ເຫັດປວກໄກ່ດຳ / Chicken Black Termite Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Termitomyces eurrhizus (Berk.) R.Heim / Lyophyllaceae
ຊື່ພ້ອງ
Armillaria eurrhiza (Berk.) Sacc. [as 'eurhiza']
Collybia eurrhiza (Berk.) Höhn. [as 'eurhiza']
Mastoleucomyces eurhyzus (Berk.) Kuntze
Rajapa eurrhiza (Berk.) Singer [as 'eurhiza']
Termitomyces albiceps S.C. He
Termitomyces macrocarpus Z.F. Zhang & X.Y. Ruan
Termitomyces poonensis Sathe & S.D. Deshp.
Termitomyces quilonensis Sathe & J.T. Daniel
ຊື່ອື່ນ
Thai: ໂຄນປວກເນື້ອໄກ່
ບັນຍາຍລັກສະນະພືດສາດ

ດອກເຫັດກວ້າງ 30-85 ມີນລີແມັດ, ຮູບຈວຍຄ້ວມ ຫຼື ຮູບລະຄັງແລ້ວແຜ່ບານອອກ, ຈອມກົມນູນເປັນປາຍແຫຼມ, ຜິວລຽບ, ໜຽວເມື່ອປຽກຊຸ່ມ, ກາງຈອມເປັນສີນ້ຳຕານອົມສີເຫຼືອງ, ແລ້ວຂາວອອກໄປຫາຂອບ. ກີບບໍ່ຕິດກ້ານ, ກວ້າງ, ລຽນຖີ່ ແລະ ມີກີບສະລັບ, ສີຂາວ ຫຼື ສີຄຣີມອົມສີບົວ. ກ້ານ 40-100 x 5-30 ມີນລີແມັດ, ມີຂົນເປັນເກັດ ແລະ ຮ່ອງຍາວ, ວົງແຫວນບາງໆຕິດຢູ່ໃກ້ປາຍກ້ານ, ບໍ່ຕິດຖາວອນ ແລະ ມັກຫາຍໄປເມື່ອດອກບານ, ສີຂາວ. ຮາກທຽມສີດຳ, ຍາວ ປາຍສຸດເປັນແຜ່ນກົມໜາ, ຕິດກັບຮັງປວກ, ເນື້ອແໜ້ນ, ແຂງ, ສີຂາວ. ສະປໍ 6-8 x 3-8 ໄມໂຄຣແມັດ, ຮູບຮີ, ລຽບ, ເຈ້ຍໜັງບາງ, ສີນ້ຳຕານອ່ອນປົນສີບົວ.

ບັນຍາຍການນຳໃຊ້

ເປັນເຫັດມີລົດຊາດຫວານນິຍົມນຳມາປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ຂົ້ວ, ແກ້ງ, ຕໍ່າແຈ່ວ, ໜື້ງກັບແຈ່ວສົ້ມ ແລະ ປະສົມກັບອາຫານປະເພດຕ່າງໆ.

ການປະກອບສ່ວນ