ເກືອເຖີນ / Wild Bo tree

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Diospyros glandulosa Lace / Ebenaceae
ຊື່ພ້ອງ
ຊື່ອື່ນ
ຊື່ໄທ: ຫຼັບປ່າ, ສະເຫຼີ່ມ, ລຳຍຶມ, ເລ່ໂຄ່ໝໍ່, ບະກ້ວຍທະນີປ່າ, ຕັບເຕົາ, ກ້ວຍທານີ, ລຳຊີຍິ້ນ, ຈັນປ່າ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນເກືອເຖີນຈັດເປັນໄມ້ຢືນຕົ້ນຂະໜາດປານກາງ. ລຳຕົ້ນສູງ 5-15 ມ, ລຳຕົ້ນພາກສ່ວນອ່ອນມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ສີນ້ຳຕານ, ເປືອກແຕກເປັນເກັດເລັກນ້ອຍ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 3-5.5 ຊມ, ຍາວ 8-12 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຂົນອ່ອນນຸ້ມປົກຄຸມ, ຜິວໃບດ້ານລຸ່ມສີຂຽວອ່ອນປົນສີນ້ຳຕານ, ມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ຊໍ່ດອກອອກຕາມງ່າມໃບ ຫຼື ປາຍຍອດ. ດອກແຍກເພດໃນຕົ້ນດຽວກັນ, ດອກເພດຜູ້ອອກແບບກະຈຸກສັ້ນ, ກ້ານດອກສັ້ນ. ກາບດອກມີ 4-5 ກີບ, ແຍກກັນອິດສະຫຼະ, ຍາວ 4-6 ມມ, ມີຂົນຂຸຍສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ຮູບໂຖ, ຍາວ 6-8 ມມ, ປາຍແຍກເປັນ 4 ແສກ, ທາງດ້ານໃນກີບມີຂົນ. ເກສອນເພດຜູ້ມີ 14-30 ອັນ, ກ້ານຊູເກສອນເພດຜູ້ເຂດກາງມີລັກສະນະຄ້າຍຄືໄໝ, ເປັນໝັນ. ດອກເພດແມ່ມີກ້ານດອກຍາວ 2-5 ມມ, ເຕົ້າໄຂ່ມີ 8 ຫ້ອງ, ແຕ່ລະຫ້ອງມີເມັດໄຂ່, ມີຂົນຟູປົກຄຸມຢ່າງໜາແໜ້ນ. ໝາກຮູບກົມ, ເສັ້ນຜ່າສູນກາງ 2.5-4 ມມ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງ ຫຼື ສີແດງ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ ແລະ ມີກາບດອກຕິດຈົນເປັນໝາກ.

ບັນຍາຍການນຳໃຊ້

ເປັນອາຫານ: ດອກອ່ອນ ນຳມາໜື້ງ ຫຼື ຕົ້ມກິນກັບແຈ່ວໄດ້ ແລະ ໝາກສຸກສາມາດກິນເປັນໝາກໄມ້ໄດ້.

ສັບພະຄຸນ: ໃບໃຊ້ຕົ້ມກັບນ້ຳດື່ມຫຼຸດອາການຫຼອດເລືອດແຂງຕົວ.

ສິ່ງປຸກສ້າງ: ລຳຕົ້ນ ຫຼື ກິ່ງກ້ານມີເນື້ອໄມ້ແຂງສາມາດນຳມາປະກອບ ເປັນໂຄງສ້າງຂອງເຮືອນ ໄດ້, ນອກຈາກນີ້ແລ້ວຍັງສາມາດນຳມາປະດິດເປັນເຄື່ອງໃຊ້ໃນ ເຮືອນຕ່າງໆໄດ້ອິກດ້ວຍ.

ການປະກອບສ່ວນ