ໝາກແໜ່ງແດງໃຫຍ່ / Big Red Spiny Cardamom

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Meistera vespertilio (Gagnep.) Škorničk. & M.F.Newman
ຊື່ພ້ອງ
Amomum vespertilio Gagnep.
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເກິດເປັນສູ່ມເລືອຕາມພື້ນດິນ, ມີປະມານ 10 ຕົ້ນຕໍ່ສູ່ມ, ເຫງົ້າໜາປະມານ 1-1.5 ຊມ, ສີນ້ຳຕານອົມຂາວ, ເປັນລາຍ. ໄລຍະຫ່າງລະຫວ່າງຕົ້ນປະມານ 15 ຊມ, ກາບຫຸ້ມເປັນຮູບໄຂ່ກວ້າງ, ຍາວປະມານ 1-2.5 ຊມ, ສີດຳຈາງປົນສີນ້ຳຕານ, ເປັນແຜ່ນບາງ, ປາຍແຫຼມ, ຂອບມີຂົນຝອຍ. ລຳຕົ້ນລຳຕົ້ນສູງ 2-3 ມ, ກ້ຽງ, ດ້ານນອກເປັນລາວ, ມີໃບປະມານ 30 ໃບຕໍ່ຕົ້ນ, ໃບນ້ອຍໄປຫາປາຍ. ລີ້ນໃບຍາວປະມານ 0.5-1 ຊມ, ກ້ຽງ, ຊາກຊາ, ປາຍມົນ, ຂອບມີຂົນ. ກ້ານໃບສັ້ນໆ ຍາວປະມານ 3-5 ຊມ, ເປັນຮ່ອງການເຄີ່ງ, ເປັນລາຍ, ກ້ຽງ. ແຜ່ນໃບຮູບຂອບຂະໜານ ຫຼື ຮູບຂອບຂະໜານ-ໃບຫອກ, ຂະໜາດ 25-30 x 6-7 ຊມ, ດ້ານລຸ່ມສີຂຽວຈາງ, ກ້ຽງ, ໂຄນໃບຮູບຫຼີ້ມຮຽວຍາວ, ປາຍຮຽງແຫຼມ, ຂອບໃບລຽບ, ເສັ້ນກ່າງກາງໃບເຫັນຊັດທາງດ້ານລຸ່ມ, ເສັ້ນໃບຂະແໜງເຫັນທັງສອງດ້ານ. ຊໍ່ດອກເກິດຈາກເຫງົ້າໃກ້ກັບກົກ, 1-2 ດອກຕໍ່ເຫງົ້າ, ພວງດອກຮູບໄຂ່, ຂະໜາດ 4-5 x 4-5 ຊມ, ມີ 1-2 ດອກບານພ້ອມກັນ, ກ້ານຊໍ່ດອກຂະໜາດ 10 x 0.5 ຊມ, ສີແດງ, ປົນສີນ້ຳຕານ, ກາບຫຸ້ມເປັນຮູບໄຂ່ກວ້າງ ຂະໜາດ 1-3 x 1.5-2.5 ຊມ, ສີແດງ, ຊາກຊາ, ເປັນລາຍ, ດ້ານນອກເປັນຂົນສ່ວນເທີງ, ປາຍແຫຼມ, ຂອບໃບມີຂົນຝອຍ. ໃບປະດັບຮູບເຮືອ ເຖີງ ຮູບໃບຫອກກັບ, ຂະໜາດ 2.5-3 x 0.8-1 ຊມ, ສີແດງ, ເປັນສີນ້ຳຕານ, ຊາກຊາ, ດ້ານນອກມີຂົນນຸ່ມ, ປາຍແຫຼມ, ຂອບໃບມີຂົນຝອຍ, ມີໜື່ງດອກຕໍ່ໃບປະດັບ. ໃບປະດັບຍ່ອຍເປັນຫຼອດ, ມີ 2 ແສກຢູ່ປາຍ, ຂະໜາດ 1.5-2 x 0.4-0.6 ຊມ, ສີແດງ, ເປັນແຜ່ນບາງ, ດ້ານນອກເປັນຂົນນຸ່ມ, ຫຼອດຍາວປະມານ 1.5 ຊມ, ແສກຍາວປະມານ 0.4 ຊມ, ປາຍແຫຼມ. ກາບດອກເປັນຫຼອດມີ 3 ແສກຢູ່ປາຍ, ຂະໜາດ 2.5-3 x 0.3-0.6 ຊມ, ສີແດງ, ເປັນແຜ່ນບາງໆ, ກ້ຽງ, ຍົກເວັ້ນດ້ານນອກມີຂົນໃກ້ກັບໂຄນ, ຫຼອດຍາວປະມານ 2 ຊມ, ແສກຍາວປະມານ 0.5 ຊມ, ມີໜື່ງແສກຍາວ 1 ຊມ, ປາຍໂຄ້ງມົນ, ຂອບມີຂົນຝອຍໆ. ກີບດອກສີແດງປົນສີເຫຼືອງສົ້ມ, ຂະໜາດ 5 x 0.3 ຊມ, ຫຼອດກີບຍາວປະມານ 2.5 ຊມ, ຊາກຊາ, ດ້ານໃນມີຂົນສ່ວນເທີງ, ກິບຂ້າງຂະໜາດ 2.5 x 0.6-0.7 ຊມ, ເປັນແຜ່ນບາງໆ, ປາຍມົນໂຄ້ງ, ກິບດ້ານເທີງຂະໜາດ 2.5 x 1.5-1.7 ຊມ, ເປັນແຜ່ນບາງໆ, ກ້ຽງ, ປາຍໂຄ້ງມົນ. ກີບປາກ ຂະໜາດ 2.7-3 x 2.3-2.5 ຊມ, ສີເຫຼືອງປົນສີສົ້ມ, ມີສີເຫຼືອງກາງເຄີ່ງ ແລະ ເປັນລາຍຈຸດສີແດງຍາວໄປຫາຂອບກີບ, ເປັນແຜ່ນບາງໆ, ກ້ຽງ, ປາຍມົນ ຫຼື ແຍກເປັນສອງແສກ, ຂອບເປັນຄື້ນ. ເກສອນເພດຜູ້ທີເປັນໜັນ ຮູບຂອບຂະໜານ ຍາວປະມານ 0.4 ຊມ, ສີແດງ. ເກສອນຜູ້ແປ, ຍາວປະມານ 1.2 ຊມ, ສີແດງ, ກ້ຽງ. ຖົງເມັດລະອອງ 1.2 x 0.5 ຊມ, ສີແດງ, ກ້ຽງ, ເດືອຍຖົງລະອອງລຽບ ຂະໜາດກວ້າງ 1.5 x 0.5 ມ, ສີແດງປົນສີສົ້ມ, ຊາກຊາ, ກ້ຽງ.  ຮ່ວງຮັບຮູບຖ້ວຍ, ປາຍຂົນຝອຍ, ກ້ານຊູກ້ຽງ. ເຕົ້າໄຂ່ຍາວ 0.4 ຊມ, ລຽບ, ມີຂົນສີຂາວ. ກ້ານຍາວ 0.4 ຊມ. ໄຂ່ມົນກົມ, ກ້ຽງ ມີໄຂ່ 6-10 ເມັດຕໍ່ຫ້ອງ. ພວງໝາກມີກ້ານຂະໜາດ 10-12 x 0.5 ຊມ, ສີນ້ຳຕານ, ມີຂົນນຸ່ມ, ພວງໝາກ ຍາວ 3-4 ຊມ, ມີປະມານ 1-3 
ໝາກຕໍ່ພວງ. ໝາກກົມໜາປະມານ 1-1.2 ຊມ, ມີໜາມໜາ, ສີແດງອົມສີບົວອ່ອນ, ມີຂົນ. ເມັດມົນກົມໜາ 3 ມມ, ກ້ຽງ, 5-10 ເມັດ ຕໍ່ຫ້ອງໄຂ່. 

