ໝາກສົ້ມຂຽວ (ໝາກກ້ຽງວັງວຽງ)/ Mandarin orange

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Citrus reticulata Blanco / RUTACEAE
ຊື່ພ້ອງ
Citrus × aurantium f. deliciosa (Ten.) M.Hiroe
Citrus × aurantium f. deliciosa (Ten.) Hiroë
Citrus × aurantium var. tachibana Makino
Citrus aurantium var. tachibana Makino
Citrus chrysocarpa Lush.
Citrus daoxianensis S.W.He & G.F.Liu
Citrus deliciosa Ten.
Citrus depressa Hayata
Citrus erythrosa Yu.Tanaka
Citrus himekitsu Yu.Tanaka
Citrus madurensis var. deliciosa (Ten.) Sagot
Citrus mangshanensis S.W.He & G.F.Liu
Citrus nippokoreana Yu.Tanaka
Citrus × nobilis var. deliciosa (Ten.) Swingle
Citrus nobilis var. deliciosa (Ten.) Swingle
Citrus × nobilis var. deliciosa (Ten.) Guillaumin
Citrus × nobilis var. koozi Sisb.
Citrus × nobilis var. major Ker Gawl.
Citrus × nobilis var. ponki Hayata
Citrus × nobilis var. poonensis Hayata
Citrus × nobilis var. spontanea Ito
Citrus × nobilis var. sunki Hayata
Citrus × nobilis var. tachibana (Makino) Ito
Citrus × nobilis var. unshiu (Marcow.) Yu.Tanaka ex Swingle
Citrus × nobilis var. vangasy (Bojer) Guillaumin
Citrus otachihana Yu.Tanaka
Citrus ponki Yu.Tanaka
Citrus poonensis Yu.Tanaka
Citrus reticulata var. austera Swingle
Citrus reticulata var. chrysocarpa (Lush.) Tanaka
Citrus reticulata subsp. deliciosa (Ten.) D.Rivera & al.
Citrus reticulata subsp. deliciosa (Ten.) Rivera, et al.
Citrus reticulata subsp. tachibana (Tanaka) D.Rivera & al.
Citrus reticulata subsp. tachibana Rivera, et al.
Citrus reticulata subsp. unshiu (Marcow.) D.Rivera & al.
Citrus reticulata subsp. unshiu (Marcov.) Rivera, et al.
Citrus succosa Yu.Tanaka
Citrus suhuiensis Hayata
Citrus sunki Yu.Tanaka
Citrus tachibana (Makino) Yu.Tanaka
Citrus tangerina Yu.Tanaka
Citrus tankan Hayata
Citrus unshiu Marcow.
Citrus vangasay Bojer
Citrus vangasy Bojer
ຊື່ອື່ນ
ລາວ: ໝາກກ້ຽງ ແລະ ໝາກສົ້ມຂຽວ.
ໄທ: ໝາກສົ້ມຂຽວ, ໝາກຂຽວ, ໝາກບາງ, ໝາກສົມຂີ້ມ້າ, ສົ້ມແກ້ວກ້ຽງ, ສົ້ມແກ້ວບູຮານ, ສົ້ມຈັນທະບູນ, ສົ້ມຕັງການູ, ສົ້ມແປ້ນຂີ້ມ້າ, ສົ້ມແສງທອງ, ສົ້ມຈຸກ, ສົ້ມແປ້ນກ້ຽງ, ສົ້ມແປ້ນຫົວຈຸກ, ໝາກຂຸນ, ໝາກແງ, ໝາກຈຸກ, ສົ້ມຊຽງຕຸງ, ສົ້ມເໝັ່ນ, ຊາໂບໂຄ ແລະ ຊາຊຸ່ຍໂບໂຂ່.
ອັງກິດ: Mandarin orange, Mandarin, Mandarine ແລະ Tangerine.
ຈີນ: 賈維, 找個鬼, 鬼陳賈維 ແລະ 菊河.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມຂະໜາດໃຫຍ່. ລຳຕົ້ນສູງປະມານ 3-5 ມ, ແຕກກິ່ງກ້ານຈຳນວນຫຼາຍ, ກິ່ງອ່ອນມີໜາມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 2.5-4 ຊມ, ຍາວ 5.5-8 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ແສກແຂ້ວ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມເຄືອບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມນ້ຳມັນກະຈາຍທົ່ວຜິວໃບ. ດອກດ່ຽວ ຫຼື ອອກເປັນຊໍ່ຕາມງ່າມໃບ ຫຼື ປາຍຍອດ, ມີຂະໜາດນ້ອຍ, ສີຂາວອົມເຫຼືອງ. ກາບດອກ 5 ອັນ, ຮູບໄຂ່, ສີຂຽວ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ປາຍແຫຼມ. ເກສອນເພດຜູ້ມີ 8-14 ອັນ, ຈັບຢູ່ໂຄນກີບດອກ. ເຕົ້າໄຂ່ຈັບເທິງ, ມີ 9-15 ຫ້ອງ, ປາຍຮວງຮັບເປັນຮູບຖ້ວຍ, ສີຂາວອົມເຫຼືອງ. ໝາກຮູບກົມ ຫຼື ຮູບເກືອບກົມ, ມີຂະໜາດເສັ້ນຜ່າສູນກາງ 5-7 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ ຫຼື ສີສົ້ມ, ຜິວລຽບ, ກ້ຽງ ແລະ ເປັນມັນ, ໝາກອ່ອນຈະມີເປືອກໜາ ແລະ ມີນ້ຳມັນທີ່ເປືອກ, ພາຍໃນມີເນື້ອອ່ອນ, ແບ່ງເປັນກີບ. ແກ່ນຢູ່ໃນແຕ່ລະກີບ, ຮູບໄຂ່, ປາຍແຫຼມ, ສີຂາວເທົາ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກ: ຮັບປະທານສົດເປັນໝາກໄມ້.

