ຝ້າຍຫົວ / Cotton

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Gossypium herbaceum L. / MALVACEAE
ຊື່ພ້ອງ
Gossypium albescens Raf.
Gossypium album Buch.-Ham.
Gossypium amblospermum Raf.
Gossypium arboreum var. perrieri (Hochr.) B.L.Rob.
Gossypium aureum Raf.
Gossypium bicolor Raf.
Gossypium chinense Fisch. & Otto ex Steud.
Gossypium cinereum Raf.
Gossypium convexum Raf.
Gossypium croceum Buch.-Ham.
Gossypium decurrens Raf.
Gossypium divaricatum Raf.
Gossypium eglandulosum Cav.
Gossypium elatum Salisb.
Gossypium frutescens (Delile) Roberty
Gossypium fuscum Raf.
Gossypium herbaceum var. acerifolium (Guill. & Perr.) A.Chev.
Gossypium herbaceum var. frutescens Delile
Gossypium herbaceum var. herbaceum
Gossypium herbaceum var. perrieri Hochr.
Gossypium hirsutum var. micranthum (Cav.) Roberty
Gossypium hirsutum subsp. paniculatum (Blanco) Mauer
Gossypium hirsutum var. paniculatum (Blanco) Roberty
Gossypium leoninum Medik.
Gossypium macedonicum Murray
Gossypium macrospermum Raf.
Gossypium micranthum Cav.
Gossypium molle Mauri ex Ten.
Gossypium paniculatum Blanco
Gossypium perrieri (Hochr.) Prokh.
Gossypium punctatum var. acerifolium Guill. & Perr.
Gossypium purpureum Raf.
Gossypium siamense Ten.
Gossypium simpsonii G.Watt
Gossypium strictum Medik.
Gossypium tricuspidatum Lam.
Gossypium vitifolium Roxb.
ຊື່ອື່ນ
ຊື່ລາວ: ຝ້າຍໃຫຍ່ ແລະ ຝ້າຍຫົວ.
ຊື່ໄທ: ຝ້າຍ, ຝ້າຍຂາວ, ຝ້າຍໄທ, ຝ້າຍຫີບ, ຝ້າຍດອກ, ຝ້າຍຊັນ, ຝ້າຍເທດ ແລະ ຝ້າຍຕຸນ.
ຊື່ຈີນ: 苗華 ແລະ 曹綿華.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ອາຍຸຫຼາຍປີ. ລຳຕົ້ນມີລັກສະນະຕັ້ງຊື່, ສູງ 1-3 ມ, ແຕກກິ່ງກ້ານໜ້ອຍ, ສີຂຽວ, ມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ກ້ວາງ, ໃບແຍກອອກເປັນ 3-5 ແສກ, ກ້ວາງ 8-10 ຊມ, ຍາວ 10-12 ຊມ, ໂຄນໃບໃບວ້ຳເລັກນ້ອຍ, ຂອບໃບລຽບ ແລະ ວ້ຳເປັນແສກ, ປາຍແຫຼມ, ຜິວໃບທັງສອງດ້ານມີຂົນປົກຄຸມຢ່າງໜາແໜ້ນ. ກ້ານໃບກົມ, ຍາວ 2.5-8 ຊມ. ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍກິ່ງ, ມີເສັ້ນຜ່າສູນກາງ 5-7 ຊມ. ໃບປະດັບຫຸ້ມໄວ້, ປາຍມີເສັ້ນດ້າຍປະມານ 12 ເສັ້ນ. ກາບດອກຮູບ 3 ຫຼ່ຽມ, ຍາວ 2-3 ຊມ, ຂອບແສກແຂ້ວເລືອຍ, ມີ 6-8 ແສກ. ກີບດອກມີ 5 ກີບ, ອອກຮຽງຊ້ອນກັນ, ບາງ, ຮູບເກືອບກົມ, ກ້ວາງ 2.5-3, ຍາວ 3-4 ຊມ, ສີຂາວອົມເຫຼືອງ, ເມື່ອດອກບານເຕັມທີຈະປ່ຽນເປັນສີບົວ, ກາງດອກເປັນສີມ່ວງອ່ອນ. ເກສອນເພດຜູ້ຈຳນວນຫຼາຍລວມຢູ່ເສົາເກສອນລວມອັນດຽວກັນ. ໝາກຮູບກົມ, ໝາກແຫ້ງແລ້ວແຕກອອກເປັນພູ 3-4 ແສກ. ແກ່ນມີຈຳນວນຫຼາຍ, ຮູບເກືອບກົມ, ແຂງ, ຍາວປະມານ 1 ຊມ ແລະ ມີໄຍສີຂາວຫຸ້ມເມັດ. 

