ໝາກແໜ່ງໜູ / Red Rat Cardamom

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Wurfbainia schmidtii (K.Schum.) Škorničk. & A.D.Poulsen
ຊື່ພ້ອງ
Elettariopsis schmidtii K.Schum.
Cyphostigma schmidtii (K.Schum.) K.Schum.
Amomum schmidtii (K.Schum.) Gagnep.
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເກິດເປັນເຫງົ້າເລືອຕາມພື້ນດິນ, ເຫງົ້າໜາປະມານ 5 ມມ, ສີເຫຼືອງປົນສີນ້ຳຕານ. ໄລຍະຫ່າງລະຫວ່າງຕົ້ນປະມານ 40-70 ຊມ, ກາບຫຸ້ມເປັນຫຼອດ ຍາວ 1-3 ຊມ, ສີນ້ຳຕານ, ກ້ຽງ, ເປັນແຜ່ນບາງ, ເປັນລາຍ, ດ້ານນອກມີຂົນ, ດ້ານໃນກ້ຽງ, ປາຍແຫຼມ, ຂອບມີຂົນຝອຍ. ລຳຕົ້ນ ສູງປະມານ 1 ມ, 5-10 ໃບຕໍ່ຕົ້ນ, ໃບນ້ອຍໄປຫາປາຍ, ລຳຕົ້ນໜາບໍລິເວນໂຄນ ປະມານ 1 ຊມ, ສີແດງປົນສີນ້ຳຕານ,  ດ້ານນອກມີຂົນອ່ອນນຸ່ມ, ເປັນລາຍ, ລີ້ນໃບຮູບໄຂ່ ຍາວ 2-5 ມມ, ສີຂຽວ, ດ້ານນອກມີຂົນ, ປາຍແຫຼມ, ຂອບມີຂົນຝອຍ. ກ້ານໃບເປັນຮ່ອງກາງເຄີ່ງ ຂະໜາດປະມານ 1-2.5 x 0.3 ຊມ, ສີຂຽວ, ເປັນລາຍ, ມີຂົນ. ແຜ່ນໃບຮູບຮີ ຫຼື ຮູບໃບຫອກກັບ-ຂອບຂະໜານ, ຂະໜາດ 15-40 x 1.5-10 ຊມ, ໂຄນໃບຮູບຫຼີ້ມ,  ປາຍໃບຮຽວແຫຼມຍາວປະມານ 4 ຊມ, ຂອບມີຂົນ, ດ້ານເທີງກ້ຽງ, ດ້ານລຸ່ມມີຂົນ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນຂະແໜງໃບເສັ້ນຊັດເຈນທັງສອງດ້ານ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນທີ່ຍາວປະມານ 50 ຊມ ທີ່ຫ່າງຈາກເຫງົ້າ, ສ່ວນພວງດອກຮູບຮີ, ຂະໜາດ 3 x 2 ຊມ, ມີດອກບານພ້ອມກັນ 2 ດອກ, ໂດຍຊໍ່ໜື່ງມີປະມານ 4-6 ດອກ, ກ້ານຊໍ່ດອກຂະໜາດ 1-3 x 0.2-0.4 ຊມ,  ກ້ຽງບໍລິເວນໂຄນ, ມີຂົນສ່ວນເທີງ, ກາບຫຸ້ມເປັນຫຼອດຕິດຢູ່ໃກ້ກັບໂຄນ, ຮູບໄຂ່ ເຖີງຮູບເຮືອ ຂະໜາດ 2-2.5 x 0.3-1 ຊມ, ສີນ້ຳຕານອ່ອນ, ຊາກຊາ, ເປັນລາຍ, ດ້ານນອກກ້ຽງ ຫຼື ມີຂົນບາງບ່ອນ, ປາຍແຫຼມມີເດືອຍສັ້ນ. ໃບປະດັບຮູບເຮືອເຖີງຮູບໃບຫອກ ຂະໜາດ 2-2.5 x 1-1.5 ຊມ, ສີບົວ, ສີນ້ຳຕານຈາງ, ເປັນແຜ່ນບາງໆ, ປາຍແຫຼມ, ດ້ານນອກມີຂົນນຸ່ມ, ຫຼອດຍາວ, 1-1.2 ຊມ, ແສກປາຍຍາວ 0.5-1 ຊມ. ກາບດອກເປັນຫຼອດມີ 3 ແສກປາຍ, ຂະໜາດ 5-5.6 x 0.2-0.4 ຊມ, ສີຂາວ ແລະ ສີນໍ້າຕານຈ່າງ, ເປັນແຜ່ນບາງໆ, ດ້ານນອກມີຂົນ, ແສກຍາວ 0.5-0.6 