ໜໍ່ເພັກ / Peck Bamboo

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Vietnamosasa pusilla (A.Chev. & A.Camus) T.Q.Nguyen / Poaceae
ຊື່ພ້ອງ
Arundinaria pusilla A.Chev. & A.Camus
Chimonobambusa pusilla (A.Chev. & A.Camus) Nakai
Neomicrocalamus pusillus (A.Chev. & A.Camus) Demoly
ຊື່ອື່ນ
ຊື່ລາວ: ໜໍ່ໂຈດ.
ຊື່ໄທ: ຕົ້ນເພັກ, ຕົ້ນເພັດ
ຊື່ຫວຽດ: Việt sặt nhỏ; Sặt nhỏ; Sặt lùn
ບັນຍາຍລັກສະນະພືດສາດ

ໜໍ່ໄມ້ເພັກຈັດເປັນໄມ້ປ່ອງຂະໜາດນ້ອຍ, ມີເຫງົ້າແຕກແໜງ. ລຳຕົ້ນສູງ 50-150 ຊມ, ຂະໜາດເສັ້ນຜ່າສູນກາງ 1 ມມ, ມີປ້ອງ, ຂໍ້, ກິ່ງກ້ານຈຳນວນຫຼາຍ, ອອກຕາມຂໍ້, ບໍ່ມີໜາມ. ກາບຮູບສາມຫຼ່ຽມ, ຍາວ 3-5 ຊມ, ມີຂົນ. ໃບຮູບຫອກ ຫຼື ຮູບແຖບ, ຍາວ 8-14 ຊມ, ໂຄນໃບມົນ, ຂອບລຽບ ແຕ່ມີຂົນສາກຊາ, ປາຍແຫຼມ, ແຜ່ນໃບມີຂົນສັ້ນນຸ້ມທັງສອງດ້ານ. ຊໍ່ດອກແບບແຕກແໜ່ງ, ຕາມຕົ້ນທີ່ບໍ່ມີໃບ. ກາບຊໍ່ດອກມີ 7-9 ອັນ, ຮູບໄຂ່, ຍາວ 0.7-1 ຊມ, ຕິດທົນ. ດອກຍ່ອຍອອກເປັນກະຈຸກ, ຮູບແຖບ, ແປ, ຍາວ 3-4 ຊມ, ກາບດອກຮູບຮີ ຫຼື ຮູບໄຂ່, ຍາວ 0.8-1.4 ຊມ, ແຂງ. ກີບດອກມີ 3 ກີບ, ຂອບມີຂົນຂຸຍ. ເກສອນເພດຜູ້ມີ 6 ອັນ, ຖົງລະອອງຈັບປາຍ, ຮູບໝາກໄຂ່ຫຼັງ, ຍາວ 6-7 ມມ, ສີມ່ວງ. ໝາກແຫ້ງ, ບໍ່ມີຢາງ.

ບັນຍາຍການນຳໃຊ້

ໃຊ້ເປັນອາຫານ: ໜໍ່ອ່ອນໃຊ້ແກງ, ຊຸບ ຫຼື ຕົ້ມກິນກັບແຈ່ວ. ຄຸນຄ່າທາງໂພຊະນາການ: ໂປຣຕີນ 9,89%, ໄຂ່ມັນ 2,47% ແລະ ໄຍອາຫານ 26,51%. ນອກຈາກນີ້ແລ້ວຍັງເປັນອາຫານລ້ຽງສັດທັງງົວ, ຄວາຍ, ມ້າ ແລະ ແກະ. 

ສັບພະຄຸນ: ໃບ ແລະ ຮາກ ຊ່ວຍແກ້ໄຂ້, ຂັບປັດສະວະ, ແລະ ຮັກສາພະຍາດເບົາຫວານໄດ້.

ການປະກອບສ່ວນ