ໝາກແໜ່ງພວງ / Green Spiny Cardamom

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Meistera gagnepainii (T.L.Wu, K.Larsen & Turland) Škorničk. & M.F.Newman
ຊື່ພ້ອງ
Amomum gagnepainii T.L.Wu, K.Larsen & Turland
Amomum thyrsoideum Gagnep.
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເກິດເປັນສູ່ມ, ມີປະມານ 3-6 ຕໍ່ສູ່ມ, ເຫງົ້າໜາ ປະມານ 1 ຊມ, ສີນ້ຳຕານປົນສີຂາວ, ກ້ຽງ. ໄລຍະຫ່າງລະຫວ່າງຕົ້ນປະມານ 1 ຊມ, ກາບຫຸ່ມເປັນລາຍ, ກ້ຽງ, ລຳຕົ້ນກົກໜາປະມານ 1 ຊມ,  ເປັນລາຍ, ກ້ຽງ. ມີປະມານ 14-18 ໃບຕໍ່ຕົ້ນ. ລີ້ນໃບຍາວປະມານ 3-5 ມມ, ຊາ, ກ້ຽງ, ປາຍຕັດ ຫຼື ມົນ. ກ້ານໃບສັ້ນໆ 1-2 ມມ, ເປັນຮ່ອງກາງເຄີ່ງ, ກ້ຽງ. ແຜ່ນໃບເປັນຮູບໃບຫອກ ຫຼື ຂອບຂະໜານແກມຮູບໃບຫອກ, 20-30 x 3-6 ຊມ, ກ້ຽງ, ກົກຮູບຫຼີ້ມຮຽວຍາວ, ປາຍຮຽວຍາວ ຕີ່ງຍາວ 2-4 ຊມ, ຂອບລຽບ, ເສັ້ນກ່າງກາງໃບນູນທາງດ້ານທ້ອງໃບ, ເສັ້ນຂະແໜງເຫັນເປັນເງົາ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນໃກ້ກັບກົກ, 1-3 ຊໍ່ຕໍ່ເຫງົ້າ, ກ້ານຊໍ່ດອກຂະໜາດ 20-26 x 0.4 ຊມ, ກ້ຽງ, ກາບຫຸ້ມເປັນຮູບສາມຫຼ່ຽມ, ຂະໜາດ 0.5 x 1 ຊມ ຫຼື ຮູບໄຂ່ກວ້າງ 1 x 1.5-2 ຊມ, ຊາກຊາ, ເປັນລາຍ, ກ້ຽງ, ປາຍແຫຼມ ຫຼື ມົນ, ສ່ວນພວງດອກຮຽວຍາວ, ຍາວ 8-14 ຊມ. ໃບປະດັບຮູບຂອບຂະໜານແກມຮູບໃບຫອກແຄບ, ຂະໜາດ 2 x 1 ຊມ, ຊາກຊາ, ເປັນລາຍ, ມີໜື່ງດອກຕໍ່ໃບປະດັບ,  ດ້ານນອກມີຂົນໃກ້ກັບໂຄນ, ປາຍໂຄ້ງມົນມີເດືອຍສັ້ນ. ໃບປະດັບຍ່ອຍເປັນຍາວມີ 3 ແສກທີ່ປາຍ, ຂະໜາດ 3-4 x 10 ມມ, ເປັນແຜ່ນບາງງ, ເປັນລາຍ, ດ້ານນອກມີຂົນໃກ້ກັບໂຄນ. ກາບດອກເປັນຫຼອດ, ປາຍມີ 3 ແສກ, ຂະໜາດ 1 x 0.3 ຊມ, ເປັນບາງໆຄ້າຍເຈ້ຍ, ເປັນລາຍ, ດ້ານນອກມີຂົນໃກ້ກັບໂຄນ, ປາຍແສກແຫຼມ. ກີບດອກເປັນຫຼອດທີ່ໂຄນຍາວເທົ່າກັບກາບດອກ, ດ້ານນອກມີຂົນ, ກີບດອກຂ້າງເປັນແຜ່ນບາງໆ, ກ້ຽງ, ຍາວເທົ່າກັບຫຼອດດອກ. ກີບປາກຂະໜາດ 1.5-2 x 4-5 ຊມ, ກົກມີຂົນ, ປາຍແຍກ, ຂອບລຽບ, ກາງກິີບເປັນສີເຫຼືອງ, ມີຈຸດສີແດງ.  ເກສອນຜູ້ແປ, ຍາວເທົ່າກັບຖົງລະອອງ, ກ້ຽງ. ຖົງລະອອງຮູບຂອບຂະໜານ, ກ້ຽງ. ຮ່ວງຮັບເປັນຮູບບ້ວງ, ປາຍມີຂົນຍາວ. ກ້ານຊູມີຂົນ. ເຕົ້າໄຂ່ຮູບຂະໜານ-ກົມ, ມີຂົນນຸ້ມ ແລະ ມີຂົນສີຂາວຍາວ. ພວງດອກຮຽວຍາວ, ຍາວປະມານ 30 ຊມ. ກ້ານຂະໜາດ 20-27 x 0.4 ຊມ, ກ້ຽງ, ສ່ວນກົກມີຂົນນຸ່ມ, ສ່ວນປາຍມີຂົນສີຂາວ, ພວງຍາວ 6-14 ຊມ, ຕັ້ງຊື່, ກ້ານໝາກຍາວ 1 ຊມ, ມີຂົນນຸ່ມ. ໝາກຮູບໄຂ່ ຂະໜາດ 2 x 1 ຊມ, ມີຂົນ, ໝາມເປັນຄ້າຍຄືຂໍຍາວ 2-4 ຊມ. ແກ່ນກົມກ້ຽງ ຂະໜາດ 1-2 ມມ, ສີດຳອົມສີນ້ຳຕານ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີມັກເກີດຕາມເຈີຍພູເຂົາຫີນປູນ, ປ່າປະສົມປ່ຽນໃບ ບາງຄັ້ງເກີດຕາມຊອກຫີນທີ່ມີດີນພຽງເລັກນ້ອຍ, ເກີດເປັນສູ່ມນ້ອຍໆ, ຂະຫຍາຍພັນໄດ້ຊ້າໃນທຳມະຊາດ, ແຕ່ມັນຈະເລີ່ມອອກດອກປະມານເດືອນພືດສະພາ, ໝາກຈະເລີ່ມແກ່ປະມານເດືອນກໍລະກົດ, ມີໝາກຕິດດີສົມຄວນ, ພືດຊະນິດນີ້ແມ່ນມີການກະຈາຍພັນພົບສະເພາະແຂວງຫຼວງພະບາງເຊັ່ນ: ເມືອງງອຍ ແລະ ເມືອງໂພນໄຊເທົ່າ. 

