ໝາກກອກເຫຼື່ອມ / Smooth Fruits Canarium

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Canarium littorale Blume / Burseraceae
ຊື່ພ້ອງ
Rhus melintangensis Korth. ex Blume
Canarium acutum Engl.
Canarium bennettii Engl.
Canarium flavum Ridl.
Canarium giganteum Engl.
Canarium glaucum Blume
Canarium pruinosum Engl.
Canarium pseudocommune Hochr.
Canarium purpurascens A.W.Benn.
Canarium rufum A.W.Benn.
Canarium secundum A.W.Benn.
Canarium serricuspe Miq.
Canarium serrulatum Miq.
Canarium tomentosum Blume
ຊື່ອື່ນ
ຊື່ໄທ: ໝາກກອກຂົນ, ສຽດມົດ, ກືລາມານີ,​ ເຫຼື່ອມເຂົາ, ສຽດມອດ.
ຊື່ຫຽດນາມ: Cây Trám nâu, Trám duyên hải.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 30 ມ, ມີຂົນອ່ອນນຸ້ມສັ້ັັັັນສີນ້ຳຕານແດງກະຈາຍຢູ່ທົ່ວກິ່ງອ່ອນ, ຫູໃບ, ແຜ່ນໃບດ້ານລຸ່ມ, ຊໍ່ດອກ, ກາບດອກ ແລະ ກີບດອກດ້ານນອກຢ່າງໜາແໜ້ນ. ຫູໃບຮູບກົມ, ມີຂະໜາດປະມານ 1.5 ຊມ, ຫຼົົ່ນງ່າຍ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກຮຽງສະຫຼັບ. ໃບຍ່ອຍມີ 2-5 ຄູ່, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 6-12 ຊມ, ໂຄນໃບຮູບຫຼິ້ມ, ຮູບມົນ ຫຼື ບ້ຽວ, ຂອບແສກແຂ້ວເລື່ອຍ, ປາຍຮຽວແຫຼມ ຫຼື ຕິ່ງແຫຼມ,​ ແຜ່ນໃບໜາຄ້າຍຄືໜັງ. ກ້ານໃບຮູບກົມ, ຍາວ 3-6 ມມ. ຊໍ່ດອກອອກຕາມປາຍຍອດ, ​ຍາວ 6-12 ຊມ. ດອກຍ່ອຍມີ 4-8 ດອກ, ກ້ານດອກສັ້ນ. ກາບດອກຮູບຮີ, ຍາວປະມານ 1 ຊມ, ສີຂຽວ. ກີບດອກຮູບຮີ, ຍາວ 8-9 ມມ. ເກສອນເພດຜູ້ຈັບເຖິງຖານຮອງດອກ. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ ແລະ ເຕົ້າໄຂ່ມີຂົນມົນຂົນຍາວສີນ້ຳຕານ. ໝາກຮູບຮີ ຫຼື ຮູບຂອບຂະໜານ, ຍາວ 4-6.5 ຊມ.

ບັນຍາຍການນຳໃຊ້

ສັບພະຄຸນ: ຮາກ ແລະ ຕົ້ນມີສັບພະຄຸນແກ້ຮ້ອນໃນ, ບຳລຸງກຳລັງ ແລະ ແກ້ໄຂ້.

ເປັນໄມ້ເນື້ອແຂງສາມາດນຳໃຊ້ເປັນໂຄງສ້າງເຮືອນຊານບ້ານຊ່ອງ, ສາມາດເຮັດເປັນເຄື່ອງເຮືອນ ແລະ ເຄື່ອງມືການກະເສດ.

ການປະກອບສ່ວນ