ເກືອເຖີນ / Wild Bo tree
APA 6th ed. ເກືອເຖີນ / Wild Bo tree. (2020, December 10). Retrieved from https://www.phakhaolao.la/kb/0000962
MLA 8th ed. ເກືອເຖີນ / Wild Bo tree. Pha Khao Lao, 10 December 2020, https://www.phakhaolao.la/kb/0000962.
Chicago 17th ed. Pha Khao Lao. 2020. "ເກືອເຖີນ / Wild Bo tree." Published December 10, 2020. https://www.phakhaolao.la/kb/0000962.
ຕົ້ນເກືອເຖີນຈັດເປັນໄມ້ຢືນຕົ້ນຂະໜາດປານກາງ. ລຳຕົ້ນສູງ 5-15 ມ, ລຳຕົ້ນພາກສ່ວນອ່ອນມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ສີນ້ຳຕານ, ເປືອກແຕກເປັນເກັດເລັກນ້ອຍ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 3-5.5 ຊມ, ຍາວ 8-12 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຂົນອ່ອນນຸ້ມປົກຄຸມ, ຜິວໃບດ້ານລຸ່ມສີຂຽວອ່ອນປົນສີນ້ຳຕານ, ມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ຊໍ່ດອກອອກຕາມງ່າມໃບ ຫຼື ປາຍຍອດ. ດອກແຍກເພດໃນຕົ້ນດຽວກັນ, ດອກເພດຜູ້ອອກແບບກະຈຸກສັ້ນ, ກ້ານດອກສັ້ນ. ກາບດອກມີ 4-5 ກີບ, ແຍກກັນອິດສະຫຼະ, ຍາວ 4-6 ມມ, ມີຂົນຂຸຍສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ຮູບໂຖ, ຍາວ 6-8 ມມ, ປາຍແຍກເປັນ 4 ແສກ, ທາງດ້ານໃນກີບມີຂົນ. ເກສອນເພດຜູ້ມີ 14-30 ອັນ, ກ້ານຊູເກສອນເພດຜູ້ເຂດກາງມີລັກສະນະຄ້າຍຄືໄໝ, ເປັນໝັນ. ດອກເພດແມ່ມີກ້ານດອກຍາວ 2-5 ມມ, ເຕົ້າໄຂ່ມີ 8 ຫ້ອງ, ແຕ່ລະຫ້ອງມີເມັດໄຂ່, ມີຂົນຟູປົກຄຸມຢ່າງໜາແໜ້ນ. ໝາກຮູບກົມ, ເສັ້ນຜ່າສູນກາງ 2.5-4 ມມ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງ ຫຼື ສີແດງ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ ແລະ ມີກາບດອກຕິດຈົນເປັນໝາກ.
ເປັນອາຫານ: ດອກອ່ອນ ນຳມາໜື້ງ ຫຼື ຕົ້ມກິນກັບແຈ່ວໄດ້ ແລະ ໝາກສຸກສາມາດກິນເປັນໝາກໄມ້ໄດ້.
ສັບພະຄຸນ: ໃບໃຊ້ຕົ້ມກັບນ້ຳດື່ມຫຼຸດອາການຫຼອດເລືອດແຂງຕົວ.
ສິ່ງປຸກສ້າງ: ລຳຕົ້ນ ຫຼື ກິ່ງກ້ານມີເນື້ອໄມ້ແຂງສາມາດນຳມາປະກອບ ເປັນໂຄງສ້າງຂອງເຮືອນ ໄດ້, ນອກຈາກນີ້ແລ້ວຍັງສາມາດນຳມາປະດິດເປັນເຄື່ອງໃຊ້ໃນ ເຮືອນຕ່າງໆໄດ້ອິກດ້ວຍ.