ຕົ້ນມັນປາ / Anan

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Fagraea fragrans Roxb. / Gentianaceae
ຊື່ພ້ອງ
yrtophyllum fragrans (Roxb.) DC.
Cyrtophyllum giganteum Ridl.
Cyrtophyllum lanceolatum DC.
Cyrtophyllum peregrinum Reinw.
Fagraea peregrina (Reinw.) Blume
Fagraea ridleyi Gand.
Willughbeia fragrans Spreng.
ຊື່ອື່ນ
Thai: ກັນເກຣົາ
Eng: Anan, Tembusu
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍຫາຂະໜາດໃຫຍ່, ສູງ 10-15 ແມັດ, ອາດຈະສູງຮອດ 25 ແມັດ, ເປືອກຕົ້ນລຽບມີສີນໍ້າຕານ, ເມື່ອຕົ້ນແກ່ຈະແຕກເປັນຮ່ອງລຶກຕາມລວງຍາວ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ແລະ ການປັກຊໍາ. ໃບເປັນໃບດ່ຽວອອກລຽງກົງກັນຂ້າມກັນ, ໃບຂຶ້ນໜາແໜ້ນຢູ່ປາຍກິ່ງ, ໃບມີລັກສະນະເປັນຮູບຮີ, ສີຂຽວເຂັ້ມເປັນມັນ, ປາຍໃບ ແລະ ກົກໃບແຫຼມ, ຂອບໃບ ແລະ ແຜ່ນໃບລຽບ, ໃບກວ້າງ 4-6 ຊັງຕີແມັດ ແລະ ຍາວ 8-12 ຊັງຕີແມັດ. ອອກດອກເປັນຊໍ່ຕາມງ່າມໃບ, ເມື່ອເລີ່ມບານຈະເປັນສີຂາວ ເມື່ອບານເຕັມທີ່ຈະເປັນສີເຫຼືອງອົມແສດ, ຢູ່ກົກດອກເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກອອກເປັນ 5 ແຊກ, ປາຍແຊກແຫຼມ, ອອກດອກໃນຊ່ວງເດືອນເມສາ ຫາ ເດືອນມີຖຸນາ. ໝາກເປັນໝາກດ່ຽວຊົງກົມ, ມີຂົນ, ຜິວລຽບເປັນມັນ, ມີຕິ່ງແຫຼມໆສັ້ນໆຢູ່ປາຍສຸດ, ໝາກອ່ອນຈະເປັນສີຂຽວ ເມື່ອສຸກແລ້ວຈະເປັນສີແດງເລືອດນົກ, ໝາກຈະອອກໃນຊ່ວງເດືອນເມສາ ຫາ ເດືອນມີຖຸນາ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໃຊ້ປູກໄວ້ເປັນໄມ້ປະດັບໄດ້ ເພາະມີຄວາມສວຍງາມ ແລະ ດອກມີກິ່ນຫອມສົດຊື່ນ.
   - ເປັນໄມ້ມົງຄົນທີ່ໃຊ້ໃນການປະກອບພິທີວາງສິລາຈາລຶກ.
   - ເນື້ອໄມ້ມີຄວາມສວຍງາມສາມາດນໍາມາເຮັດເຄື່ອງເຟີນິເຈີ, ເຄື່ອງມືທາງການກະເສດ ແລະ ໃຊ້ໃນການກໍ່ສ້າງ.
ສັບພະຄຸນ: 
   - ແກນໃຊ້ເປັນອາຍຸວັດທະນະ.
   - ເປືອກຕົ້ນຊ່ວຍບໍາລຸງເລືອດ.
   - ໃບ ແລະ ໝາກ ຊ່ວຍໃນການແກ້ປວດ ແຕ່ບໍ່ມີລິດໃນການຕ້ານແບັກທີເຣີຍ.
   - ເປືອກຊ່ວຍຮັກສາຜິວໜັງພອງ ປວດແສບປວດຮອບ.
   - ແກນຊ່ວຍແກ້ອາການແໜ້ນໜ້າເອິກ.

ການປະກອບສ່ວນ