ເຄືອໝາກລ້ຳ / Liquorice root

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Abrus pulchellus Wall. ex Thwaites / FABACEAE
ຊື່ພ້ອງ
Abrus melanospermus Hassk.
Abrus pulchellus subsp. pulchellus
Abrus stictosperma Berhaut
Abrus stictospermus Berhaut
ຊື່ອື່ນ
ຊື່ໄທ: ໝາກກຣໍ່າ, ໝາກກຣໍ່າເຜືອກ, ໝາກກຣໍ່າຕາໜູ, ແປບຟາງ, ໝາກຂາມປ່າ, ໝາກຂາມຍ່ານ.
ຊື່ສາມັນ: Liquorice root
ຊື່ຈີນ: 錦鯉出租, 吉穀草
ບັນຍາຍລັກສະນະພືດສາດ

 ລຳຕົ້ນເປັນລຳເລືອ, ເລືອຕາມຕົ້ນໄມ້ໃຫຍ່. ໃບປະສົມຂັ້ນໜຶ່ງ, ອອກຮຽງສະຫຼັບ, ກ້ານໃບຍາວ 2-3 ຊມ. ໃບຍ່ອຍອອກກົງກັນຂ້າມ, ມີ 4-7 ຄູ່, ຮູບຂອບຂະໜານ, ກ້ວາງ 0.5-1 ຊມ, ຍາວ 3.2-4.5 ຊມ, ໂຄນໃບບ້ຽວ ຫຼື ມົນ, ຂອບລຽບ, ປາຍມົນ ຫຼື ຕິ່ງໜາມ, ຜິວໃບດ້ານລຸ່ມມີຂົນກະຈາຍຢ່າງໜາແໜ້ນ. ກ້ານໃບຍາວ 1-1.5 ມມ, ມີຂົນປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ຍາວ 4-9 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບກຽວ. ກີບດອກກີບກາງຮູບຮີ, ຍາວ 1.2-1.3 ຊມ, ປາຍວ້ຳຕື້ນ, ສີຂາວ, ກີບປີກ ແລະ ກີບຄູ່ລຸ່ມສັ້ນກ່ວາກີບປາກ. ເຕົ້າໄຂ່ ແລະ ຄໍເຕົ້າໄຂ່ມີຂົນອ່ອນນຸ້ມຈັບຢູ່ຢ່າງໜາແໜ້ນ. ໝາກຮູບຂອບຂະໜານ, ຍາວ 4-8 ຊມ ໝາກແກ່ສີນ້ຳຕານ, ໝາກແຫ້ງແລ້ວແຕກ. ແກ່ນມີ 4-12 ເມັດຕໍຝັກ, ຮູບຮີ, ແປເລັກນ້ອຍສີນ້ຳຕານ, ດຳ ຫຼື ສີແດງສົ້ມ.

ບັນຍາຍການນຳໃຊ້

ສັບພະຄຸນ: ຮາກ ເປັນຢາແກ້ຫືດ, ຫຼອດລົມອັກເສບ, ແກ້ໄອແຫ້ງ, ເຈັບຄໍ, ແກ້ ແລະ ຂັບເສມຫະ, ແກ້ອາການປວດທ້ອງ, ຮ້ອນໃນ, ຮັກສາອາການເຈັບທ້ອງ - ຈຸກສຽບ ແລະ ຂັບປັດສະວະ. ທັງຕົ້ນ: ແກ້ອາການຮ້ອນໃນ, ແກ້ພິດຮ້ອນ, ຖອນພິດໄຂ້, ຊ່ວຍຫຼຸດຄວາມດັນເລືອດ, ແກ້ອາການເຈັບກະເພາະ, ຮັກສາຕັບອັກເສບແບບຊຳເຮື້ອ, ຕັບແຂງ, ທ້ອງໃຄ່, ຊ່ວຍຂັບຄວາມຊຸ່ມ, ແກ້ອາການເຈັບຂໍ້, ເຈັບກະດູກເນື່ອງຈາກຊີ້ນເກາະຕິດ ແລະ ໃຊ້ເປັນຢາແກ້ພິດງູ. ໃບ: ເປັນຢາແກ້ອາການເຈັບຄໍ, ຫຼອດລົມອັກເສບ, ຊ່ວຍກະຕຸ້ນນ້ຳລາຍ, ເປັນຢາຖ່າຍ, ແກ້ອາການເຈັບຕາມເສັ້ນປະສາດ ແລະ ເຈັບບວມຕາມຂໍ້. ແກ່ນ: ຮັກສາຂີ້ກາກ-ຂີ້ເກື້ອນ, ຂ້າພະຍາດຜິວໜັງ, ຝີໜອງ ແລະ ອັກເສບ.

ການປະກອບສ່ວນ