ຕົ້ນຂາງຄັ່ງ

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dunbaria longiracemosa Craib / Fabaceae
ຊື່ພ້ອງ
ຊື່ອື່ນ
ຊື່ລາວ: ຫຍ້າຄັນຕຸ້ງ ແລະ ຂາງຄັ່ງ.
ຊື່ໄທ: ດອກຄັ່ງ, ເຖົາຄັ່ງ ແລະ ຂາງຄັ່ງ.
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ ຫຼື ໄມ້ຟຸ່ມເລືອ, ຍາວ 3-5 ມ, ມີເສັ້ນຜ່າສູນກ່າງ 2,83-7,47 ມມ, ສີຂຽວປົນສີນ້ຳຕານ, ມີຂົນອ່ອນນຸ້ມປົກຄຸມທົ່ວລຳຕົ້ນ, ຍາວປະມານ 1 ມມ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ຮູບຫອກ ຫຼື ຮູບຮີ, ກວ້າງ 2-2,53 ຊມ, ຍາວ 5,94-8,88 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສັ້ນກະຈາຍທົ່ວຜິວໃບຢ່າງໜາແໜ້ນ. ກ້ານໃບກົມ, ຍາວປະມານ 2 ມມ, ມີຂົນປົກຄຸມຢ່າງໜາແໜ້ນ. ມີຫູໃບແຫຼມ, ຍາວ 0,5-1 ມມ. ຊໍ່ດອກແບບກະຈະຕາມງ່າມໃບ, ຍາວ 6,43-14,29 ຊມ. ດອກຍ່ອຍມີ 6-35 ດອກ, ອອກຮຽງສະຫຼັບ, ຮູບຖົ່ວ, ດອກແຍກເພດ, ກາບດອກແຍກອອກເປັນ 5 ແສກ, ຮູບໄຂ່, ສີຂຽວອົມເຫຼືອງ ຫຼື ສີຂຽວອົມແດງ, ກີບດອກມີສີມ່ວງອົມແດງ. ດອກເພດຜູ້ມີເກສອນຜູ້ຈຳນວນຫຼາຍ. ດອກເພດແມ່ຈະແບບອອກເປັນສາມຊ່ອງ. ໝາກເປັນຝັກ, ຍາວ 4-5 ຊມ, ມີຂົນອ່ອນນຸ້ມປົກຄຸ່ມທົ່ວໝາກ, ໝາກແຫ້ງແລ້ວແຕກ. ແກ່ນມີຈຳນວນຫຼາຍ, ຮູບແກ່ນຖົ່ວ, ສີນ້ຳຕານ.

ບັນຍາຍການນຳໃຊ້

ເປັນອາຫານ: ດອກ ສາມາດນຳມາບໍລິໂພກໄດ້ໂດຍນຳມາເປັນຜັກລວມເຊັ່ນ: ຂົ້ວຜັກລວມມິດ, ໜຶ້ງ ແລະ ໃສ່ແກງແຄຕ່າງໆ. ໃບອ່ອນ ແລະ ຊໍ່ດອກຮັບປະທານເປັນຜັກສົດກິນກັບແຈ່ວ. ໝາກໃຊ້ຮັບປະທານໄດ້. ນອກຈາກນີ້ແລ້ວຍັງໃຊ້ເປັນແຫຼ່ງອາຫານຂອງສັດໃນທຳມະຊາດ.

ສັບພະຄຸນ: ຮາກ ຫຼື ໃບໃຊ້ມາປະສົມກັບໃບຂີ້ເຫຼັກນຳມາບົດໃຫ້ລະອຽດ ແລ້ວປັ້ນເປັນຢາກິນແກ້ໄຂ້.

ການປະກອບສ່ວນ