ຜັກກູດຜັກຊີດຳ / Back Adiantum

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Adiantum stenochlamys Baker / PTERIDACEAE
ຊື່ພ້ອງ
ຊື່ອື່ນ
ຊື່ໄທ:ຜັກກູດຝັກຊີກ້ານດຳ.
ບັນຍາຍລັກສະນະພືດສາດ

ຜັກກູດຜັກຊີດຳລຳຕົ້ນເປັນລຳເຫງົ້າສັ້ນ, ຕັ້ງຂຶ້ນ. ເກັດສີນ້ຳຕານທອງ, ຮູບແຖບ, ຍາວ 7-8 ມມ. ໃບປະສົມຂັ້ນສອງ, ອອກເປັນກະຈຸກ, ຜິວກ້ຽງ, ຍາວ 5.5-20 ຊມ.  ກ້ານໃບກົມ, ຍາວປະມານ 25 ຊມ, ໂຄນກ້ານໃບມີເກັດ. ໃບຍ່ອຍອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບໃບວີ, ກ້ວາງ 0.5-1 ຊມ, ຍາວ 0.6-1.5 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອງເປັນຄື້ນ, ປາຍມົນ ຫຼື ເປັນຄື້ນ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວດ້ານລຸ່ມສີຂຽວອ່ອນ. ກຸ່ມຖົງສະປໍຈັບຢູ່ບໍໍລິເວນຂອບໃບສ່ວນປາຍຕໍ່ເນື່ອງກັນ, ຮູບແຖບ, ມີ 1-8 ກຸ່ມຖົງສະປໍ, ສີນ້ຳຕານ.

ບັນຍາຍການນຳໃຊ້

ສັບພະຄຸນ: ໃຊ້ເປັນຢາຮັກສາອາການໄອເນື່ອງຈາກຫອບຫືດ, ແກ້ອາການຈຸກແໜ້ນເອິກ, ຫຼຸດກົດໃນກະເພາະ, ຂັບປັດສະວະ, ແກ້ດີຊານ ແລະ ຮັກສາອາການໜິ້ວອຸດຕັນໃນໝາກໄຂ່ຫຼັງ.

ປູກເປັນພືດປະດັບ: ເນື່ອງຈາກຜັກກູດຜັກຊີດຳເປັນພືດທີ່ງາມ ແລະ ປູກງ່າຍຈຶ່ງຖືກນຳມາປູກປະດັບຕາມສວນສາທາລະນະ, ໜ້າບ້ານ ແລະ ຕາມຮ້ານອາຫານຕ່າງໆ.

ການປະກອບສ່ວນ