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນໝາກແໜ່ງອິກຊະນິດໜື່ງທີມັກເກິດຕາມປ່າດົງທີ່ມີຄວາມຊຸ່ມ ຕາມປ່າດົງດິບ ທີ່ມີຫ້ວຍນ້ຳໄຫຼຊຸ່ມຢູ່ຕະຫຼອດໃນຊ່ວງລະດູຝົນ, ຖ້າມີນ້ຳຊຸ່ມພຽງພໍຈະເຮັດໃຫ້ຕົ້ນສູງ ແລະ ໝາກໃຫຍ່ກວ່າບ່ອນທີ່ບໍ່ມີຄວາມຊຸ່ມ, ແຕ່ດິນມັນຈະປົນຫີນ ແລະ ມີດິນຜຸຜູຍດີ. ເກີດຈາກສະດັບຄວາມສູງຈາກໜ້ານໍ້າທະເລປະມານ  216-1112 ແມັດ, ໃນປະເທດລາວເຮົາແມ່ນພົບຢູ່ທາງພາກເໜືອຮອດພາກກາງຂອງປະເທດເຊັ່ນ: ແຂວງຫຼວງພະບາງ ພົບຢູ່ເມືອງງອຍຕາມແຄມລ້ອງແມ່ນໍ້າອູໃກ້ກັບບ້ານສົບແຈມ ແລະ ເມືອງໂພນໄຊ ພົບຢູ່ບ້ານຕາດທອງຢູ່ການກະຈາຍຢູ່ຕາມຊາຍແດນຫຼວງພະບາງ ແລະ ຫົວພັນ, ສ່ວນແຂວງວຽງຈັນແມ່ນພົບຢູ່ຕາມແຄມຫ້ວຍນ້ຳຕາມຕ່າງທີ່ເປັນປ່າດົງດິບເຊັ່ນເມືອງວັງວຽງ, ສຳລັບບໍລິຄຳໄຊພົບຢູ່ບ້ານນາເຮືອງ, ບ້ານນ້ຳພ້າວບໍລິເວນຊາຍແດນລາວຫວຽດນາມ, ຄຳມ່ວນພົບຢູ່ບ້ານ ໝາກກາເໜືອ ແລະ ບ້ານນາຫວ້າ. ອາດຈະພົບໄດ້ທົ່ວໄປຕາມຊາຍແດນລາວຫວຽດນາມແຕ່ພາກກາງຮອດພາກເໜືອ. 

