ໄຂ່ມຸກເກດແກ້ວ

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Coptosapelta flavescens Korth./Rubiaceae
ຊື່ພ້ອງ
Coptosapelta flavescens var. dongnaiensis Pierre ex Pit.
Coptosapelta tomentosa Valeton ex K.Heyne
ຊື່ອື່ນ
ຊື່ໄທ: ຕົ້ນຍ່ານຂະລົງ
ຊື່ຫວຽດນາມ:Dây vàng hoan, Dây cổ rùa, Dây họng trâu, Rễ khai.
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ, ເນື້ອໄມ້ແຂງ, ຍາວໄດ້ປະມານ 20 ມ, ມີຂົນສັ້ນນຸ້ມຕາມກິ່ງອ່ອນ, ກ້ານໃບ, ຊໍ່ດອກ, ກ້ານດອກ ແລະ ກາບດອກ (ຫຼື ກ້ຽງ). ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຍາວ 7.5-12.5 ຊມ, ໂຄນໃບບ້ຽວ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ. ກ້ານໃບຍາວ 2 ຊມ. ຫູໃບຮູບສາມຫຼ່ຽມແຄບ, ຍາວ 3-6 ມມ. ຊໍ່ດອກແບບກະຈຸກແຕກແໜ່ງ. ດອກຍ່ອຍຮູບແກ, ມີຈຳນວນຫຼາຍ, ມີກິ່ນຫອມ. ກາບດອກມີ 5 ກາບ, ຮູບສາມຫຼ່ຽມ ຫຼື ມົນ, ຂະໜາດນ້ອຍ, ຕິດທົນ, ສີຂຽວອ່ອນອົມຂາວ. ກີບດອກເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກເປັນ 5 ກີບ, ຮູບຫອກ ຫຼື ຮູບແຖບ, ເວລາບານເຕັມທີຍາວ 0.7-1 ຊມ, ສີຂາວ. ເກສອນເພດຜູ້ມີ 5 ອັນ, ຕິດປາກຫຼອດກີບດອກ, ກ້ານຊູຖົງລະອອງສັ້ນ, ຖົງລະອອງຮູບເສັ້ນດ້າຍ, ຍາວເທົ່າໆກັບກາບດອກ. ເຕົ້າໄຂ່ມີ 2 ຫ້ອງ, ມີເມັດໄຂ່ຈຳນວນຫຼາຍ, ຄໍເຕົ້າໄຂ່ສັ້ນ, ປາຍຮວງຮັບຮູບກະບອກຍືນກາຍຫຼອດກີບດອກ, ຍາວ 7-9 ມມ, ປາຍແຍກອອກເປັນ 2 ແສກ. ແກ່ນຮູບແປ, ມີຂົນຮອບ.

ບັນຍາຍການນຳໃຊ້

ສັບພະຄຸນ: ນ້ຳສະກັດຈາກຮາກເປັນຢາຖ່າຍພະຍາດພິດໃນເດັກ, ແກ້ຕັບອັກເສບ ແລະ ແກ້ໄຂ້.

ນ້ຳມັນຫອມ: ນ້ຳສະກັດຈາກຮາກ ແລະ ຕົ້ນໃຊ້ເປັນນ້ຳມັນຫອມທາກັນຍຸງ ຫຼື ທາກັນແມງໄມ້ກັດ.

ການປະກອບສ່ວນ