ຕົ້ນແຕ້ຄ່າ / Black rosewood

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Afzelia xylocarpa (Kurz) Craib / Fabaceae
ຊື່ພ້ອງ
Afzelia cochinchinensis (Pierre) Leonard
Afzelia cochinchinensis (Pierre) J. Léonard
Afzelia siamica Craib
Pahudia cochinchinensis Pierre
Pahudia xylocarpa Kurz
ຊື່ອື່ນ
ຊື່ລາວ: ໝາກຄ່າຫົວດຳ, ໝາກຄ່າຫົວຄຳ.
ຊື່ໄທ: ໝາກຄ່າໂມງ, ໝາກຄ່າໃຫຍ່ດ ໝາກຄ່າຫຼວງ, ໝາກຄ່າຫົວຄຳ,
ຊື່ສາມັນ: Black rosewood, Pod mahogany
ຊື່ຈີນ: 缅茄.
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢື່ນຕົ້ນ. ລຳຕົ້ນສູງປະມານ 30 ມ, ພາກສ່ວນແກ່ສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 3-5 ຄູ່, ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 5-9 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍໃບມົນ ຫຼື ວ້ຳຕື້ນ, ກ້ານໃບຍ່ອຍຍາວ 3-5 ມມ. ຊໍ່ດອກແບບຊໍ່ແຕກແໜ່ງ, ຍາວ 5-15 ຊມ. ໃບປະດັບຊໍ່ດອກຮູບໄຂ່, ຍາວ 6-9 ມມ, ມີໃບປະດັບຍ່ອຍ. ດອກຍ່ອຍມີຈຳນວນຫຼາຍ, ກ້ານດອກຍາວ 0.7-1 ຊມ. ກາບດອກມີ 2 ຄູ່, ຮູບຮີ, ຍາວ 0.7-1 ຊມ, ກີບຄູ່ນອກມີຂະໜາດນ້ອຍກ່ວາຄູ່ໃນເລັກນ້ອຍ. ກີບດອກມີ 1 ກີບ, ຮູບຂອບຂະໜານ ຫຼື ຮູບບ່ວງ, ຍາວ 1.2-2 ຊມ, ໂຄນຮຽວແຄບເປັນກ້ານກີບ, ປາຍວ້ຳຕື່ນ. ເກສອນເພດຜູ້ທີ່ສົມບູນມີ 7 ອັນ, ກ້ານຊູຖົງລະອອງຍາວ 2-3 ຊມ, ເກສອນເພດຜູ້ເປັນໝັນມີ 3 ອັນ, ຮູບເສັ້ນດ້າຍ. ເຕົ້າໄຂ່ສັ້ນ, ຄໍເຕົ້າໄຂ່ຍາວ 2-2.5 ຊມ, ປາຍຮວງຮັບຂະໜາດນ້ອຍ. ໝາກເປັນຝັກແປ, ຮູບຂອບຂະໜານ, ຍາວ 15-20 ຊມ, ເປືອກໜາ. ແກ່ນຮູບຮີ, ຍາວ 2.5-3 ຊມ, ມີແຜ່ຈຸລັງລະຫວ່າງຄວັ້ນແກ່ນ, ສີເຫຼືອງປົນສີສົ້ມ.

ບັນຍາຍການນຳໃຊ້

ເປັນອາຫານ: ແກ່ນອ່ອນກິນສົດ ຫຼື ຕົ້ມກິນໄດ້, ແກ່ນນຳມາຕົ້ມແກະເປືອກອອກແລ້ວແຊ່ນ້ຳໃຫ້ອ່ອນແລ້ວສາມາດກິນໄດ້.

ສັບພະຄຸນ: ຮາກ ໃຊ້ຮັກສາພະຍາດຜິວໜັງ. ເປືອກ: ຈະມີລົດຊາດຟາດໃຊ້ຟອກໜັງ, ເປັນຢາຖ່າຍພິດ, ຮັກສາລິດຊີດວງ, ແກ້ອາການຖອກທ້ອງ, ເຈັບທ້ອງບິດ, ຮັກສາພະຍາດຕີນຊ້າງ, ແກ້ອາການລີ້ນເປັນຝ້າຂາວ, ຕົ້ມປະສົມກັບເປືອກຕົ້ນໝາກຄ່າແຕ້ໃຊ້ເປັນຢາແກ້ຟົກຊໍ້າ, ເຈັບບວມ, ຕົ້ມປະສົມກັບຮາກໃບໜາດ ເປັນຢາຮັກສາແຜ ຫຼື ຕົ້ມປະສົມກັບເປືອກຕົ້ນໝາກກອກ, ເປືອກຕົ້ນກະທັນ, ເປືອກຕົ້ນຢາງ ແລະ ຮາກຖົ່ວແປບນຳມາດື່ມເປັນຢາຮັກສາພະຍາດອີສຸກອີໃສ. ປຸ່ມເປືອກລຳຕົ້ນ: ເປັນຢາຖ່າຍພະຍາດພິດ, ຮັກສາພະຍາດຜິວໜັງ ຫຼື ຕົ້ມຮົມເພື່ອຮັກສາລິດຊີດວງທະວານໜັກໃຫ້ແຫ້ງລົງ ແລະ ຊ່ວຍຮັກສາແຜ. ແກ່ນ: ຊ່ວຍຮັກສາລິດຊີດວງ.

ສິ່ງປຸກສ້າງ: ເນື້ອໄມ້ສາມາດນຳມາເຮັດເສົາບ້ານ, ປະດິດເປັນເຄື່ອງໃຊ້ຂອງສອຍ, ເປັນໝອນຮອງລົດໄຟ ຫຼື ເຄື່ອງເຟີນິເຈີຕ່າງໆ.

ການປະກອບສ່ວນ