ສັບພະຄຸນ: 

  • ໝາກ: ຊ່ວຍຫຼຸດປະລິມານຂອງຄໍເລັດສເຕີໂຣໃນເລືອດ, ຊ່ວຍປ້ອງກັນບໍ່ໃຫ້ເປັນພະຍາດໄຂ້ຫວັດ, ບັນເທົາອາການຂາດນ້ຳ, ຊ່ວຍໃຫ້ລະບົບຍ່ອຍອາຫານພາຍໃນຮ່າງກາຍເປັນປົກກະຕິ, ຊ່ວຍປ້ອງກັນການຕິດເຊື້ອຈາກແບັກທີເຣຍ, ຊ່ວຍປ້ອງກັນພະຍາດເລືອດອອກຕາມຫວ່າງແຂ້ວ, ຊ່ວຍຈະເລີນອາຫານ, ຊ່ວຍເສີມສ້າງຄໍລາເຈນ, ຊ່ວຍຟື້ນຟູແພຈຸລັງ, ບຳລຸງຜິວພັນໃຫ້ງາມ, ຊ່ວຍເຮັດໃຫ້ຜິວໃສຂຶ້ນ, ຊ່ວຍຫຼຸດການເກີດຮອຍແຜ ແລະ ຊ່ວຍຮັກສາສິວໃນບາງຄັ້ງ. 
  • ເປືອກໝາກ: ມີສັບພະຄຸນເປັນຢາແກ້ລົມ, ວຽນຫົວ, ໜ້າມືດ, ຕາລາຍ, ໃຈສັ່ນ, ໃຊ້ເປັນຢາແກ້ໄອ, ຊ່ວຍຂັບເສມຫະ, ແກ້ອາການຈຸກສຽດ, ແໜ້ນເອິກ, ແກ້ອາການເຈັບກະດູກ, ເປັນຢາຂັບລົມ, ແກ້ອາຫານບໍ່ຍ່ອຍ, ທ້ອງອືດທ້ອງເຟື້ອ, ແກ້ອາການເຈັບທ້ອງ (ເປືອກ, ແກ່ນ), ໃຊ້ເປັນຢາຂັບລົມໃນຕັບ, ກ່ອມ ແລະ ຄາຍການບີບຕົວຂອງຕັບ, ໃຊ້ເປັນຢາຮັກສາພະຍາດຜົມຫຼົ່ນ, ຊ່ວຍບັນເທົາອາການໄຫຼວຽນຂອງເລືອດ ແລະ ໃຊ້ປຸງເປັນຢາຫອມແກ້ລົມ.
  • ແກ່ນ: ເປັນຢາແກ້ອາການເຈັບເຕົ້ານົມ, ເຕົ້ານົມອັກເສບ, ແກ້ອາການເຈັບອັນທະ ແລະ ແກ້ອາການເຈັບກະໄສລົມ. 
  • ວິທີໃຊ້:  ເປືອກແຫ້ງໃຊ້ຄັ້ງລະ 3-10 ກຼາມຕົ້ມດື່ມ ຫຼື ໃຊ້ລວມກັບຕົວອື່ນ. ແກ່ນໃຊ້ຄັ້ງລະ 3-10 ກຼາມນຳມາຕົ້ມດື່ມ ຫຼື ບົດໃຫ້ເປັນຜົງຊົງກັບນ້ຳດື່ມ.

ໝາຍເຫດ: ຜູ້ທີ່ຮ່າງກາຍເຜົາຜ່ານໄດ້ດີ ແລະ ຮ່າງກາຍອ່ອນແອຫ້າມຮັບປະທານ (ເປືອກ ແລະ ເມັດ). 

ນ້ຳມັນຫອມ: ເປືອກສາມາດນຳມາສະກັດເປັນຢາແກ້ລົມ, ວຽນຫົວ, ປວດຮາກ. ນອກນີ້ແລ້ວຍັງສາມາດສະກັດເປັນນ້ຳມັນຫອມລະເຫີຍເພື່ອເປັນຢາສີດກັ່ນຍຸງ.

ສິນຄ້າ: ໝາກສົດຖືກນຳມາວາງຂາຍຕາມທ້ອງຕະຫຼາດ ແລະ ຍັງຖືກນຳສົ່ງເຂົ້າໂຮງງານເພື່ອສະກັດເປັນຜະລິດຕະພັນວາງຂາຍຕາມທ້ອງຕະຫຼາດທົ່ວໄປ, ສານສະກັດຈາກເປືອກເຊັ່ນຢາແກ້ລົມ ແລະ ຢາສີດກັ່ນຍຸງຍັງຖືກນຳມາວາງຂາຍຕາມຮ້ານຢາ ຫຼື ທ້ອງຕະລາດທົ່ວໄປ.

ການປະກອບສ່ວນ