ໝາກແໜ່ງດົງ / Pineapple Cardamom

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Amomum petaloideum (S. Q. Tong) T. L. Wu
ຊື່ພ້ອງ
Paramomum petaloideum S. Q. Tong
ຊື່ອື່ນ
Chinese: 宽丝豆蔻 kuan si dou kou
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ກາບຫຸ້ມລຳສີດຳຢູ່ໃກ້ໂຄນ. ໃບຮູບຮີ-ຮູບຂອບຂະໜານ, ກ້ຽງທັ້ງສອງດ້ານ. ຊໍ່ດອກຕັ້ງຊື່. ໃບປະດັບຮູບໄຂ່, ມີຂົນອ່ອນນຸ້ມ. ດອກສີຂາວ, ກາບດອກມີຂົນດ້ານນອກ. ກີບປາກສີເຫຼືອງດ້ານໃນ. ໝາກກົມເປັນປີກນ້ອຍໆ, ໝາກອ່ອນເປັນສີບົວ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີ່ເກີດໃນເຂດພູຕໍ່າ ທີ່ເປັນປ່າດົງດິບ, ປ່າເຂົາຕີນພູເຂົາຫິນປູນ, ທີ່ເປັນເຈີຍຊັນເລັກນ້ອຍ ທີ່ມີລັກສະນະດິນເປັນດິນຊາຍປົນດິນໜຽວ ປົນຫີນ ບ່ອນທີ່ລະບາຍນ້ຳໄດ້ດີ, ເກິດຢູ່ໃນລະດັບໜ້າທະເລປະມານ 447-452 ແມັດ, ເປັນພືດທີ່ເກິດຢູ່ບ່ອນຮົ່ມເລັກນ້ອຍ, ໃນປະເທດລາວເຮົາແມ່ນມີລາຍງານພົບຢູ່ສະເພາະໃນແຂວງຫຼວງນ້ຳທາເທົ່ານັ້ນ ຄືພົບຢູ່ບ້ານຊຽງກົກ. 

ສະພາບການອະນຸລັກ: ເປັນໝາກແໜ່ງອິກຊະນິດໜື່ງທີ່ມີຄວາມໜ້າເປັນຫ່ວງຕໍ່ການສູນພັນ ເພາະວ່າເປັນພືດທີ່ການເກີດໃກ້ກັບພືດທີ່ກະສິກຳ ໂດຍສະເພາະແມ່ນ ເກິດຢູ່ຕາມແຄມສວນຢາງພາລາ ແລະ ສວນກ້ວຍ ອັນເປັນເຫດເຮັດໃຫ້ປະຊາກອນໃນທຳມະຊາດຂອງພວກມັນຫຼຸດລົງຍ້ອນການຖ່າງປ່າ ແລະ ສຳປະທານທີ່ດິນເພື່ອການກະສິກຳ, ຖ້າບໍ່ມີການປູກເພື່ອຮັກສາແນວພັນອາດເປັນພືດທີ່ສູນພັນແນ່ນອນ. 

ບັນຍາຍການນຳໃຊ້

ການນຳໃຊ້:ໝາກສຸກສາມາດກີນໄດ້ເປັນອາຫານ ຄົນ ແລະ ສັດປ່າສາມາດກີນໄດ້ເຊັ່ນດຽວກັນ, ໝາກແກ່ ຫຼື ສຸກດີຈະຖືກນຳໃຊ້ເປັນຢາໃດ້ການນຳເອົາມາຕົ້ມນ້ຳດື່ມເພື່ອບຳລູງຮ່າງກາຍ.

ການປະກອບສ່ວນ