ຜັກຮອງແຮງ / Egyptian riverhemp

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sesbania sesban (L.) Merr. / Fabaceae
ຊື່ພ້ອງ
Sesbania sesban (L.) Fawc. & Rendle
Aeschynomene sesban L.
Emerus sesban (L.) Kuntze
Sesban aegyptiaca Poiret
Sesbania aegyptiaca Poiret
Sesbania confaloniana (Chiov.) Chiov.
Sesbania pubescens sensu auct.
Sesban aegyptiacus Poir.
Sesbania aegyptiaca var. bicolor Wight & Arn.
Sesbania punctata DC.
ຊື່ອື່ນ
ຊື່ໄທ: ສະເປົາລົມ, ສະເທົາລົມ, ສະໝີ ແລະ ຜັກຮອງແຮງ.
ຊື່ສາມັນ: Egyptian riverhemp.
ບັນຍາຍລັກສະນະພືດສາດ

ຜັກຮອງແຮງຈັດເປັນໄມ້ຟຸ່ມ. ລຳຕົ້ົ້ົ້ົ້ົ້ົ້ົ້ົ້ົ້ົ້ົົົົົົນຕັ້ງຊື່, ມີການແຕກກິ່ງກ້ານສາຂາໄດ້ໜ້ອຍ, ສູງ 3-4 ມ, ມີຂົນແຂງກະຈາຍຢູ່ທົ່ວລຳຕົ້ນ, ສີຂາວ. ໃບປະສົມຂັ້ັັນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີປະມານ 12-18 ຄູ່, ຮູບຂອບຂະໜານ, ກ້ວາງ 0.2-0.3 ຊມ, ຍາວ 1-1.5 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ດ້ານເທິງສີຂຽວເຂັ້ມ, ດ້ານລຸ່ມສີຂຽວອ່ອນ, ຜິວໃບກ້ຽງທັງສອງດ້ານ. ຊໍ່ດອກແບບກະຈະ, ອອກຕາມປາຍຍອດ. ດອກຍ່ອຍມີ 2-6 ດອກ. ກາບດອກເຊື່ອມຕິດກັນຮູບຖ້ວຍ, ປາຍແແຍກອອກເປັນ 5 ແສກ, ສີຂຽວ. ກີບດອກມີ 5 ກີບແຍກກັນອິດສະຫຼະ ຄື: ກີບເທິງຮູບໄຂ່, ກ້ວາງ 1-2.5 ຊມ, ເປັນກີບທີ່ໃຫຍ່ກ່ວາໝູ່, ກີບຂ້າງ 1 ຄູ່, ຮູບຮີ ຫຼື ຮູບຫອກ, ກີບລຸ່ມ​ 1 ກີບ, ຮູບບ່ວງ, ສີເຫຼືອງ. ເກສອນຜູ້ມີປະມານ 10 ອັນ, ບໍ່ສະໝໍ່າສະເໝີ, ກ້ານຊູຖົງລະອອງຍາວ 1-2.6 ຊມ, ຖົງລະອອງຈັບຢູ່ປາຍ, ສີເຫຼືອງ. ເຕົ້າໄຂ່ຮູບແຖບ ຫຼື ຮູບຂອບຂະໜານ, ຮວງຮັບປາຍແຫຼມ. ໝາກດ່ຽວ, ເປັນຝັກ, ຍາວ 20-30 ຊມ, ກົມ, ໝາກອ່ອນເປັນສີຂຽວ, ໝາກແກ່ສີເທົາ ຫຼື ສີນ້ຳຕານ. ແກ່ມີຈຳນວນຫຼາຍ, ຮູບທໍ່ກົມ ຫຼື ຮູບແກ່ນຖົ່ວ, ແກ່ນອ່ອນເປັນສີຂຽວ, ແກ່ນແກ່ເປັນສີເທົາ.

ບັນຍາຍການນຳໃຊ້

ເປັນອາຫານ: ຍອດ, ໃບອ່ອນ ແລະ ດອກ: ໃສ່ແກງແຄ, ລວກກິນກັບແຈ່ວ. 

ສັບພະຄຸນທາງດ້ານການຢາ: ໃຊ້ເປັນຢາສະມຸນໄພອົບເພື່ອແກ້ລົມຊັກ, ໃຊ້ແຊ່, ອາບສຳລັບແມ່ຍິງຖືພາ ແລະ ເກີດລູກໃຫມ່ເພື່ອແກ້ຜື່ນຄັນ. ໃບ: ໃຊ້ເປັນຢາແກ້ໄຂ້, ແກ້ຫວັດ, ເຈັບຫົວໂຕຮ້ອນ, ຊ່ວຍຫຼຸດຄວາມເຢັນໃນຮ່າງກາຍ, ໃຊ້ເປັນຢາບັນເທົາພິດ, ໃຊ້ຕົ້ນ, ຝົນອາບເພື່ອຮັກສາຜື່ນຄັນ ແລະ ອາການແພ້.

ການປະກອບສ່ວນ