ໝາກແໜ່ງຕາຄວາຍ / Eye Buffalo Cardamom
APA 6th ed. ໝາກແໜ່ງຕາຄວາຍ / Eye Buffalo Cardamom. (2020, May 29). Retrieved from https://www.phakhaolao.la/kb/0000855
MLA 8th ed. ໝາກແໜ່ງຕາຄວາຍ / Eye Buffalo Cardamom. Pha Khao Lao, 29 May 2020, https://www.phakhaolao.la/kb/0000855.
Chicago 17th ed. Pha Khao Lao. 2020. "ໝາກແໜ່ງຕາຄວາຍ / Eye Buffalo Cardamom." Published May 29, 2020. https://www.phakhaolao.la/kb/0000855.
Amomum koenigii J.F.Gmel.
Cardamomum corynostachyum (Wall.) Kuntze
Cardamomum koenigii (J.F.Gmel.) Kuntze
Meistera amomum Raeusch.
Zingiber corynostachyum (Wall.) Steud.
ເກີດເປັນສຸ່ມ, ລຳຕົ້ນສູງປະມານ 2-3 ແມັດ. ໃບຮູບຫອກ, ກ້ຽງທັ້ງສອງດ້ານ. ຊໍ່ດອກຕັ້ງຊື່, ໃບປະດັບສີຂຽວອົມສີນ້ຳຕານ. ດອກສີຂາວ, ກີບປາກສີເຫຼືອງ, ມີຈຸດສີນ້ຳຕານກະຈາຍໄປຫາໂຄນກິບປາກ. ໝາກກົມກ້ຽງ, ສີແດງອົມສີນ້ຳຕານ.
ນິເວດວິທະຍາ ແລະ ການກະຈາຍພັນ: ໝາກແໜ່ງຊະນິດນີ້ມີການກະຈາຍພັນຢູ່ເຂດປ່າທີ່ເປັນພູເຂົາຊັນເລັກນ້ອຍ, ເປັນປ່າດົງດິບ ແລະ ປ່າປະສົມປ່ຽນໃບ, ຫຼື ປ່າເປີດແປ້ນ, ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລປະມານ 481-1271 ແມັດ. ພົບຢູ່ທັງພາກໃຕ້ ແລະ ພາກເໜືອຂອງປະເທດເຮົາເຊັ່ນ ບໍລິຄຳໄຊ ພົບຢູ່ບ້ານນາເຮືອງ, ຈຳປາສັກພົບຢູ່ບ້ານກົງຕາຢູນ, ຫົວພັນພົບຢູ່ເມືອງຮ່ຽມ ບ້ານຮ່ອມທົ່ງ ແລະ ບ້ານສາໂກກ, ບ້ານສົບລັບ, ຄຳມ່ວນພົບຢູ່ບ້ານວັງເລ, ແຂວງຫຼວງນ້ຳທາພົບຢູ່ຕາມຊາຍແດງລະຫວ່າງເມືອງສີງ ແລະ ເມື່ອງຫຼວງນ້ຳທາ, ອຸດົມໄຊພົບຢູ່ບ້ານຫຼັກ32, ຜົ້ງສາລີພົບຢູ່ບ້ານ ປ່າຄ່າ ແລະ ສາຍພູຖະແລງ, ແຂວງວຽງຈັນພົບຢູ່ບ້ານເພ້ຍລາດ ແລະ ບ້ານໂຄກເຂົ້າໂດ, ສ່ວນແຂວງຊຽງຂວາງພົບຢູ່ຕາດພັບ.
ສະພາບການອະນຸລັກ: ເປັນພືດທີບໍ່ໜ້າເປັນຫ່ວງປານໃດເພາະວ່າເປັນພືດທີ່ມີເຂດກະຈາຍພັນກວ້າງຂວາງພໍສົມຄວນສາມາດເກິດຢູ່ໄດ້ເກືອບທຸກສະພາບປ່າໄມ້, ເກິດຢູ່ໃດຫຼາຍບ່ອນຈື່ງບໍ່ມີຄວາມສ່ຽງຕໍ່ການສູນພັນພໍປານໃດ.
ການນຳໃຊ້: ໝາກແໜ່ງຊະນິດສາມາດກີນໄດ້ເມື່ອສຸກແລ້ວຈະມີລົດຊາດສົ້ມຫວານ, ເປັນອາຫານຂອງສັດຫຼາຍຊະນິດ, ຄົນເຮົາກໍ່ສາມາດກິດໄດ້ເຊັ່ນດຽວກັນ, ເປັນພືດທີມີການນຳເອົາມາໃຊ້ໃນງານບູນປະເພນີຕ່າງໆເຊັ່ນໃນຜາເຂົ້າຖວາຍພຣະໃນບູນຫໍ່ເຂົ້າຕ່າງໆໃນຊ່ວງເຂົ້າພັນສາ.