ຕົ້ນຕາປວກ / Ivru wood

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Siphonodon celastrineus Griff. / Celastraceae
ຊື່ພ້ອງ
Astrogyne coriacea Wall. ex Laws.
Hydnocarpus sharmae P.S.N. Rao & P.V. Sreekumar
Siphonodon pyriformis Merrill
Xanthophyllum subglobosum Elmer
ຊື່ອື່ນ
ຊື່ໄທ: ຕົ້ນຍາຍປວກ, ໄມ້ໝາກດູກ, ບັກໂຄ້ກ, ໝາກດູກ.
ຊື່ອັງກິດ: Ivru wood.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 30 ມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ຍາວ 6.5-15 ຊມ, ໂຄນໃບແຫຼມ ຫຼື ຕັດ, ຂອບແສກແຂ້ວ ຫຼື ແສກມົນ, ປາຍແຫຼມ ຫຼື ຮຽວແຫຼມ. ກ້ານໃບຍາວ 0.5-1.5 ຊມ, ມີຫູໃບຂະໜາດນ້ອຍ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ, ບາງຄັ້ງມີດອກດ່ຽວ. ດອກຍ່ອຍມີກ້ານດອກຍາວ 0.3-1 ຊມ. ກາບດອກມີ 5 ກາບ, ຮູບກົມ, ມີເສັ້ນຜ່າສູນກາງ 1-2 ມມ, ສີຂຽວອ່ອນ. ກີບດອກມີ 5 ກີບ, ຮຽງຊ້ອນເຫຼື່ອມກັນທີ່ໂຄນກີບ,​ ຮູບໄຂ່, ປາຍມົນ, ຍາວ 2.5-3 ມມ, ສີເຫຼືອງ. ເກສອນເພດຜູ້ມີ 5 ອັນ, ກ້ານຊູຖົງລະອອງຮູບແປ, ຍາວປະມານ 1 ມມ, ໂຄນເຊື່ອມຕິດກັນ, ຖົງລະອອງເກສອນຈັບປາຍ. ເຕົ້າໄຂ່ແນບຕິດກັບຖານຮອງດອກ, ຮູບທໍ່ສັ້ນ, ປາຍວ້ຳເລິກ, ເຕົ້າໄຂ່ມີຫຼາຍຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກຮູບຮີ ຫຼື ຮູບໄຂ່ປີ້ນ, ຍາວ 3-5 ຊມ, ຜິວຂຸຄັງ, ເປືອກໜາຄ້າຍຄືໜັງ. ແກ່ນຮູບຮີ, ແປ, ຍາວປະມານ 8 ມມ.

ບັນຍາຍການນຳໃຊ້

ເປັນອາຫານ: ໝາກສຸກກິນໄດ້.

ສັບພະຄຸນ: ຮາກ ບຳລຸງກະດູກ, ແກ້ພິດໃນກະດູກ, ໃຊ້ຕົ້ົົມກັບຮາກຕົ້ນຂັນທອງດື່ມຮັກສາມະເຣັງ, ແກ້ຝີພາຍໃນ (ຝີໃນຕັບ, ຝີໃນປອດ, ຝີໃນກະດູກ), ຮັກສາພະຍາດຜິວໜັງ, ແກ້ຜື່ນຄັນ, ແກ້ປະດົງຂໍ, ນ້ຳຢາງເຫຼືອງແຫ້ງ, ແກ້ອາການເຈັບແສບ-ຮ້ອນ, ແກ້ເສັ້ນເອັນແຂງ, ຮາກນຳມາຕົ້ມກັບນ້ຳດື່ມແກ້ອາການເຈັບກະດູກ ແລະ ເຈັບຂໍ. ທັງຕົ້ນ: ໃຊ້ຕົ້ມກັບຕົ້ນຮໍສະພານຄວາຍ, ເຂົ້າຫຼາມດົງ, ຕົ້ນຕານເຫຼືອງ, ໝາກກະທັນ, ມ້າກະທືບໂລງ, ຫົວຢາເຂົ້າເຢັນ, ແກ່ນຝາງ, ບານບໍ່ຮູ້ລົ່ນ ແລະ ຕົ້ນມັນເຖື່ອນດື່ມເປັນຢາບຳລຸງກຳລັງ, ແກ້ອາການປວດເມືີ່ອຍ.

ສິ່ງປຸກສ້າງ: ເນື້ອໄມ້ມີຄວາມແຂງແຮງສາມາດນຳໃຊ້ເຂົ້າໃນການກໍ່ສ້າງ.

ການປະກອບສ່ວນ