົ້າ: ອອກລິດຕໍ່ຕັບ, ປອດ ແລະ ລຳໄສ້, ເປັນຢາແກ້ອາການເຈັບຫົວ, ຕົ້ມດື່ມແກ້ໄຂ້, ແກ້ອາການໄອ, ແກ້ເຈັບຄໍ, ໃຊ້ເປັນຢາແກ້ໄຂ້ສັ່ນ, ໄຂ້ມາລາເຣຍ, ແກ້ອາການອນກົນ, ຊ່ວຍຂັບເສມຫະ, ແກ້ຫຼອດລົມອັກເສບ, ຊ່ວຍຂັບລົມໃນກະເພາະອາຫານ, ແກ້ອາການອືດທ້ອງ, ແໜ້ນທ້ອງ, ຕົ້ມດື່ມເປັນຢາຮັກສາພະຍາດທ້ອງບິດ, ຊ່ວຍຂັບປັດສະວະ, ຮັກສາພະຍາດດີຊານ, ຕັບອັກເສບ, ຮັກສາພາຍນອກໂດຍຕົ້ມເອົານ້ຳທາ ຫຼື ພອກບໍລິເວນທີ່ແຜ່ມີໜອງ, ຝີອັກເສບ, ບວມອັກເສບ, ແຜ່ສົດ ຫຼື ແຜ່ມີດບາດ, ຮັກສາຜື່ນຄັນ, ຕຳພອກຮັກສາອາການກະດູກຫັກ, ຊ່ວຍແກ້ອາການຟົກຊ້ຳ, ແກ້ໄຂຂໍ້ອັກເສບ, ຕົ້ມດື່ມເປັນຢາແກ້ເຈັບຂໍ້, ເຈັບກະດູກ ແລະ ປວດເມື່ອຍຕາມຮ່າງກາຍ.
- ສານທີ່ພົບ: ໄດ້ແກ່ Vitexin