ຊມ. ກີບດອກສີຂາວ, ຍາວປະມານ 8-8.5 ຊມ, ຫຼອດດອກຍາວ 6-6.5 ຊມ, ຊາກຊາ, ກ້ຽງທີ່ໂຄນ, ມີຂົນທີ່ສ່ວນເທີງ, ກີບດອກຂ້າງຂະໜາດ 2 x 0.7-0.8 ຊມ, ເປັນແຜ່ນບາງໆ, ປາຍໂຄ້ງມົນ, ກ້ຽງ, ກີບເທີງຂະໜາດ 2 x 0.8-1 ຊມ, ເປັນແຜ່ນບາງໆ, ປາຍໂຄ້ງມົນ, ມີຂົນບໍລິເວນໂຄນ. ກີບປາກຂະໜາດ 3.5-4 x 2.7-3 ຊມ, ສີຂາວປົນສີເຫຼືອງກາງເຄີ່ງ ແລະ ມີຈຸດສີແດງຢູ່ບໍລິເວນໂຄນ, ກ້ຽງ, ດ້ານເທີງເປັນເງົາລາຍ, ດ້ານລຸ່ມມີຂົນທີ່ບໍລິເວນກົກ, ປາຍວ້ຳ, ເປັນແຜ່ນບາງໆ, ຂອບເປັນຄື້ນ. ເກສອນເພດຜູ້ທີ່ເປັນໜັນບໍ່ມີ. ເກສອນຜູ້ ແປ, ຂະໜາດ 5 x 3 ມມ, ສີຂາວ, ດ້ານລຸ່ມມີຂົນ, ດ້ານເທີມີຂົນ, ຖົງເມັດລະອອງ ຮູບຂອບຂະໜານ, ຂະໜາດ 5 x 3 ຊມ, ສີຂາວ, ດ້ານລຸ່ມກ້ຽງ, ດ້ານເທີງມີຂົນ, ເດືອຍຖົງລະອອງເປັນສາມແສກ, ແສກຂ້າງນ້ອຍ, ຂະໜາດ 2 x 3 ມມ, ແສກກາງໃຫຍ່ 3 x 4 ມມ, ສີຂາວ, ເປັນແຜ່ນບາງໆ, ກ້ຽງ. ຮ່ວງຮັບ, ກ້ຽງ, ປາຍມີຂົນ, ກ້ານຊູກ້ຽງ. ເຕົ້າໄຂ່ໜາ 5 ມມ, ກ້ຽງ, ເປັນແສກ, ມີຂົນນຸ່ມ ກັບຂົນຍາວສີຂາວ, ໄຂ່ມົນ, ມີປະມານ 10 ແກ່ນ ຕໍ່ຫ້ອງ.  ພວງໝາກມີກ້ານຍາວ 1-3 x 0.3 ຊມ, ສີບົວ, ກ້ຽງ, ພວງໝາກມີມັກມີໝາກດ່ຽວ. ໝາກກົມຂະໜາດ 1 x 1 ຊມ, ມີກ້ານສັ້ນ, ມີຂົນປົກຄູ້ມ, ສີບົວປົນສີນ້ຳຕານ, ໝາກມີໜາມສັ້ນ. ແກ່ນກົມ ແລະ ມີເຈ້ຍຫຸ້ມບາງໆ, ແກ່ນໜາ 2 ມມ, ມີປະມານ 10 ແກ່ນຕໍ່ຫ້ອງ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດເກີດຢູ່ປ່າລະດັບຕໍ່າ ຫຼື ປ່າດົງດິບລະດັບຕ່ຳ, ຍັງພົບຕາມປ່າປະສົມປ່ຽນໃບ, ປ່າເປີດແປ້ນ, ມັກເກິດບ່ອນທີ່ມີດິນຊາຍປະສົມດິນໜຽວ, ມັກແສງສະຫວ່າງ, ເກີດຢູ່ໃນລະດັບໜ້ານໍ້າທະເລປະມານ 25–800 ແມັດ. ໃນປະເທດເຮົາແມ່ນສາມາດພົບໄດ້ທົ່ວໄປແຕ່ພາກເໜືອຮອດພາກໃຕ້ ເຊັ່ນອັດຕະປືພົບຢູ່ ສາໜາມໄຊ, ໄຊເສດຖາ, ປ່າສະຫງວນດົງອຳພາມ, ບ້ານດາກຕູດ, ບ້ານຫຼັກ62; ບໍລິຄຳໄຊ ພົບຢູ່ບ້ານຫາດໄຄ, ບ້ານນ້ຳພ້າວ: ຈຳປາສັກພົບຢູ່ບ້ານກວາງຊີ, ບ້ານໜອງຫີນ ແລະ ບ້ານ ທາງແບ່ງ; ຄຳມ່ວນພົບຢູ່ນາກາຍນ້ຳເທີນ, ບ້ານໝາກເຟືອງ, ບ້ານເຕີງ; ຫຼວງນ້ຳທາພົບຢູ່ບ້ານກູລັງໃຕ້; ສາລະວັນພົບຢູ່ເມືອງເລົາງາມ, ບ້ານດູໃຈໃຫຍ່ ແລະ ບ້ານນາຟາງຮຳ; ສະຫວັນນະເຂດ ບ້ານນາທອງ, ແຂວງວຽງຈັນ ບ້ານນາແຊງ, ນະຄອນຫຼວງວຽງຈັນພົບຢູ່ບ້ານ ດ່ານຊ້າງ ແລະ ພູພະນັງເມືອງສັງທອງ. 

