ໄກ່ງວງ / Domestic Turkey

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Meleagris gallopavo domesticus (Linnaeus, 1758) / Phasianidae
ຊື່ພ້ອງ
ຊື່ອື່ນ
Chinese: 火鸡
Japanese: シチメンチョウ
ພັນລະນາລັກສະນະສັນຖານ

ໄກ່ງ່ວງ (Turkey) ຊື່ວິທະຍາສາດ Meleagris gallopavo ພົບໃນອາເມລິກາເໜືອ ແລະ M. ocellata ພົບໃນອາເມລິກາກາງ, ໄກ່ງ່ວງມີ 2 ຊະນິດຄື: ຂົນສີຂາວລ້ວນ ແລະ ຂົນສີແດງທອງ, ເປືອກໄຂ່ມີສີຂາວນວນ ແລະ ມີສີນໍ້າຕານ ສະມາຄົມສັດປີກຂອງສະຫະລັດອາເມລິກາ (Poultry Association) ໄດ້ກໍານົດລັກສະນະມາດຕະຖານຂອງພັນໄກ່ງ່ວງໄວ້ 7 ສາຍພັນ (Varieties) ໄດ້ແກ່:
•    ບຣອນຊ໌ (Bronze)
•    ໄວຣອນແລນ(White Holland)
•    ບໍບອນເລດ (Bourbon Red)
•    ນາຣາແກນເສັດ (Naragansett)
•    ດຳ (Black)
•    ສາເລັດ (Slate)
•    ເບລທ໌ສະວິວ ສະມໍໄວ (Beltsville Small White).

ພັນໄກ່ງວງທີ່ຄົນນິຍົມລ້ຽງໄດ້ແກ່:

  •  ອະເມລິກັນ (American Bronze): ຈັດເປັນໄກ່ງ່ວງພັນໜັກ ຂົນສີແດງສົ້ມປົນນໍ້າຕານດຳ, ປາຍຂົນສີຂາວໜ້ອຍໜື່ງ, ແຄ່ງ ແລະ ນິ້ວຕີນສີເທົາອ່ອນປົນບົວອ່ອນໆ, ຕາສີນໍ້າຕານ, ຈະງອຍປາກສີເທົາອ່ອນ.
    ຂໍ້ສັງເກດ: ໂຕຜູ້ຈະມີຂົນຄ້າຍຜົມສີດຳແຂງ ຕິດຢູ່ບ່ອນບໍລິເວນໜ້າເອິກ  ເປັນໂຕຊີ້ບອກລັກສະນະທາງເພດຂອງໄກ່ງ່ວງ, ໂຕຜູ້ທີ່ອາຍຸກ່ອນ 12 ອາທິດ, ໂຕແມ່ມີຜົນຜະລິດໄຂ່ 70 ໜ່ວຍ/ປີ, ນໍ້າໜັກເມື່ອອາຍຸ 5 ເດືອນ ເພດຜູ້ປະມານ 11 ກິໂລກຼາມ, ເພດເມຍ 7 ກິໂລກຼາມ, ນໍ້າຫນັກເມື່ອໃຫ່ຍເຕັມທີ ເພດຜູ້ 15 ກິໂລກຼາມ  ເພດເມຍປະມານ 9 ກິໂລກຼາມ.
https://www.technologychaoban.com/livestock-technology/article_73213
American Bronze © https://www.technologychaoban.com
  • ເບລທ໌ສະວິວ ສະມໍໄວ (Beltsville Small White): ມີຂະໜາດລຳໂຕ ປານກາງ ແລະ ຂະໜາດນ້ອຍ, ຂົນສີຂາວ, ໜັງສີຂາວ, ແຄ່ງ ແລະ ນິ້ວຕີນສີບົວອ່ອນ, ຕາສີນໍ້າຕານ, ຈະງອຍປາກສີເທົາ, ປະລິມານການໄຂ່   ໃຫ້ຜົນຜະລິດໄຂ່ ປະມານ 80 ໜ່ວຍ/ໂຕ/ປີ, ນໍ້າໜັກມາດຕະຖານໄກ່ງ່ວງ ເພດຜູ້ປະມານ 7,7 ກິໂລກຼາມ, ເພດແມ່ປະມານ 5 ກິໂລກຼາມ, ເພດຜູ້ໜຸ່ມ ນໍ້າໜັກປະມານ 6,7 ກິໂລກຼາມ, ເພດແມ່ຮາມ ນໍ້າໜັກປະມານ 4 ກິໂລກຼາມ.
http://breedsavers.blogspot.com/2011/04/beltsville-small-white-turkeys.html
Beltsville Small White Turkeys © http://breedsavers.blogspot.com

