ຜັກຂີ້ຫູດ / Rat-Tailed Radish

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Raphanus caudatus L. / Brassicaceae
ຊື່ພ້ອງ
Raphanus raphanistrum subsp. caudatus (L.) Thell.
Raphanus sativus var. caudatus (L.) Hook. f. & T. Anderson
Raphanus sativus var. mougri Helm
ຊື່ອື່ນ
ຊື່ລາວ: ຜັກເພິກ, ໝາກປົມ, ໝາກໂປມ ແລະ ໝາກປູມ
ຊື່ໄທ: ຜັກເປິກ
ຊື່ສາມັນ: Rat-tail radish, Serpent radish, Tail-pod radish
ບັນຍາຍລັກສະນະພືດສາດ

ເປັນໄມ້ລົ້ມລຸກອາຍຸປີດຽວ ຫຼື 2 ປີ. ລຳຕົ້ນຕັ້ງຊື່, ສູງ 0.5-1 ມ, ມີການແຕກກິ່ງກ້ານເປັນຈຳນວນຫຼາຍ, ລຳຕົ້ນກົມຮູບຊົງກະບອກ, ມີຊ່ອງຫວ່າງພາຍໃນລຳຕົ້ນ, ມີຂົນແຂງປົກຄຸມເລັກນ້ອຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບບ່ວງ, ກ້ວາງ 4-8 ຊມ, ຍາວ 10-30 ຊມ, ໃບອວບນ້ຳ, ໂຄນໃບຮູບຫົວໃຈ, ຂອບໃບແສກແຂ້ວ, ປາຍໃບມົນ ຫຼື ແຫຼມ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນເລັກນ້ອຍ. ກ້ານໃບຍາວປະມານ 3-4 ຊມ, ຮູບກົມ ຫຼື ຮູບອັກສອນຢູ. ຊໍ່ດອກດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 10-50 ຊມ, ມີດອກຍ່ອຍຈຳນວນຫຼາຍ. ດອກຍ່ອຍເປັນດອກສົມບູນເພດ. ກາບດອກມີ 4 ອັນແຍກກັນອິດສະຫຼະ, ຮູບແຖບ, ສີຂຽວ. ກີບດອກມີ 4 ກີບແຍກກັນອິດສະຫຼະ, ຮູບບ່ວງ ຫຼື ຮູບກຽວ, ຂອບເປັນຄື້ນ, ປາຍຕັດ, ສີຂາວ, ສົມພູ ຫຼື ສີມ່ວງ. ເກສອນເພດຜູ້ມີ 4 ຄູ່, 2 ຄູ່ສັ້ນບໍ່ສົມບູນ, 2 ຄູ່ຍາວ, ຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບໄຂ່, ຄໍເຕົ້າໄຂ່ຍາວ 2-3 ມມ, ປາຍຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກຄ້າຍໝາກຖົ່ວ, ກວ້າງປະມານ 0,5-2 ຊມ, ຍາວ 5-15 ຊມ, ມີລັກສະນະເປັນຂໍ້ໆ, ປາຍແຫຼມ, ຜິວດ້ານໃນຂອງໝາກຈະອ່ອນນຸ້ມຄ້າຍຟອງນ້ຳ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ເປັນສີນ້ຳເຫຼືອງອ່ອນ ຫຼື ສີນ້ຳຕານ. ແກ່ນມີຈຳນວນ 2-10 ເມັດ, ຮູບກົມ ຫຼື ເກືອບກົມ, ມີເສັ້ນຜ່າສູນກາງ 3-5 ມມ, ສີເຫຼືອງອ່ອນ.

ບັນຍາຍການນຳໃຊ້
 Fallywalker Farm
ດອກ ແລະ ໝາກຜັກຂີ້ຫູດສາມາດເຮັດເປັນອາຫານໄດ້ຫຼາກຫຼາຍແບບ © Fallywalker Farm

ໃຊ້ເປັນອາຫານເຊັ່ນ: ໝາກ ກິນສົດ ຫຼື ໜຶ້ງໃຫ້ສຸກກິນກັບແຈ່ວ, ໃຊ້ແກງແຄ, ໝາກແລະໃບ ຊ່ວຍເຮັດໃຫ້ຈະເລີນອາຫານ. ດອກ ແລະ ໃບ ສາມາດກິນເປັນຜັກສົດ ຫຼື ຕົ້ມກັບແຈ່ວ ຫຼື ຊຸບກໍໄດ້ຄືກັນ.

ໃຊ້ເປັນສິນຄ້າ: ປະຊາຊົນມັກປູກເປັນສິນຄ້າຂາຍຕາມຕະຫຼາດທ້ອງຖິ່ນ.

ໃຊ້ເປັນຢາ: ໃບ ແລະ ໝາກ ໃຊ້ແກ້ຫວັດ, ແກ້ອາການທ້ອງອືດທ້ອງເຟື້ ອາຫານບໍ່ຍ່ອຍ ແລະ ຊ່ວຍລະລາຍນິ້ວ. ດອກ ຊ່ວຍຂັບນ້ຳດີ.

ການປະກອບສ່ວນ