ສະພາບການອະນຸລັກ: IUCN, ໝາກແໜ່ງຊະນິດນີ້ແມ່ນພືດທີ່ກະຈາຍພັນທົ່ວໄປເປັນທີ່ບໍ່ມີຄວາມເປັນຫ່ວງເທົ່າໃດ ເພາະວ່າມັນກະຈາຍພັນໄດ້ດີໃນທຸກສະພາບປ່າ ແລະ ມັນມີຮາກທີ່ເລືອໄປຕາມພື້ນດິນ, ເຮັດໃຫ້ຂະຫຍາຍແຜ່ອອກກວ້າງໃນເຂດທີມັນອອກ, ສະນັ້ນແລ້ວຈື່ງສາມາດຂະຫຍາຍພັນໄດ້ຢ່າງດີ.

ບັນຍາຍການນຳໃຊ້

ການນຳໃຊ້: ເປັນໝາກແໜ່ງທີ່ມີກີ່ນຫອມສ່ວນຫຼາຍປະຊາຊົນຈະເອົາທັ້ງຕົ້ນມາຕົ້ມຮົ່ມຢາ ເພື່ອເປັນຢາບຳລູງກຳລັງ ຮັກສາການຜ່ອນຄາຍຄວາມອິດເມື່ອຍໃນຮ່າງກາຍ. ໝາກແໜ່ງຊະນິດສາມາດເອົາມາຕາກແດດໄວ້ຕົ້ມນ້ຳດື່ມ ແລະ ຂາຍເປັນສີນຄ້າໄດ້ແຕ່ມັນຈະເປັນໝາກນ້ອຍສຳລັບຊະນິດນີ້. 

ການປະກອບສ່ວນ