 

ບັນຍາຍການນຳໃຊ້

ໄກ່ງ່ວງເປັນສັດເສດຖະກິດ ທີ່ໃຫ່ຍໄວ, ນໍ້າຫນັກຫລາຍ, ລ້ຽງງ່າຍ ເນື່ອງຈາກມີພັນທຸກຳຂອງໄກ່ງ່ວງປ່າ ຈຶ່ງມີຮ່າງກາຍແຂງແຮງ ແລະ ທົນທານຕໍ່ພະຍາດ, ນອກຈາກນີ້ຍັງສາມາດກິນອາຫານທີ່ມີຕາມທຳມະຊາດໄດ້ຫລາກຫລາຍເຊັ່ນ: ຮຳ, ເຂົ້າປຽນ, ເມັດທັນຍາພືດ, ໃນທາງໂພຊະນາການຊີ້ນໄກ່ງ່ວງມີແຄວຊ່ຽມສູງ ມີແຄລໍລີຕໍ່າກວ່າຊີ້ນໄກ່ທຳມະດາທົ່ວໄປ ແລະ ມີໄຂມັນອີ່ມຕົວໜ້ອຍກວ່າຊີ້ນສັດອື່ນໆ. ນອກຈາກນີ້ຍັງມີໂປຼຕິນສູງກວ່າຊີ້ນໄກ່, ຊີ້ນງົວ ແລະ ຊີ້ນໝູ ແລະ ມີກົດອະມິໂນ ທີ່ຈຳເປັນຕໍ່ການສ້າງໂປຼຕິນທີ່ສົມບູນຂອງຮ່າງກາຍ.

ການສຶບພັນ ແລະ ວົງຈອນຊີວິດ

ການລ້ຽງໄກ່ງ່ວງສາມາດຂາຍໄດ້ທັງຊີ້ນ ແລະ ໄຂ່,  ການລ້ຽງຈະປະສົບຜົນສຳເລັດ ຫລື ບໍ່ ກໍ່ຕ້ອງອາໃສປັດໃຈຕ່າງໆເຊັ່ນ:

ຄອກໄກ່ງວງ: ຄວນມີໂຄງສ້າງທີ່ແຂງແຮງ ມີຂະໜາດທີ່ເໝາະສົມກັບຈຳນວນໄກ່ທີ່ລ້ຽງຄື 1 ໂຕຕໍ່ຕາແມັດ ແລະ ຄວນມີວັດສະດຸຮອງພື້ນທີ່ແຫ້ງສະອາດ, ໜ້າຄອກໄກ່ຕ້ອງມີອ່າງນໍ້າຢາຂ້າເຊື້ອພະຍາດຈາກພາຍນອກສູ່ຄອກໄກ່ ແລະ ຈາກຄອກໄກ່ສູ່ພາຍນອກ, ຄວນມີຕາໜ່າງປ້ອງກັນສັດອື່ນເຂົ້າມາໃນຄອກໄກ່, ຕ້ອງມີເດີ່ນສຳລັບໃຫ້ໄກ່ງ່ວງຍ່າງອອກກຳລັງກາຍ, ດັ່ງນັ້ນ ການສ້າງຄອກ ຈຶ່ງອາດເປັນລັກສະນະແອ້ມດ້ວຍຕາໜ່າງ ຫລື ຮົ້ວໄມ້ກວ້າງໆ, ມີຫລັງຄາເພື່ອໃຫ້ໄກ່ຊົ້ນແດດຊົ້ນຝົນ, ສີ່ງສຳຄັນຄວນມີຂ່ອນໄມ້ ເພາະນິໃສໄກ່ງ່ວງມັກນອນບ່ອນສູງ, ລັກສະນະຂອງຂ່ອນໄມ້ຈະຕ້ອງເປັນໄມ້ກົມບໍ່ມີລ່ຽມເຊັ່ນ: ໄມ້ໄຜ່ ໂດຍໃນບໍລິເວນຂ່ອນນອນອາດຈະວາງກະຕ່າ ຫລື ວັດຖຸສຳລັບໃຫ້ໄກ່ງ່ວງວາງໄຂ່, ເວລາກາງຄືນຄວນຫາຜ້າ ຫລື ຕາໜ່າງປົກກັນຍຸງ ເມື່ອອາຍຸຄົບ 15 ວັນ ນຳໄປໃສ່ຄອກປ່ອຍລ້ຽງຕາມທຳມະຊາດ.

