ຂິງກະຕາຍ / Yellow flower Ginger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Zingiber junceum Gagnep. / Zingiberaceae
ຊື່ພ້ອງ
ຊື່ອື່ນ
Thai: ขิงกระต่าย
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

 

ເປັນພືດລົ້ມລຸກອາຍຸຫຼາຍປີ, ມີເຫງົ້າໃຕ້ດິນ, ລຳຕົ້ນສູງ 0.7-1.8 ແມັດ. ໃບ 20-27 ໃບຕໍ່ຕົ້ນ, ແຜ່ນໃບຮູບແຖບ, ຂະໜາດ 12-18 x 1-1.5 ຊັງຕິແມັດ, ປາຍໃບແຫຼມ, ກົກໃບມົນ, ຂອບໃບລຽບ. ກ້ານໃບສັ້ນໆ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນ, ຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ຊໍ່ຮູບໄຂ່ກັບ ຫຼື ຮູບຂອບຂະໜານ, ຂະໜາດ 1o-15 x 2-3 ຊັງຕິແມັດ, ກ້ຽງ ຫຼື ເປັນແປ້ງຝຸ່ນສີຂາວ. ກ້ານຊໍ່ດອກຕັ້ງຊື່ ຍາວ 10-30 ຊັງຕິແມັດ. ໃບປະດັບຮູບໄຂ່ ຫຼື ຮູບຂອບຂະໜານ,ຍາວ 3.5 ຊັງຕິແມັດ, ກ້ຽງ, ສີຂຽວ ເມື່ອເປັນໜາກຈະປ່ຽນເປັນສີແດງ. ໃບປະດັບຍ່ອຍ ຮູບຂອບຂະໜານ ຍາວ 3.8-4 ຊັງຕິແມັດ. ດອກສີເຫຼືອງສົດໃສ. ກາບດອກເປັນຫຼອດ ຍາວ 1 ຊັງຕິແມັດ, ປາຍເປັນແສກເລີກດ້ານໜື່ງ.  ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວ 3 ຊັງຕິແມັດ, ປາຍແຍກເປັນ 3 ແສກ, ຮູບຮີ ຫຼື ຮູບໃບຫອກ, ຍາວ 2.3-3 ຊັງຕິແມັດ. ກີບປາກ ຮູບຂອບຂະໜານກ້ວາງ ຫຼື ຮູບມົນກົມ, ຂະໜາດ 1.3-1.6 x 1.6-2 ຊັງຕິແມັດ, ປາຍວ້ຳຕື້ນ ຫຼື ສອງແສກ, ກີບຄູ່ຂ້າງ ຮູບໄຂ່. ເກສອນຜູ້ມີຕີ່ງຍາວ 1.3-1.5 ຊັງຕິແມັດ. ເຕົ້າໄຂ່ຍາວ 6 ຊັງຕິແມັດ. ໝາກຮູບຮີ, ເມື່ອແຫ້ງແລ້ວແຕກ.

ບັນຍາຍການນຳໃຊ້

ເປັນພືດທີ່ເກັບກູ້ຂາຍອອກສົ່ງອອກຕ່າງປະເທດ ໂດຍສະເພາະແມ່ນໄທ ເພື່ອປູກເປັນພືດປະດັບ. ໜໍ່ອ່ອນ ແລະ ຊໍ່ດອກອ່ອນສາມາດໃຊ້ເປັນອາຫານລວກເປັນຜັກກັບແຈ່ວ ແລະ ແກງໃສ່ປາແຫ້ງ.

ການປະກອບສ່ວນ