ດອກມະລິ / Arabian jasmine

ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Jasminum sambac (L.) Aiton / Oleaceae
ຊື່ພ້ອງ
Jasminum bicorollatum Noronha
Jasminum blancoi Hassk.
Jasminum fragrans Salisb.
Jasminum odoratum Noronha
Jasminum pubescens Buch.-Ham. ex Wall.
Jasminum quadrifolium Buch.-Ham. ex Wall.
Jasminum quinqueflorum B.Heyne ex G.Don
Jasminum sambac var. heyneanum (Wall. ex G.Don) C.B.Clarke
Jasminum sanjurium Buch.-Ham. ex DC.
Jasminum undulatum (L.) Willd.
Jasminum zambac Roxb.
Mogorium gimea Zuccagni
Mogorium goaense Zuccagni
Mogorium sambac (L.) Lam.
Mogorium undulatum (L.) Lam.
Nyctanthes goa Steud.
Nyctanthes sambac L.
Nyctanthes undulata L.
ຊື່ອື່ນ
ຊື່ລາວ: ດອກຊ້ອນນ້ອຍ, ດອກມິລິ ແລະ ດອກມະລິຊ້ອນ.
ຊື່ໄທ: ມະລິ, ມະລິລາ, ມະລິຊ້ອນ, ມະລິຂີ້ໄກ່, ມະລິຫຼວງ, ມະລິປ້ອມ, ເຂົ້າແຕກ, ເຕີຍມູນ.
ຊື່ສາມັນ: Arabian jasmine, Jusmine , Grand Duke of Tuscany , Angel – hair jusmine , Angelnaing jusmine, Star jusmine.
ຊື່ຫວຽດ: Nhài cánh kép.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ. ລຳຕົ້ນປະມານ 3 ມ, ກິ່ງມີຂົນກະຈາຍຢູ່ທົ່ວ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຮູບໄຂ່ປີ້ນ ຫຼື ຮູບເກືອບກົມ, ຍາວ 4-10 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຢູ່ຕາມເສັ້ນກາງໃບ. ກ້ານໃບຮູບກົມ, ຍາວ 2-6 ມມ, ມີຂົນສັ້ນນຸ່ມ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີ 1-5 ດອກ, ກ້ານດອກຍາວ 0.3-2 ຊມ. ມີໃບປະດັບດອກຮູບຫຼິ່ມ, ຍາວ 4-8 ມມ. ກາບດອກມີ 8-9 ກາບ, ຮູບແຖບ, ຍາວ 5-7 ມມ. ກີບດອກເຊື່ອມຕິດກັນເປັນຫຼອດສັ້ນ, ມີເຖິງ 16 ກີບ, ຮູບຮີ ຫຼື ເກືອບກົມ, ຍາວ 5-9 ມມ. ໝາກຮູບກົມ, ເສັ້ນຜ່າສູນກາງປະມານ 1 ຊມ, ໝາກສຸກເປັນສີມ່ວງດຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ໃຊ້ເປັນຢາຢອດຕາ (ຕົ້ມລ້າງ), ຝົນດື່ມແກ້ອາການຮ້ອນໃນ, ແສບທ້ອງ, ຮັກສາຫຼອດລົມອັກເສບ, ເປັນຢາຮັກສາພະຍາດກ່ຽວກັບຊ່ວງເອິກ, ຊ່ວຍຂັບປະຈຳເດືອນ, ແກ້ອາການເຈັບກະດູກ, ເຈັບກ້າມ, ເຮັດໃຫ້ຊາ (ຮາກມະລິສົດທຸບໃຫ້ລະອຽດນຳໄປຂົ້ວກັບເຫຼົ້າຈົນຮ້ອນ ແລ້ວປະໃຫ້ອູ່ນຫຼັງຈາກນັ້ນນຳມາພອກບໍລິເວນທີ່ເຈັບ), ຮັກສາແຂ້ວແມງ (ຕາກແຫ້ງບົດໃຫ້ເປັນຜົງນຳມາປະສົມກັບໄຂ່ແດງທີ່ຕົ້ມສຸກແລ້ວໃສ່ໃນຮູແຂ້ວແມງ), ຟົກຊ້ຳ, ຮັກສາເບົາຫວານ, ແກ້ອາການເຈັບຫົວ (ຕົ້ມດື່ມ), ແກ້ຮ້ອນໃນ, ເລືອດອອກຕາມຫວ່າງແຂ້ວ ແລະ ນອນບໍ່ຫຼັບ (ຮາກຝົນກັບນ້ຳດື່ມ). ໝາຍເຫດ: ຮາກມີພິດບໍ່ຄວນໃຊ້ໃນປະລິມານຫຼາຍເກີນ.
  • ໃບ: ໃຊ້ເປັນຢາຢອດຕາ, ຕຳໃຫ້ລະອຽດປະສົມກັບນ້ຳໝາກພ້າວນຳໄປລົນໄຟຮັກສາແຜ, ຝີໜອງ, ແກ້ໄຂ້, ແກ້ອາການເຈັບຫູ, ຊ່ວຍຂັບນ້ຳນົມ, ຊ່ວຍດັບພິດຮ້ອນ, ຖອນພິດໄຂ້, ແກ້ຮ້ອນໃນ, ຂັບເຫື່ອ, ຮັກສາອາການໄຂ້ຫວັດແດດ, ນຳມາຕົ້ມດື່ມແກ້ອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງອືດ. ໃບອ່ອນແຊ່ນ້ຳດື່ມແກ້ນິ້ວໃນຖົງນ້ຳບີ, ຮັກສາພະຍາດຜິວໜັງເຮື້ອຮັງ ແລະ ຜື່ນຄັນ.
  • ດອກ: ໃຊ້ເປັນຢາຫອມ ແກ້ຫືດ, ຊ່ວຍບຳລຸງຫົວໃຈ ເຮັດໃຫ້ຫົວໃຈສົດຊື່ນ, ແກ້ອາການອ່ອນເພຍ, ບຳລຸງກຳລັງ, ແກ້ອາການຖອກທ້ອງ, ດອກສົດນຳມາບົດແລ້ວໃຊ້ພອກຂະມັບຫົວແກ້ອາການເຈັບຫົວ ແລະ ຕາແດງ ຫຼື ເນື້ອເຫຍື້ອຕາອັກເສບ (ໃຊ້ດອກຕົ້ມນ້ຳໃຫ້ຟົດ ປະໃຫ້ເຢັນແລ້ວນຳມາລ້າງຕາ), ນຳດອກມາຕົ້ມດື່ມບຳລຸງເດັກໃນທ້ອງ.

ນ້ຳມັນຫອມ: ດອກໃຊ້ສະກັດເປັນເຄື່ອງສຳອາງຫຼາຍຢ່າງເຊັນ: ນ້ຳມັນບຳລຸງຜົມ ແລະ ນ້ຳຫອມ.

ສິນຄ້າ: ຕົ້ນນຳໄປປູກຂາຍ, ດອກຍັງບໍ່ທັນບານຖືກນຳໄປຫ້ອຍພວງມາໄລຂາຍ ແລະ ນ້ຳສະກັດຈາກດອກທີ່ເປັນ ຜະລິດຕະພັນຍັງຖືກວາງຂາຍຢູ່ຕາມ ຕະຫຼາດທົ່ວໄປ.

ການປະກອບສ່ວນ