ອຸປະກອນໃຫ້ນໍ້າ ແລະ ອາຫານໄກ່ງວ່ງ: ຄວນໃຊ້ກະຕຸກຢາງໃຫ້ນໍ້າແບບຂ້ວມລົງ, ຕ້ອງຫ້ອຍໃຫ້ສູງຈາກພື້ນໜ້ອຍໜື່ງ, ໝັ່ນລ້າງໃຫ້ສະອາດ, ຕາກແດດໃຫ້ແຫ້ງຢ່າງສະໝໍ່າສະເໝີ.

ອາຫານທີ່ໃຊ້ລ້ຽງໄກ່ງ່ວງ: ຊ່ວງ 0-1 ເດືອນ ໃຫ້ອາຫານທີ່ມີຫົວອາຫານ 22%, ບໍ່ຄວນໃຫ້ເຂົ້າປຽນ ແລະ ເຂົ້າເປືອກ ເພາະຈະເຮັດໃຫ້ໄກ່ງ່ວງຂີ້ຂາວ ແລະ ຈະເຂົ້າໃຈວ່າເປັນພະຍາດອະຫິວາຕາຍ, ຊ່ວງ 2-5 ເດືອນ ໃຫ້ອາຫານທີ່ມີຫົວອາຫານ 14%, ໃຫ້ຮໍາອ່ອນ, ຮໍາແກ່, ຜູ້ລ້ຽງອາດຈະປະສົມເອງໂດຍເອົາພືດສະໝຸນໄພຕ່າງໆເຊັ່ນ: ຫຍ້າສົດ, ຜັກບົ້ງ, ຢວກກ້ວຍ, ລາຊາບີ, ຂີ້ໝີ້ນ ເປັນສ່ວນປະສົມຫລັກ ແລະ ນຳໄປປະສົມກັບມັນຕົ້ນບົດ 1 ສ່ວນ, ຮໍາ 4 ສ່ວນ ແລະ ປາປົ່ນອີກ 1 ສ່ວນ ມາຄົນໃຫ້ເຂົ້າກັນເພື່ອໃຊ້ເປັນອາຫານຂຸ້ນສຳລັບລ້ຽງໄກ່ງ່ວງ ເພື່ອບຳລຸງ ແລະ ສ້າງພູມຄຸ້ມກັນໃຫ້ແກ່ໄກ່ງ່ວງ ໂດຍໃຫ້ວັນລະ 1 ເທື່ອ ໃນຕອນເຊົ້າ ແລະ ໃຫ້ຫຍ້າ, ເສດຜັກ ເປັນອາຫານເສີມໃນຕອນບ່າຍ.

ການຊັກວັກຊິນປ້ອງກັນພະຍາດ: ເມື່ອລູກໄກ່ອາຍຸ 21-30 ວັນ ໃຫ້ວັກຊິນປ້ອງກັນພະຍາດ ໂດຍການແທງປີກທັງ 2 ຂ້າງ ແລະ ໃຫ້ວັກຊິນປ້ອງກັນພະຍາດອະຫິວາ ເມື່ອອາຍຸ 30 ວັນ ໂດຍສີດເຂົ້າກ້າມຊີ້ນໜ້າເອິກ ທັງນີ້ຄວນໃຫ້ວັກຊິນນິວຄລາດເຊິນຫລອດລົມອັກເສບ ແລະ ຝີດາດ ກະຕຸ້ນຊ່ວງ 3-4 ເດືອນ.

