ຜັກບົວລະພາໃຫຍ່ / Tree basil

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Ocimum gratissimum L. / Lamiaceae
ຊື່ພ້ອງ
Ocimum gratissimum Forssk. [Illegitimate]
ຊື່ອື່ນ
ຊື່ລາວ: ຜັກຫອມຈັນ, ຜັກກະເພາະໃຫຍ່.
ຊື່ໄທ: ຜັກຍີ່ຣ່າ, ກະເພາະຫວານ, ຈັນທໍຫອມ, ຜັກເນີຍມ, ຈັນທໍຂີ້ໄກ່, ເນີຍມຕົ້ນ, ສະຫຼີ່ດີ, ຫຼ່າ, ຫອມປ້ອມ, ໂຫຼະພາຊ້າ ແລະ ກະເພາະຄວາຍ.
ຊື່ອາຟິກກາ: African basil, Kummel.
ຊື່ປະເທດບຼາຊິວ: Shrubby basil, Wild basil.
ຊື່ອັງກິດ: Kawawya, Caraway friut, Caraway seed, Kummel, Caraway
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກອາຍຸຫຼາຍປີ. ລຳຕົ້ນສູງປະມານ 50-80 ຊມ, ແຕກກິ່ງກ້ານຫຼາຍ, ພາກສ່ວນອ່ອນມີສີຂຽວ, ພາກສ່ວນແກ່ມີສີນ້ຳຕານອ່ອນ. ໃບດ່ຽວ ອອກກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນຕາມຂໍ້, ຮູບຮີ ຫຼື ຮູບໄຂ່, ໂຄນໃບຮູບຫຼິ້ມ, ຂອບໃບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນປົກຄຸມຜິວທັງສອງດ້ານ. ຊໍ່ດອກແບບກະຈະ, ອອກຕາມປາຍຍອດ, ຍາວ 10-16 ຊມ, ມີດອກຍ່ອຍປະມານ 50-100 ດອກ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກສີຂຽວ, ມີຂົນຂາວປົກຄຸມຢ່າງໜາແໜ້ນ. ກີບດອກມີ 2 ກີບ, ກີບເທິງຮູບໄຂ່ກວ້າງ, ກີບລຸ່ມຮູບບ່ວງ, ສີຂາວ. ເກສອນເພດຜູ້ມີ 4 ອັນ, ຖົງເມັດລະອອງສີຂາວ. ເຕົ້າໄຂ່ຮູບກົມ, ຮວງຮັບມີປາຍແຍກອອກເປັນສອງແສກຮູບອັກສອນທີ. ໝາກຮູບກົມ ຫຼື ຮູບຮີ, ມີຂະໜາດປະມານ 1 ມມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານອ່ອນ ຫຼື ເປັນສີດຳ. ແກ່ນມີຂະໜາດນ້ອຍຫຼາຍ, ສີດຳ.

ບັນຍາຍການນຳໃຊ້

ໃຊ້ເປັນອາຫານ: ໃບໃຊ້ເປັນເຄື່ອງເທດສຳລັບຂົ້ວ ຫຼື ແກງ, ເພີ່ມກິ່ນຫ້ອມ ແລະ ດັບກິ່ນຄາວ. ນອກນີ້ແລ້ວຍັງໃຊ້ຍອດ ຫຼື ໃບອ່ອນກິນກັບລາບ, ເຂົ້າປຸ້ນ ແລະ ອື່ນໆ. ແກ່ນ ແລະ ນ້ຳມັນສະກັດຖືກນຳມາເປັນເຄື່ອງເທດເພື່ອນຳມາແຕ່ງກິ່ນອາຫານ.

ສັບພະຄຸນທາງການຢາ: ຮາກ ແລະ ຕົ້ນ: ຊ່ວຍໃນການຂັບລົມໃນລຳໄສ້, ຊ່ວຍຍ່ອຍອາຫານ, ແກ້ອາການທ້ອງອືດເຟີ້ ແລະ ອາການປວດທ້ອງ. ໃບ: ຊ່ວຍຍັບຢັ້ງ ຫຼື ຊ່ວຍລົດການຂະຫຍາຍຕົວຂອງຈຸລັງມະເລັງໄດ້, ບຳລຸງທາດໃນຮ່າງກາຍ, ຊ່ວຍຂັບເຫື່ອທີ່ເປັນຂອງເສຍອອກຈາກຮ່າງກາຍ, ແກ້ອາການວຽນຫົວປວດຮາກ, ແກ້ອາການປວດທ້ອງເນື່ອງຈາກອາຫານບໍ່ຍ່ອຍ, ເຮັດໃຫ້ກ້າມເນື້ອມົດລູກມາຍໂຕ ແລະ ແກ້ອາການເຈັບທ້ອງປະຈຳເດືອນຂອງຜູ້ຍິງ. ໝາກ: ສາມາດຂ້າເຊື້ອແບັກທິເຣຍ. ນອກນີ້ແລ້ວນ້ຳມັນສະກັນຈາກຜັກບົວລະພາຍັງຊ່ວຍລົດອາການຫົດ ຫຼື ບິດຕົວຂອງລຳໄສ້.

ນ້ຳມັນຫອມລະເຫີຍ: ຕົ້ນບົວລະພາຖືກນຳມາສະກັດເປັນນ້ຳມັນຫອມລະເຫີຍເພື່ອໄລ່ຍຸງ ຫຼື ນຳມາຄັ້ນເສັ້ນໄດ້.

ສິນຄ້າ: ໃບ ຫຼື ຍອດອ່ອນຖືກນຳມາວາງຂາຍເປັນສິນຄ້າຢູ່ຕາມທ້ອງຕະຫຼາດ. ນອກນນີ້ແລ້ງຍັງຖືກນຳມາສະກັດເປັນຜະລິດຕະພັນເພື່ອເປັນສິນຄ້າຂາຍ.

ການປະກອບສ່ວນ