ໄຄ້ຂົມ / Mekong curry flower

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Sauropus thorelii Beille / Phyllanthaceae
ຊື່ພ້ອງ
ຊື່ອື່ນ
ຊື່ໄທ: ໄຄ້ຫອມ, ສະເລີ່ຍມໄຄ້, ສະເລີຍມຫອມ ແລະ ໄຄ້ຂົມ.
ບັນຍາຍລັກສະນະພືດສາດ

ຕົ້ນໄຄ້ຂົມຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 1.5 ມ, ກົມ, ເປືອກອ່ອນສີຂຽວ, ເປືອກແກ່ສີນ້ຳຕານ. ໃບປະສົມຂັ້ນໜຶ່ງ, ອອກຮຽງສະຫຼັບ. ໃບຍ່ອຍຮູບຫອກ, ອອກຮຽງສະຫຼັບ, ກ້ວາງ 2.7-8 ຊມ, ຍາວ 6.5-20 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກຕາມກິ່ງ, ຕົ້ນ, ງ່າມໃບ. ດອກແຍກເພດໃນຕົ້ນດຽວກັນ, ດອກຜູ້ບໍ່ມີກາບດອກ, ມີກີບດອກຮຽງກັນສອງຊັ້ນ, ຊັ້ນລະ 3 ກີບ, ຮູບໄຂ່, ສີສົມພູ, ເກສອນຜູ້ເຊື່ອມຕິດກັນເປັນຫຼອດ. ດອກແມ່ບໍ່ມີກາບດອກ, ມີກີບດອກ 2 ຊັ້ນຄືກັນ, ຊັ້ນລະ 3 ກີບ, ຮູບໄຂ່ ຫຼື ຮູບຫອກ, ສີຂຽວ. ເຕົ້າໄຂ່ຮູບກົມ, ສີຂຽວອົມຂາວ. ໝາກເປັນຮູບເຄິ່ງວົງມົນຄວໍ້າລົງ, ເປືອກແຂງ, ມີຜິວຄຸຄັງ. 

ບັນຍາຍການນຳໃຊ້

ເປັນອາຫານ: ໃບມີກິ່ນຫອມເປັນເຄື່ອງຄຽງ ຫຼື ເຄື່ອງປະສົມກັບລາບ, ນຳມາຕົ້ມເອົານ້ຳໃສ່ລາບ ຫຼື ມາກັບແຈ່ວ.

ສັບພະຄຸນທາງດ້ານການຢາ: ໃບຕົ້ົົົົມນ້ຳດື່ມ ຫຼື ຄ້ຽວສົດຮັກສາກພະຍາດພູມແພ້, ຫອບຫືດ, ຫວັດຊໍາເຮື້ອ ແລະ ໄຊນັດອັກເສບ. ດອກຮັກສາພະຍາດກະເພາະ, ຄວາມດັນສູງ, ເບົາຫວານ ແລະ ອາການອັກເສບຕ່າງໆ.

ການປະກອບສ່ວນ