ການລ້ຽງໄກ່ງ່ວງແບ່ງອອກເປັນ 3 ໄລຍະຄື:
1.   ລູກໄກ່ງ່ວງນ້ອຍອາຍຸເກີດໃໝ່ - 4 ອາທິດ: ເປັນໄລຍະທີ່ລູກໄກ່ມີຄວາມອ່ອນແອທີ່ສຸດ ຈຶ່ງຄວນອະນຸບານເທິງຄອກກົກຍົກພື້ນສູງ ທີ່ປົກຫຸ້ມດ້ວຍມຸ້ງໄນລ້ອນກັນຍຸງເຊິ່ງເປັນພາຫະຂອງພະຍາດຝີດາດ ແລະ ໃຊ້ຫລອດໄຟຂະໜາດ 80 ວັດ ກົກໃຫ້ຄວາມອົບອຸ່ນໃນຊ່ວງອາທິດທຳອິດ ທີ່ອຸນຫະພູມ 95-100 ອົງສາຟາເລັນຮາຍ, ແລ້ວຄ່ອຍໆຫລຸດອຸນຫະພູມລົງໃນອາທິດຕໍ່ໄປ ຊຶ່ງການປັບຫຼຸດອຸນຫະພູມຂື້ນຢູ່ກັບສະພາບອາກາດພາຍນອກດ້ວຍ, ຄວນມີນໍ້າ ແລະ ອາຫານສຳລັບລູກໄກ່ເກີດໃໝ່ໃຫ້ກິນເຕັມທີປະມານ 30-50 ກລາມ/ໂຕ/ວັນ, ໂດຍການຈຸ່ມປາກລູກໄກ່ງ່ວງລົງໃນນໍ້າ ແລະ ອາຫານເພື່ອຝຶກໃຫ້ກິນເອງ ແລະ ຄວນເຮັດວັກຊິນປ້ອງກັນພະຍາດຫລອດລົມອັກເສບນິວຄລາດເຊິນ ແລະ ຝີດາດ ທັງນີ້ຫລັງຈາກການເຮັດວັກຊິນແລ້ວຄວນປະສົມວິຕາມິນລະລາຍນໍ້າເພື່ອຫລູຸດຄວາມວິຕົກກັງວົນໃຫ້ລູກໄກ່ ການຈັດການທີ່ດີໃນຊ່ວງນີ້ ສາມາດຊ່ວຍຫລຸດອາການຕາຍຂອງລູກໄກ່ໄດ້ສູງເຖິງ 90%.
2.   ໄກ່ງ່ວງອາຍຸ 4- 12 ອາທິດ: ນຳໄກ່ງ່ວງນ້ອຍອອກຈາກຄອກກົກມາລ້ຽງຢູ່ຄອກທີ່ມີວັດສະຖຸຮອງພື້ນທີ່ແຫ້ງສະອາດ ໃຫ້ສຳພັດກັບເຊື້ອຈຸລິນຊີປະຈຳຖິ່ນເພື່ອສ້າງພູມຕ້ານທານຕໍ່ເຊື້ອພະຍາດດ້ວຍຕົນເອງ, ເປັນຊ່ວງທ່ີ່ໄກ່ງ່ວງກຳລັງຈະເລີນເຕີບໂຕ ຄວນມີນໍ້າ ແລະ ອາຫານໃຫ້ກິນເຕັມທີປະມານ 80-100 ກລາມ/ໂຕ/ວັນ ໂດຍໃຫ້ຄັ້ງລະໜ້ອຍໆ ແຕ່ເລື້ອຍໆເພື່ອກະຕຸ້ນການກິນອາຫານ ຮ່ວມກັບການໃຫ້ຈິກກິນຫຍ້າສົດ, ພືດຜັກ ແລະ ສະໝຸນໄພໃນທ້ອງຖິ່ນເສີມໜ້ອຍໜື່ງ ເພື່ອປັບລະບົບການຍ່ອຍອາຫານ ແລະ ເສີມສ້າງພຶດຕິກຳຕາມທຳມະຊາດຂອງສັດປີກ ຊຶ່ງສາມາດຊ່ວຍຫຼຸດຄວາມວິຕົກກັງວົນໄດ້, ການຈັດການລ້ຽງດູລູກໄກ່ທີ່ດີໃນຊ່ວງນີ້ຈະເຮັດໃຫ້ມີອັດຕາການລ້ຽງລອດສູງກວ່າ 60%, ເມື່ອອາຍຸ 8 ອາທິດຂຶ້ນໄປ ສາມາດປ່ອຍລ້ຽງອິດສະຫຼະໃນເດີນຫຍ້າໄດ້ ແຕ່ຕ້ອງມີຮົົ່ມໄມ້ໃຫ້ຊົ້ນແດດ.
3.   ໄກ່ງ່ວງຮາມອາຍຸ 12-28 ອາທິດ: ເປັນຊ່ວງທີ່ໄກ່ງ່ວງກຳລັງຈະເລີນເຕີບໂຕ ແລະ ສ້າງລະບົບສຶບພັນໃຫ້ສົມບູນ ໃຊ້ຫຍ້າສົດຄຸນນະພາບດີ ຫລື ພືດຜັກສະໝຸນໄພສີຂຽວໃຫ້ກິນຢ່າງເຕັມທີ ນຳມາລ້ຽງຂຸນດ້ວຍອາຫານ ປະລິມານ 150-180 ກລາມ/ໂຕ/ວັນ ຮ່ວມກັບ ການປະສົມເອງໃນລະບົບກະສິກຳແບບທຳມະຊາດ ມີການພັດທະນາລະບົບການຍ່ອຍອາຫານທີ່ສົມບູນ ໃຊ້ປະໂຫຍດຈາກອາຫານຫຍາບໄດ້ດີ ຊາວກະສິກອນຜູ້ລ້ຽງສາມາດຫຫຼຸດຕົ້ນທຶນຄ່າອາຫານສັດລົງໄດ້.

ການປະກອບສ່ວນ