ສະພາບການອະນຸລັກ: IUCN, ເປັນພືດທີມີການກະຈາຍພັນກວ້າງຂວາງໃນອາຊຽນ ແຕ່ຍັງບໍ່ທັນໄດ້ຄົ້ນຄວ້າປະຊາກອນ ແລະ ສຳຫຼວດປະຊາກອນໃນແຕ່ລະແຂວງຢ່າງລະອຽດເທື່ອ ແຕ່ເຖີງຢ່າງໃດກໍ່ຕາມມັນກໍ່ເປັນພືດທີ່ມີປະໂຫຍດ ແລະ ມີຄວາມສຳຄັນຕໍ່ລະບົບນິເວດ ເພາະວ່າພືດຊະນິດນີ້ສາມາດບົ່ງບອກເຖີງສະພາບນິເວດທີ່ຢູ່ອາໄສແມ່ນອຸດົມສົມບູນພໍສົມຄວນ ແລະ ມັນກໍ່ຍັງມີປະໂຫຍດຕໍ່ການສ້າງລາຍຮັບໃຫ້ແກ່ຄົນທ້ອງຖີ່ນເພື່ອເກັບຂາຍ.

ບັນຍາຍການນຳໃຊ້

ການນຳໃຊ້: ໝາກແໜ່ງຊະນິດນີ້ມີໝາກໃຫຍ່ ແລະ ເປັນຈຳນວນດົກໜາ ພວງໜື່ງມີຫຼາຍໝາກ ແລະ ມັກເກິດຕາມແຄມນ້ຳ ປະຊາຊົນມັກເກັບເອົາມາຂາຍ ເຖີງລາຄາບໍ່ແພງປານໃດແຕ່ມັນກໍ່ໃຫ້ຜົນຜະລິດດີ ແລະ ມີຈຳນວນຫຼາຍ, ສາມາດຊອກຫາມານໍາໃຊ້ໄດ້ງ່າຍ, ປະຊາຊົນໃນທ້ອງຖີ່ນຈະເອົາມາຕົ້ມນ້ຳດື່ມເພື່ອບຳລູງກຳລັງ.

ການປະກອບສ່ວນ