ດອກງ້ວນ / Heartbreak grass
APA 6th ed. ດອກງ້ວນ / Heartbreak grass. (2021, January 14). Retrieved from https://www.phakhaolao.la/kb/0000994
MLA 8th ed. ດອກງ້ວນ / Heartbreak grass. Pha Khao Lao, 14 January 2021, https://www.phakhaolao.la/kb/0000994.
Chicago 17th ed. Pha Khao Lao. 2021. "ດອກງ້ວນ / Heartbreak grass." Published January 14, 2021. https://www.phakhaolao.la/kb/0000994.
Leptopteris sumatrana Blume
Medicia elegans Gardner & Champ.
ຊື່ໄທ: ໝາກເດັດ, ເກັກມ່ວນ, ຊົ້ວນາຕົ້ວ, ໝາກລິນຣົກ, ສາມໃບຕາຍ.
ຊື່ຈີນ: 钩吻, 葫蔓藤,斷腸草.
ຊື່ສາມັນ: Chinese Gelsemium, Graceful Jesamine
ຊື່ຫວຽດນາມ: lá ngón.
ລຳຕົ້ນເປັນລຳເຄືອ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຫອກ ຫຼື ຮູບໄຂ່, ຍາວ 5-14 ຊມ, ໂຄນໃບແຫຼມ ຫຼື ຮູບຫຼິ້ມ, ຂອບລຽບ, ປາຍຍາວເປັນຫາງ. ກ້ານໃບແປ, ຍາວ 1-1.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມປາຍກິ່ງ ຫຼື ປາຍຍອດ, ຍາວປະມານ 12 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບລຳໂພງ, ສີເຫຼືອງ. ກາບດອກມີ 5 ກາບ, ຍາວ 1.2-2 ຊມ, ຮຽງຊ້ອນເຫຼື່ອມກັນ, ມີຈຸດສີແດງດ້ານໃນ, ດອກມີຂົນສີຂາວ, ຕິດທົນ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ປາຍໂຄ້ງງໍກັບ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ກາງຫຼອດກີບດອກ, ກ້ານຊູຖົງລະອອງຍາວປະມານ 4 ມມ, ຍືນພົ້ນຫຼອດກີບດອກເລັກນ້ອຍ. ເຕົ້າໄຂ່ມີ 2 ແສກ, ແຕ່ລະແສກມີ 2 ຫ້ອງ. ໝາກຮູບຮີ ຫຼື ຮູບໄຂ່, ຍາວປະມານ 1.5 ຊມ, ໝາກແຫ້ງແລ້ວແຕກເປັນ 2 ແສກ. ແກ່ນມີ 8-10 ແກ່ນຕໍ່ 1 ຫ້ອງ, ຮູບຮີແປ, ຍາວ 4-5 ມມ, ມີຂົນ ຫຼື ປີກອ້ອມຮອບ.
ສັບພະຄຸນ: ນ້ຳຢາງ Alkaloids ໃຊ້ໃນປະລິມານທີ່ເໝາະສົມເປັນ ຢາຮັກສາພະຍາດຊິ້ນປົ່ງໃນໂພງດັງ ແລະ ຊິ້ນປົ່ງໃນຜິວໜັງບາງຊະນິດ (ຖ້າໃຊ້ໃນປະລິມານຫຼາຍເຮັດໃຫ້ນ້ຳລາຍໄຫຼ, ສັບສົນ, ຊັກ ຫຼື ເຮັດໃຫ້ເສຍຊີວິດໄດ້).