ຕົ້ນໝາກສ້ານ / Great elephant apple
APA 6th ed. ຕົ້ນໝາກສ້ານ / Great elephant apple. (2021, January 15). Retrieved from https://www.phakhaolao.la/kb/0001027
MLA 8th ed. ຕົ້ນໝາກສ້ານ / Great elephant apple. Pha Khao Lao, 15 January 2021, https://www.phakhaolao.la/kb/0001027.
Chicago 17th ed. Pha Khao Lao. 2021. "ຕົ້ນໝາກສ້ານ / Great elephant apple." Published January 15, 2021. https://www.phakhaolao.la/kb/0001027.
ຊື່ສາມັນ: Great elephant apple.
ຫວຽດນາມ: Sổ xoan ngược.
ຈັດເປັນໄມ້ຢື່ນຕົ້ນຂະໜາດກາງ. ລຳຕົ້ນສູງ 10-35 ມ, ປາຍຍອດມີໃບໜາທຶບ, ລຳຕົ້ນມີລັກສະນະຄົດງໍ, ລຳຕົ້ນລຽບ ຫຼື ແຕກເປັນເກັດ, ສີເທົາອົມເຫຼືອງອ່ອນ, ເປືອກດ້ານໃນເປັນສີແດງຊ້ຳ, ກິ່ງອ່ອນກ້ຽງ, ໃບອ່ອນມີຂົນ. ໃບດ່ຽວ, ອອກວຽນສະຫຼັບ, ໃບໄຂ່ປີ້ນ ຫຼື ຮູບຫອກປີ້ນ, ກ້ວາງ 8-13 ຊມ, ຍາວ 20-40 ຊມ, ໂຄນໃບຮູບຫຼິ່ມ ຫຼື ຮຽວແຫຼມ, ຂອບແສກແຂ້ວເລືອຍ, ປາຍແຫຼມ ຫຼື ປາຍຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານກະຈາຍຢູ່ຢ່າງໜາແໜ້ນ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ອອກຕາມປາຍກິ່ງ ຫຼື ບໍລິເວນປາຍກິ່ງ. ດອກຍ່ອຍມີ 1-3 ດອກ, ດອກບານເຕັມທີ່ມີເສັ້ນຜ່າສູນກາງ 14-16 ຊມ. ກາບດອກມີ 5 ກາບ, ສີຂຽວ, ໜາ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບບ່ວງ, ສີເຫຼືອງ. ເກສອນເພດຜູ້ມີຈຳນວນຫຼາຍ, ແບ່ງອອກເປັນ 2 ຊັ້ນ, ຊັ້ນນອກເປັນສີເຫຼືອງເຂັ້ມກ່ວາຊັ້ນໃນ. ເຕົ້າໄຂ່ມີ 7-11 ຫ້ອງ, ແຕ່ລະຫ້ອມມີເມັດໄຂ່ 25-35 ເມັດ, ປາຍຮວງຮັບແຍກເປັນຫຼາຍແສກ. ໝາກກົມ ຫຼື ຮູບໄຂ່, ໝາກມີເນື້ອອວບນ້ຳ, ມີຂະໜາດເສັ້ນຜ່າສູນກາງປະມານ 3.5-4 ຊມ, ກາບດອກພັດທະນາມາເປັນກາບຫຸ້ມ, ສີເຫຼືອງອົມສົ້ມ, ເນື້ອໝາກເປັນສີເຫຼືອງ ຫຼື ສີສົ້ມ, ໝາກແຫ້ງເປັນສີນ້ຳຕານ. ແກ່ນມີຈຳນວນຫຼາຍ.
ເປັນອາຫານ:
- ໝາກ: ໝາກສຸກສາມາດກິນເປັນໝາກໄມ້ໄດ້.
ສັບພະຄຸນ:
- ເປືອກຕົ້ນ: ນຳມາຍ້ຳເຮັດໃຫ້ເຫງືອກ ແລະ ແຂ້ວແຂງແຮງ, ຕົ້ມດື່ມເປັນຢາແກ້ຖອກທ້ອງ, ນຳມາຍ້ຳໃສ່ແຜ ແລະ ຊ່ວຍຮັກສາແຜໄຟໄໝ້.
- ຕົ້ນ: ຕົ້ມດື່ມເປັນຢາຂັບນ້ຳຄາວຫຼັງຄອດ ຫຼື ຢູ່ໄຟຂອງແມ່ຍິງ.
- ໝາກ: ປຸງເປັນຢາກະຈາຍເລືອດ (ເປືອກ ແລະ ໝາກ).
ສິ່ງປຸກສ້າງ:
- ເນື້ອໄມ້: ສາມາດນຳໄປສ້າງບ້ານເຮືອນໄດ້.