ບັນຍາຍການນຳໃຊ້

ພືດເສັ້ນໄຍ: ໄຍຝ້າຍ ຫຼື ນວນຝ້າຍສີຂາວສາມາດນຳມາທໍເປັນຝ້າຍເພື່ອເຮັດເຄື່ອງນຸງຮົ່ມ ແລະ ເຄື່ອງໃຊ້ອື່ນ, ນອກຈາກນີ້ຍັງນຳໃຊ້ເຂົ້າໃນການຜະລິດອຸດສາຫະກຳອື່ນໆເຊັ່ນ: ເຮັດເຊືອກ, ກະເປົາ, ສາຍພານ, ຢາງລົດ, ເປັນເຄື່ອງມືທາງການແພດ ແລະ ອື່ນໆ.... 

ສິນຄ້າ: ດອກຝ້າຍ ຫຼື ຜະລິດຕະພັນຈາກດອກຝ້າຍ ແລະ ແກ່ນ: ສາມາດນຳອອກຂາຍເປັນສິນຄ້າທີ່ຖືກນິຍົມໃຊ້.

ສັບພະຄຸນ: 

  • ຮາກ: ເປັນຢາຮ້ອນເລັກນ້ອຍອອກລິດຕໍ່ປອດ ແລະ ຕັບ, ໃຊ້ເປັນຢາບຳລຸງກຳລັງ, ແກ້ລົມ, ແກ້ໄອ, ຊ່ວຍຂັບເສມຫະ, ແກ້ຫອບ, ນຳມາຕົ້ມດື່ມເປັນຢາແກ້ຫຼອດລົມອັກເສບ (ຜົນໄດ້ຮັບ 70-80%), ແກ້ອາການຕັບບວມ, ຮັກສາຕັບອັກເສບແບບຊຳເຮື້ອ ແລະ ຊ່ວຍຫ້າມເລືອດ.
  • ຮາກ, ເປືອກຮາກ ແລະ ເປືອກຕົ້ນ: ໃຊ້ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ແກ້ປະຈຳເດືອນມາບໍ່ປົກກະຕິ, ຊ່ວຍຂັບ ຫຼື ແກ້ອາການຕົກຂາວ ແລະ ເຮັດໃຫ້ໝົດລູກບີບຕົວຢ່າງແຮງ.
  • ແກ່ນ: ໃຊ້ເປັນຢາຮັກສາອາການອັ້ນປັດສະວະບໍ່ຢູ່, ຮັກສາລິດຊີດວງ, ຖ່າຍເປັນເລືອດ, ໃຊ້ເປັນຢາບຳລຸງໝາກໄຂ່ຫຼັງ ເຮັດໃຫ້ໝາກໄຂ່ຫຼັງອົບອຸ່ນ, ແກ້ສະມັດຕະພາບທາງເພດເຊື່ອມ, ແກ້ອາການຕົກເລືອດ ແລະ ຕົກຂາວຂອງຜູ້ຍິງ.
  • ນ້ຳມັນສະກັດຈາກແກ່ນ: ຊ່ວຍຫຼຸດໄຂ່ມັນໃນເລືອດ, ໃຊ້ເປັນຢາຮັກສາພະຍາດຜິວໜັງ, ແກ້ຂີ້ກາກຂີ້ເກືອນ, ຮັກສາຝີໜອງພາຍນອກ, ຮັກສາແຜທີ່ມີໜອງຊ້ຳເຮື້ອ, ເຮັດໃຫ້ຜິວໜັງຊຸ່ມຊື່ນ ແລະ ຊ່ວຍບີບມົດລູກເພື່ອຊ່ວຍລົມເບັ່ງ.

      ສານທີ່ພົບ: alamine, apocynin, aspartic acid, glutamic acid, glycine, gossypetin, gossyptrin, gossypol, kaempferol, palmitic acid, phytin, satirane, serine, thrconin, tocopherol ແລະ triacontane. ນອກຈາກນີ້ໃນເມັດ ແລະ ເປືອກຮາກຍັງພົບສານ Acetovanilone, Asparagin, Berbacitrin, Cossypitrin, Gossypetin, Kaempferol, Quercimeritri  ແລະ ນ້ຳມັນ. ເຊິ່ງມີປະສິດທິພາບຊ່ວຍຫຼຸດນ້ຳຕານໃນເລືອດ, ຊ່ວຍຫຼຸດນ້ຳໜັກຂອງຮ່າງກາຍ, ຫຼຸດລະດັບຮໍໂມນເພດຊາຍ, ຍັບຢັ້ງການສ້າງອາສຸຈິ, ຊ່ວຍຄຸມກຳເນີດ ແລະ ຂັບປັດສະວະ.

ໝາຍເຫດ: ຜູ້ຍິງຖືພາຫ້າມດື່ມສະໝູນໄພຊະນິດນີ້ເພາະຈະເຮັດໃຫ້ແທ້ງລູກ.

ນ້ຳມັນຫອມ: ແກ່ນສາມາດນຳມາສະກັດນ້ຳມັນເພື່ອເປັນອາຫານ, ໃຊ້ເຂົ້າໃນທາງການຢາ ແລະ ອຸດສາຫະກຳເຄື່ອງສຳອາງເຊັ່ນ: ຄີມບຳລຸງຜິວ.

ການປະກອບສ່ວນ