ເຄືອຕາປາ / Jewel vine

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Derris scandens (Roxb.) Benth. / Leguminosae
ຊື່ພ້ອງ
Brachypterum scandens (Roxb.) Wight
Brachypterum scandens Benth.
Brachypterum timorense Benth.
Dalbergia scandens Roxb.
Dalbergia timoriensis DC.
Deguelia timoriensis (DC.) Taub.
Derris scandens var. scandens
Derris timoriensis (DC.) Pittier
Galedupa frutescens Blanco
Millettia litoralis Dunn
ຊື່ອື່ນ
Thai: ເຖົາວັນປຽງ
Eng: Jewel vine
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ເຄືອຂະໜາດໃຫຍ່, ສາມາດເລືອໄປໄກໄດ້ຮອດ 20 ແມັດ, ມີກິ່ງໜຽວ ແລະ ທົນທານ, ເປືອກເຄືອລຽບ ແລະ ໜຽວ, ເປັນສີນໍ້າຕານເຂັ້ມອົມດໍາ ຫຼື ແດງ, ເຄືອໃຫຍ່ມັກຈະບິດ, ເນື້ອໄມ້ເປັນສີນໍ້າຕານອ່ອນໆມີວົງເປັນສີນໍ້າຕານໄໝ້ຄ້າຍກັບເຄືອຕົ້ນແດງ, ຂະຫຍາຍດ້ວຍວິທີການເພາະແກ່ນ ຫຼື ວິທີການແຍກໄຫຼໃຕ້ດິນ. ໃບເປັນໃບປະສົມແບບຂົນນົກອອກລຽງສະລັບກັນ, ມີໃບຍ່ອຍ 4-8 ໃບ, ລັກສະນະຂອງໃບຍ່ອຍເປັນຮູບຮີ, ປາຍໃບເປັນຮູບຫອກກົກໃບມົນ, ຂອບໃບລຽບ, ໃບຍ່ອຍກວ້າງ 1-1.25 ຊັງຕີແມັດ ແລະ ຍາວ 3-5 ຊັງຕີແມັດ, ຫຼັງໃບລຽບເປັນສີຂຽວເຂັ້ມທ້ອງໃບລຽບ. ອອກດອກເປັນຊໍ່ຕາມງ່າມໃບ ແລະ ປາຍຍອດ, ຊໍ່ດອກເປັນສີຂາວຫ້ອຍລົງ, ດອກເປັນສີຂາວອົມສີມ່ວງອ່ອນຄ້າຍກັບດອກຖົ່ວ, ກີບດອກມີ 4 ກີບ ແລະ ຂະໜາດບໍ່ເທົ່າກັນ, ສ່ວນກາບດອກມີລັກສະນະເປັນຮູບຖ້ວຍ, ສີມ່ວງແດງ. ໝາກອອກເປັນຝັກ, ກົກຝັກ ແລະ ປາຍຝັກມົນ, ຝັກເມື່ອແກ່ເປັນສີນໍ້າຕານອ່ອນ, ພາຍໃນຝັກມີແກ່ນ 1-4 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ຍອດອ່ອນ, ໃບອ່ອນ, ຊໍ່ດອກ ແລະ ໝາກອ່ອນຂອງເຄືອສາມາດນໍາມາຮັບປະທານເປັນຜັກສົດກິນກັບແຈ່ວ ໂດຍມີລົດມັນ.
   - ຮາກມີລົດເຝື່ອນເບົາສາມາດໃຊ້ເປັນຢາເບື່ອປາ, ແຕ່ບໍ່ມີຄຸນສົມບັດໃນການໃຊ້ເປັນຢາຂ້າແມງໄມ້.
ສັບພະຄຸນ: 
   - ເຄືອໃຊ້ຕົ້ມຮັບປະທານເປັນຢາຖ່າຍ.
   - ຮາກມີລົດເຝື່ອນເມົາ ໃຊ້ເປັນອາຍຸວັດທະນະ.
   - ຮາກໃຊ້ເປັນຢາແກ້ໄຂ້.
   - ເຄືອຊ່ວຍແກ້ຫວັດ, ແກ້ໄອ.
   - ເຄືອຊ່ວຍແກ້ບິດ.
   - ເຄືອມີສັບພະຄຸນໃນການບີບມົດລູກ.
ຂໍ້ຄວນລະວັງ: 
   - ແມ່ຍິງຖືພາຫ້າມຮັບປະທານສະໝຸນໄພຊະນິດນີ້.
   - ຜູ້ທີ່ມີປັນຫາກ່ຽວກັບພະຍາດຫົວໃຈບໍ່ຄວນຮັບປະທານຈົນກວ່າຈະມີລາຍງານຄວາມປອດໄພຢ່າງຊັດເຈນ.

ການປະກອບສ່ວນ