ຫຍ້າໄຂ່ເຫົາ / Itch flower
APA 6th ed. ຫຍ້າໄຂ່ເຫົາ / Itch flower. (2021, January 21). Retrieved from https://www.phakhaolao.la/kb/0001032
MLA 8th ed. ຫຍ້າໄຂ່ເຫົາ / Itch flower. Pha Khao Lao, 21 January 2021, https://www.phakhaolao.la/kb/0001032.
Chicago 17th ed. Pha Khao Lao. 2021. "ຫຍ້າໄຂ່ເຫົາ / Itch flower." Published January 21, 2021. https://www.phakhaolao.la/kb/0001032.
Pharnaceum pentaphyllum (L.) Spreng.
Pharnaceum triphyllum Spreng.
ອັງກິດ: Itch flower ແລະ Indian chickweed.
ຢີປຸ່ນ: zakuro sou.
ຈັດເປັນພືດລົ້ມລຸກ. ລຳຕົ້ນສູງ 10-30 ຊມ, ມີຂໍ້, ສີຂຽວ ຫຼື ສີແດງ. ໃບດ່ຽວ, ອອກແບບກະຈຸກຮອບໆຂໍ້ຂອງລຳຕົ້ນ, ມີ 2-4 ໃບ, ຮູູບຮີ, ກ້ວາງ 0.2-0.4 ຊມ, ຍາວ 2.5-3 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ. ກ້ານໃບສັນ ຫຼື ອາດບໍ່ມີເລີຍ. ຊໍ່ດອກແບບແຕກແໜງ, ອອກຕາມປາຍກິ່ງແບບຫ່າງໆ. ດອກຍ່ອຍມີຂະໜາດນ້ອຍ, ຍາວປະມານ 0.2 ຊມ, ສີເຫຼືອງອ່ອນ. ກີບດອກມີ 5 ກີບ, ສີຂາວ. ກ້ານຊູຊໍ່ດອກຍາວ. ໝາກຮູບຂ້ອນຂ້າງກົມ, ມີຂະໜາດປະມານ 0.2 ຊມ, ໝາກແກ່ແຕກເປັນ 3 ແສກ. ແກ່ນມີຂະໜາດນ້ອຍ, ສີນ້ຳຕານ.
ອາຫານ:
- ໃບ ແລະ ດອກອ່ອນ: ສາມາດນຳມາປຸ່ງອາຫານໄດ້ເຊັ່ນ: ແກງປາ ແລະ ແກງໃສ່ປາແດກ.
ສັບພະຄຸນ:
- ທັ້ງຕົ້ນ: ມີສັບພະຄຸນເປັນຢາບຳລຸງທາດ, ແກ້ທາດພິການ, ແກ້ໄຂ້, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ເປັນຢາລະບາຍທ້ອງ, ຊ່ວຍແກ້ລິດຊີດວງທະວານໜັກ, ເປັນຢາຮັກສາອາການພິການ ແລະ ນຳມາບັດໃຫ້ແລກແລ້ວນຳມາປິດຮູແຂ້ວແມງຮັກສາແຂ້ວແມງ.
- ໃບ: ແກ້ໄຂ້ໜາວສັ່ນ.