ຖົ່ວສ້ຽນປ່າ / Tropical Kudzu

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Pueraria phaseoloides (Roxb.) Benth. / Fabaceae
ຊື່ພ້ອງ
Dolichos phaseoloides Roxb.
ຊື່ອື່ນ
ຊື່ໄທ: ຜັກຜີດ, ຜັກແພດ, ມືແພດ, ກະຕັ້ງລົ້ວ, ປຽດ ແລະ ພຽດ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເລືອເກາະຕາມຕົ້ນໄມ້, ມີຂົນກະຈາຍຢູ່ທົ່ວລຳຕົ້ົນຢ່າງໜາແໜ້ນ, ລຳຕົ້ົົົົນຮູບກົມ, ມີເສັ້ນຜ່າສູນກາງ 2.5-3.8 ມມ, ມີລຳຕົ້ນໃຕ້ດິນ ຫຼື ຮາກສະສົມອາຫານ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ໃບທີ່ຢູ່ປາຍສຸດຮູບຮີ, ໂຄນໃບມີລັກສະນະເປັນງ່ຽງຍື່ນອອກມາທັງສອງຂ້າງ, ກ້ວາງ 3.8-6.3 ຊມ, ຍາວ 8.5-10.4 ຊມ, ໃບຍ່ອຍທີ່ຢູ່ດ້ານຂ້າງຮູບໄຂ່, ໂຄນໃບມີລັກສະນະຄ້າຍງ່ຽງຍື່ນອອກມາດ້ານດຽວ, ກ້ວາງ 4.7-6.5 ຊມ, ຍາວ 6.9-8.9 ຊມ, ໂຄນໃບຍ່ອຍບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບມີຂົນປົກຄຸ່ມຢ່າງໜາແໜ້ນ. ມີຫູໃບ, ກ້ວາງ​ປະມານ 4 ມມ, ຍາວປະມານ 5 ມມ, ສີຂຽວມີຂົນປົກຄຸ່ມຢ່າງໜາແໜ້ນ. ກ້ານໃບລວມຮູບກົມ, ຍາວ 3-5 ຊມ, ສີຂຽວ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 10-40 ຊມ, ມີຂົນ. ດອກຍ່ອຍມີຈຳນວນຫຼາຍ, ມີໃບປະດັບດອກທີ່ຫຼົ່ນງ່າຍ. ກາບດອກໂຄນເຊື່ອມຕິດກັນປາຍແຍກອອກເປັນ 4 ແສກ, ສີຂຽວ, ມີຂົນສີຂາວສັ້ນ. ກີບດອກແຍກອອກຈາກກັນ, ກີບປາກມີຂະໜາດໃຫຍ່ກ່ວາໝູ່, ຮູບໄຂ່ກ້ວາງ, ກ້ວາງ 2-4 ຊມ, ຍາວ 4-5 ຊມ, ກີບຂ້າງຮູບຮີ, ກ້ວາງ 0.4-0.6 ຊມ, ມີຂາວອົມມ່ວງ ຫຼື ສີບົວອົມມ່ວງ. ເກສອນເພດຜູ້ມີ 10 ອັນ, ເຊື່ອມຕິດກັນເປັນສອງກຸ່ມ. ເຕົ້ົາໄຂ່ຮູບແຖບ, ມີຂົນຂາວປົກຄຸ່ມຢ່າງໝາແໜ້ນ. ໝາກເປັນຝັກ, ຮູບແຖບ ຫຼື ຮູບຂອບຂະໜານແຄບ, ປາຍງໍ, ໝາກແຫ້ງແລ້ວແຕກ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຈຳນວນຫຼາຍ, ກົມ, ຮູບແກ່ນຖົ່ວ, ຂະໜາດ 3-4 ມມ, ສີນ້ຳຕານເຂັ້ມ.

ບັນຍາຍການນຳໃຊ້

ພືດເສັ້ນໄຍ: ໃຊ້ເປືອກຕົ້ນຖົ່ວ ແລະ ເຄືອສົດມາເປັນເຊືອກ ຫຼື ນຳມາມັດສິ່ງຂອງ, ນອກນັ້ນແລ້ວຍັງນຳເປືອກຕົ້ນມາສີກເປັນເສັ້ນໆ ແລ້ວນຳມາສານສະຫວີງ.

ເປັນອາຫານ: ໝາກອ່ອນ ແລະ ໃບອ່ອນໃຊ້ໃສ່ແກງເຫັດ, ແກງແຄ, ໃບເປັນອາຫານສັດ. ໝາກອ່ອນນຳມາຕົ້ມກັບແຈ່ວ ແລະ ໝາກແກ່ໜຶ້ງກິນເປັນອາຫານວ່າງ. ແກ່ນນຳມາຕົ້ມເປັນນ້ຳຫວານ ຫຼື ເຂົ້າໜົມ.

ເປັນຢາ: ຮາກ ແລະ ໃບຕາກໃຫ້ແຫ້ງແລ້ວບົດໃຫ້ລະອຽດປະສົມກັບໃບຫວ້ານສົນແກ້ໄຂ້.

ເປັນສິນຄ້າ: ແກ່ນນຳມາເຮັດເຂົ້າໜົມ ຫຼື ນ້ຳຫວານຂາຍຕາມທ້ອງຕະຫຼາດ.

ການປະກອບສ່ວນ