ສະພາບການອະນຸລັກ: IUCN , ພືດຊະນິດນີ້ນັກຄົ້ນຄວ້າໄດ້ປະເມີນວ່າເປັນພືດມີຄວາມສ່ຽງຕໍ່ການສູນພັນ, ເພາະວ່າພົບໃນເຂດທີ່ມີສະເພາະແວດລ້ອມອັນເໝາະສົມເທົ່ານັ້ນ, ສ່ວນຢູ່ລາວເຮົາກໍ່ພົບພຽງແຂວງຫຼວງພະບາງ ແລະ ປະເທດເພື່ອນບ້ານແມ່ນພົບຢູ່ຈີນ ແລະ ຫວຽດນາມ ເຊີ່ງມັນກໍ່ຫາກຫາຍາກເຊັ່ນດຽວກັນ.

ບັນຍາຍການນຳໃຊ້

ການນຳໃຊ້: ເອົາໝາກຕາກແດດແລ້ວເອົາໄປຂາຍເປັນສີນຄ້າ, ເປັນພືດມີການນຳໃຊ້ໝາກ ແລະ ຮາກເຫງົ້າມາຕົ້ມນ້ຳດື່ມເພື່ອບຳລູງສູ່ຂະພາບ. 

ການປະກອບສ່ວນ